ເວລາປະມານ 5 ໂມງເຊົ້າຂອງ ວັນທີ 26 ມັງກອນ 2025 ນີ້, ເກີດເຫດລົດເມໂດຍສານວຽງຈັນ – ປາກເຊ ເສຍຫຼັກລົງຂ້າງທາງ ໄປຕໍາໃສ່ຕົ້ນໄມ້ໃຫຍ່.ຢູ່ບ້ານພູດາວແຈ້ງໃຫຍ່ ເມືອງລະຄອນເພັງ, ແຂວງສາລະວັນ.
ພາຍຫຼັງໄດ້ຮັບຮູ້ຂ່າວ, ການນໍາແຂວງຈໍາປາສັກ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ທີມງານແພດໝໍ ໂຮງໝໍແຂວງ ເອົາໃຈໃສ່ ເພື່ອເຮັດໃຫ້ຄົນເຈັບເຂົ້າເຖິງການດູແລປິ່ນປົວ. ສໍາລັບຄົນເຈັບໜັກທີ່ຕ້ອງການສົ່ງຕໍ່, ໂຮງໝໍແຂວງຈໍາປາສັກ ໄດ້ສົ່ງຕໍ່ໂຮງໝໍແຂວງອຸບົນຣາຊະທານີ, ປະເທດໄທ.
ໃນເວລາ 8 ໂມງ, ອີງຕາມຂໍ້ມູນເບື້ອງຕົ້ນ ມີຜູ້ບາດເຈັບເຂົ້າມາສຸກເສີນໂຮງໝໍແຂວງຈໍາປາສັກ 29 ຄົນ, ໃນນັ້ນ ມີຕ່າງປະເທດ 25 ຄົນ, ເຈັບສາຫັດ 14 ຄົນ.
ພາຍຫຼັງພາກສ່ວນກ່ຽວຂ້ອງສະຫຼຸບເຫດການລະອຽດ ຈະລາຍງານໃຫ້ຊາບຕື່ມອີກ.
ຂ່າວ: ທູນທອງໃຈ
ພາບ: ເພຈກູ້ໄພອົງການກາແດງແຂວງຈໍາປາສັກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |