2
ເຂດພັດທະນາກວມລວມໄຊເສດຖາ ດຶງດູດການລົງທຶນໄດ້ 155 ບໍລິສັດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 January, 2025
ໝວດ: ຂ່າວ

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ໃນໂອກາດທີ່ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ, ນະ ຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍ ໃນ ແລະ ຕ່າງ ປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະເທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະ ເທດ 8 ບໍລິສັດ), ມີທຶນທັງໝົດ 2.8 ຕື້ກວ່າໂດລາ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 2.3 ຕື້ກວ່າໂດລາ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4.2 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາ.

ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ, ໃນນັ້ນຕ່າງປະເທດ 18 ບໍລິ ສັດ, ພາຍໃນ 5 ບໍລິສັດ ແລະ ພາຍໃນ-ຕ່າງປະເທດ 2 ບໍລິສັດ, ມີທຶນທັງໝົດ 309 ລ້ານກວ່າໂດລາ ແລະ ທຶນຈົດທະບຽນ 152 ລ້ານກວ່າໂດລາ, ມີມູນຄ່າການລົງທຶນຕົວຈິງ 72 ລ້ານກວ່າໂດລາ; ປະຕິບັດພັນທະອາກອນເຂົ້າງົບປະມານລັດໄດ້ 58 ຕື້ກວ່າກີບ; ນໍາເຂົ້າສິນຄ້າມູນຄ່າ 402 ລ້ານກວ່າໂດລາ ແລະ ສົ່ງອອກສິນຄ້າມູນຄ່າ 245 ລ້ານກວ່າໂດລາ, ມີແຮງງານທັງໝົດ 7,520 ຄົນ ໃນນັ້ນຄົນລາວ 4,721 ຄົນ ແລະ ຄົນຕ່າງປະເທດ 2,827 ຄົນ.

Digital Marketing Agency in Laos - Emerging Digital Solutions

ສໍາລັບເຂດພັດທະນາກວມລວມໄຊເຊດຖາສ້າງຂື້ນໃນປີ 2010 ຈຸດປະສົງເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC.
ການພັດທະນາເຂດດັ່ງກ່າວ ມີ 3 ໄລຍະຄື: ໄລຍະທີ 1 ສຳເລັດການກໍ່ສ້າງໂຄງລ່າງພື້ນຖານໄຟຟ້າ, ນ້ຳປະປາ, ເສັ້ນທາງພາຍໃນເຂດ ແລະ ເຕັກນິກການສື່ສານ. ໄລຍະທີ 2 ສຸມໃສ່ການພັດທະນາການຄ້າ, ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ ໃນນັ້ນ, ສຳເລັດວຽກງານວິສະວະກຳທີ່ພັກອາໄສ (ໂຄງການຮ່ວມມືໃຕ້ໃຕ້) ໄລຍະທີ 2 ແມ່ນສຳເລັດແລ້ວ 98% ແລະ ໂຄງການສວນສາທາລະນະໜອງນ້ຳໃຕ້ສຳເລັດແລ້ວ 68%.

 

 

ທີ່ມາ Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-18T140901.630
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025
jane (57)
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ
jane (56)
ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% - 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ
pele - 2025-09-18T132308.874
ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
jane (52)
ດາວສຸກເຄື່ອນຍ້າຍລາສີ ເງິນ ໂຊກລາບ ສົ່ງຜົນຊັດເຈນ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ
pele - 2025-09-18T100410.135
ຈີນ ​​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງ​ຫຼາຍກວ່າ 66 ​ລ້ານ​ເຮັກ​ຕາ
pele - 2025-09-18T093604.546
8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສ​ປ​ປ ລາວ ເພີ່ມຂຶ້ນ 15%
ຢ່າລື່ມກົດຕິດຕາມ