
ໃນວັນທີ 26 ມັງກອນ 2025 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີໄດ້ເດີນທາງໄປສຳຫຼວດຖໍ້າຜາຫຼວງ ບ້ານຕໍເຮືອ ເມືອງວິລະບູລີ ເຊິ່ງເປັນຖໍ້າຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທໍາອິດ.
ພາຍຫຼັງການສຳຫຼວດ,ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: ສະແດງຄວາມພາກພູມໃຈຕໍ່ການຢ້ຽມຢາມສະຖານທີ່ແຫ່ງນີ້, ເຊິ່ງເປັນສະຖານທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະຫວັດສາດຂອງແຂວງ,ໃນຕໍ່ໜ້າຖໍ້າແຫ່ງນີ້ ຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດເພື່ອໃຫ້ປະຊາຊົນລາວກໍຄືຊາວແຂວງສະຫວັນນະເຂດຮຸ່ນໜຸ່ມກໍຄືຮຸ່ນຕໍ່ໆໄປໃຫ້ສາມາດເຂົ້າມາຮຽນຮູ້ເຖິງມູນເຊື້ອປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງ ທີ1ອົງຄະນະພັກແຂວງ ຈົນຮອດປັດຈຸບັນກໍຄືການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີຈະໝູນວຽນມາໃນໄວໆນີ້.
ໂອກາດດຽວກັນທ່ານເຈົ້າແຂວງ ກໍໄດ້ພົບປະປະຊາຊົນບ້ານຕໍເຮືອ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຫ້າມຕັດໄມ້ທໍາລາຍປ່າ,ພ້ອມທັງໃຫ້ສົ່ງເສີມລູກຫຼານຂອງຕົນໃຫ້ໄດ້ເຂົ້າໂຮງຮຽນ. ຈາກນັ້ນທ່ານເຈົ້າແຂວງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານຕໍເຮືອນ. ຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງພ້ອມຄະນະ ແລະ ຄະນະນໍາຂອງເມືອງກໍໄດ້ໄປຢ້ຽມຢາມ ຖໍ້າຜາໂລຍ ບ້ານດົງບັງ ເມືອງວິລະບູລີ (ຖໍ້າສາງຢາຜາໂລຍ) ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານດົງບັງ.
Cr: Lao National Radio
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














