2
ສັນຍານ "HELP" ທີ່ລຶກລັບ ປາກົດໃຫ້ເຫັນໃນ Google Maps ໄຂປິດສະໜາ ໃຜກຳລັງຮ້ອງຂໍຄວາມໃຫ້ຊ່ວຍເຫຼືອ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 January, 2025
ໝວດ: ຂ່າວ

ວັນທີ 27 ມັງກອນ 2025 ເວັບໄຊທ໌ The Express Tribune ເປີດເຜີຍວ່າ ມີເລື່ອງລາວປິດສະໜາທີ່ໜ້າປະຫຼາດໃຈກຳລັງກາຍເປັນປະເດັນທີ່ຖົກຖຽງກັນຢູ່ໃນໂລກອອນໄລນ໌ໃນຕ່າງປະເທດ ເມື່ອມີຜູ້ພົບຂໍ້ຄວາມລຶກລັບທີ່ສະກົດຄຳວ່າ “HELP” ຈຳນວນຫຼາຍປາກົດຢູ່ໃນແຜນທີ່ຂອງ Google Maps ໃນພື້ນທີ່ Los Angeles ລັດ California ສະຫະລັດອະເມລິກາ ທຳໃຫ້ຫຼາຍຄົນເກີດຄວາມສົງໃສແລະເປັນຫ່ວງວ່າ ມີໃຜກຳລັງສົ່ງຂໍ້ຄວາມນີ້ເພື່ອຂໍຄວາມຊ່ວຍເຫຼືອຢູ່ຫຼືບໍ່.

ຜູ້ໃຊ້ໂຊຊຽວລທັງໃນແພລດຟອມອອນໄລນ໌ທັງ X ແລະ Reddit ໄດ້ເຜີຍແຜ່ຮູບພາບໃນ Google Maps ສະແດງໃຫ້ເຫັນພື້ນທີ່ບໍລິເວນໜຶ່ງໃກ້ກັບສະໜາມລົດໄຟ Union Pacific ທີ່ຈຸດຕັດຂອງຖະໜົນ E Cesar Chavez Ave ແລະ N Mission Rd ໃນ Los Angeles ເຊິ່ງຕົວຈິງແລ້ວບໍລິເວນນັ້ນເປັນພື້ນທີ່ເຕັມໄປດ້ວຍຊາກວັດສະດຸກໍ່ສ້າງ ແລະ ຕູ້ຄອນເທນເນີ້ ແລະ ຢູ່ພື້ນດິນມີຄຳວ່າ HELP ປາກົດຢູ່ຫຼາຍຈຸດ ກະຈາຍຢູ່ທົ່ວບໍລິເວນ ເຊິ່ງສາມາດເຫັນໄດ້ຊັດເຈນຈາກຮູບຖ່າຍດາວທຽມ.

ນອກຈາກຄຳວ່າ HELP ແລ້ວ ຖ້າສັງເກດໃຫ້ດີ ຈະມີຄຳວ່າ TRAFFICO ຫຼື Traffic ເຊິ່ງໝາຍເຖິງການຄ້າຫຼືຊື້ຂາຍສິ່ງຜິດກົດໝາຍ ແລະ ຄຳວ່າ LAPD ເຊິ່ງໝາຍເຖິງກົມຕຳຫຼວດ Los Angeles (Los Angeles Police Department) ແລະ FEDERAL ເຊິ່ງໝາຍເຖິງລັດຖະບານກາງ.

ຮູບດັ່ງກ່າວໄດ້ເຮັດໃຫ້ເກີດການຄາດເດົາກັນຢ່າງກວ້າງຂວາງ ບາງຄົນເຊື່ອວ່າອາດເປັນສຽງຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ທີ່ກຳລັງເຈັບປວດ ມີການຕັ້ງຄຳຖາມວ່າອາດຈະກ່ຽວກັບການຄ້າມະນຸດ ໂດຍສະເພາະໃນຂະນະນີ້ທີ່ເມືອງ Los Angeles ກຳລັງປະເຊີນກັບວິກິດການຄ້າມະນຸດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຫນ່ວຍງານຂອງລັດຖະບານກາງແລະທ້ອງຖິ່ນໄດ້ພະຍາຍາມເລັ່ງປິດປັກປັດຫຼັກການນີ້ຢູ່.

ຊາວເນັດບາງສ່ວນສັງເກດວ່າ ໃນບໍລິເວນພື້ນທີ່ດັ່ງກ່າວມີຊ່ອງທີ່ມີລັກສະນະຄ້າຍຄືອຸໂມງໃຕ້ດິນ ເຊື່ອມຕໍ່ກັບທໍ່ລະບາຍອາກາດແລະນ້ຳ ເປັນໄປໄດ້ວ່າອາດຈະມີຄົນອາໄສຫຼືອາດຖືກຈັບຂັງຢູ່ຂ້າງໃຕ້ ນອກຈາກນີ້ຢູ່ອ້ອມຂ້າງຂອງພື້ນທີ່ຈະເຫັນວ່າມີຮົ້ວລວດໜາມລ້ອມຮອບ ເຊິ່ງອາດຈະມີໄວ້ເພື່ອປ້ອງກັນການຫຼົບໜີ.

ໃນຂະນະດຽວກັນບາງຄົນເຊື່ອວ່າ ອາດເປັນຜົນງານຂອງຄົນບໍ່ມີເຮືອນໃນພື້ນທີ່ທີ່ມີບັນຫາສຸຂະພາບຈິດ ເນື່ອງຈາກພົບສັນຍານຂໍ້ຄວາມທີ່ຄ້າຍຄືກັນນີ້ຢູ່ບໍລິເວນອື່ນດ້ວຍ ໃນຂະນະທີ່ບາງຄົນຄາດເດົາວ່າ ຂໍ້ຄວາມດັ່ງກ່າວອາດເປັນສ່ວນໜຶ່ງຂອງໂຄງການສະຕຣີດອາດ ຫຼື ການປະທ້ວງຕໍ່ຕ້ານການຍົກຍ້າຍໃນພື້ນທີ່ ຫຼື ໃນກໍລະນີທີ່ຮ້າຍແຮງທີ່ສຸດອາດຈະເປັນພຽງການຫຼິ້ນຕະຫຼົກເທົ່ານັ້ນ.

ຢ່າງໃດກໍຕາມ ຍັງບໍ່ມີຄຳອະທິບາຍຫຼືຄຳຕອບທີ່ຊັດເຈນວ່າແທ້ຈິງແລ້ວເປັນຂໍ້ຄວາມຈາກກຸ່ມໃດ ແລະ ໝາຍຄວາມວ່າຕ້ອງການຄວາມຊ່ວຍເຫຼືອຈິງຫຼືບໍ່ ໂດຍຮູບດັ່ງກ່າວຍັງເປັນປະເດັນທີ່ຖືກຖົກຖຽງຫຼາຍຢູ່ໃນຂະນະນີ້ ພ້ອມທັງມີການຮ້ອງຂໍໃຫ້ທາງຫນ່ວຍງານລັດເຂົ້າໄປກວດສອບ.

ຂ່າວຈາກ The Express Tribune, LatestLY

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-30T112203.287
ຜົວໃຊ້ປືນແກັບຍິງເມຍ ເສຍຊີວິດ ຍ້ອນໃຈຮ້າຍ ແລະ ຫຶງຫວງ
jane - 2025-10-30T111835.403
ນາຍຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຕອນບ່າຍວັນທີ 29 ຕຸລາ 2025
site cover1 - 2025-10-30T101029.546
ແຮ່ແຣ້ເອີທ໌ Rare Earth ແມ່ນຫຍັງ ສຳຄັນແນວໃດ?
pele - 2025-10-30T095930.799
ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ
jane - 2025-10-30T093941.368
ແຈ້ງການປັບຂຶ້ນລາຄານ້ຳມັນທຸກປະເພດເລີ່ມ ວັນທີ​ 30 ຕຸລາ​ 2025 ດັ່ງລຸ່ມນີ້:
jane - 2025-10-30T090454.884
ລາຍງານສະພາບອາກາດປະຈໍາເຊົ້າວັນທີ 30 ຕຸລາ 2025
jane - 2025-10-29T164702.675
ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເເຈ້ງການດັ່ງລຸ່ມນີ້:
jane - 2025-10-29T160031.841
ໄຂລະຫັດລັບ "Trick or Treat" ຄຳເວົ້າຍອດນິຍົມໃນວັນຮາໂລວີນ (Halloween)
pele - 2025-10-29T155408.470
ຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ
site cover1 - 2025-10-29T150451.746
YouTube ຄຸມເຂັ້ມ! ປິດກັ້ນເນື້ອຫາ “ຄວາມຮຸນແຮງ” ໃນວິດີໂອເກມ ຈຳກັດອາຍຸຜູ້ຊົມຕໍ່າກວ່າ 18 ປີ
ຢ່າລື່ມກົດຕິດຕາມ