
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນ ແຂວງໄຊຍະບູລີ ໃນວັນທີ 27 ພະຈິກ 2024 ນີ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີນີ້, ແມ່ນໄດ້ເລື່ອນຈາກວັນ ເວລາທີ່ແຂວງໄດ້ກໍານົດໃນເບື້ອງຕົ້ນ ຄືວັນທີ 25-30 ມັງກອນ 2025.
ແຕ່ເນື່ອງຈາກວ່າ ໃນຊ່ວງເວລາດັ່ງກ່າວ ແມ່ນກົງກັບເທດສະການືກຸດຈີນ-ເຕດຫວຽດ ແລະ ການຈັດງານເທດສະການດອກງິ້ວບານ ຂອງແຂວງບໍ່ແກ້ວ. ເຊິ່ງອາດຈະເຮັດໃຫ້ແຂກ ແລະ ນັກທ່ອງຶທ່ຽວ ທີ່ຈະເຂົ້າມາຮ່ວມງານຫຼຸດລົງ, ສະນັ້ນ ແຂວງໄຊຍະບູລີຂອງພວກເຮົາຈຶ່ງໄດ້ ກໍານົດເອົາການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ມາຈັດໃສ່ລະຫວ່າງວັນທີ 18-24 ກຸມພາ 2025.
ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025 ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













