2
ປກສ ແຂວງບໍລິຄຳໄຊ ມ້າງຄະດີຢາເສບຕິດລາຍໃຫຍ່ ຜູ້ຖືກຫາເປັນຄົນໄທ 8 ຄົນລາວ 1 ຢຶດຢາບ້າ ແລະ ໄອສ໌ ໄດ້ຈຳນວນຫຼາຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 30 January, 2025
ໝວດ: ຂ່າວ

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ວັນທີ 15 ມັງກອນ 2025, ເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີກຸ່ມຄົນຕ່າງປະເທດຈຳນວນໜຶ່ງໄດ້ເຊົ່າເຮືອນປະຊາຊົນຢູ່ເຂດເທດສະບານເມືອງປາກຊັນ ແຂວງບໍຄຳໄຊ ເປັນສະຖານທີ່ພັກອາໄສຊົ່ວຄາວ ເພື່ອເປັນບ່ອນກະທຳຜິດ ແລະ ຊຸກເຊື່ອງຢາເສບຕິດ ແລ້ວສົ່ງອອກໄປຕ່າງປະເທດ.

 

#ຫຼັງຈາກນັ້ນ, ຄະນະກອງບັນຊາການ ໄດ້ຊີ້ນຳໃຫ້ເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ ເຫັນວ່າມີຄວາມຈິງ, ຈິ່ງໄດ້ຂຶ້ນບັນຊີເປົ້າໝາຍຕິດຕາມ ມາຮອດວັນທີ 21 ມັງກອນ 2025, ເວລາປະມານ 17: 00 ໂມງ ໄດ້ເຫັນເປົ້າໝາຍຂີ່ລົດເກງສີດຳໝາຍເລກທະບຽນໄທ ກສ 1175 ພະນະຄອນສີອະຍຸດທະຍາ ຂັບຂີ່ມຸ່ງໜ້າໄປນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາບ້ານທວາຍ ເມືອງທ່າພະບາດ ລັດລົດຄັນດັ່ງກ່າວ ເພື່ອກວດກາ.

#ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ 97 ມັດ 194.000 ເມັດ, ຢາໄອ ຈຳນວນ 15 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນລົດ ພ້ອມທັງໄດ້ກັກຕົວຜູ້ຖືກຫາ ຈຳນວນ 2 ຄົນ ນຳມາສອບສວນຢ່າງເລັ່ງດ່ວນ ຈິ່ງຮູ້ວ່າ ຍັງມີຜູ້ກ່ຽວຂ້ອງ, ເຈົ້າໜ້າທີ່ຈິ່ງເຂົ້າກວດຄົ້ນສະຖານທີ່ທີ່ຕ້ອງສົງໄສທີ່ໄດ້ຂໍ້ມູນໃນເບື້ອງຕົ້ນ ສາມາດຢຶດຂອງກາງ ໄດ້ຫຼາຍລາຍການຄື: ເຄື່ອງຈັກຜະລິດຢາບ້າຈຳນວນ 1 ເຄື່ອງ, ເຄື່ອງຈັກຕີແປ້ງຜະລິດຢາບ້າ 1 ເຄື່ອງ, ແປ້ງສານເຄມີຕັ້ງຕົ້ນຜະລິດຢາບ້າ 154 ກິໂລກຼາມ, ຢາໄອສ໌ 23 ຫໍ່ ໜັກ 30 ກິໂລກຼາມ, ແປ້ງຂາວ 5 ກິໂລກຼາມ, ຖົງຢາງສີຟ້າ 19 ກິໂລກຼາມ, ໃບກະທ່ອມ 19 ກິໂລກຼາມ, ຢາດີໄອ 15 ແກັດນ້ອຍ, ສີປະສົມສີແດງ 5 ກະປ໋ອງ, ນໍ້າຢາແຕ່ງກິ່ນ 21 ແກ້ວ ແລະອື່ນໆອີກຈຳນວນໜຶ່ງ. ກັກຕົວຜູ້ຖືກຫາເພີ່ມອີກ ຈຳນວນ 6 ຄົນ ຍິງ 1 ຄົນ ລວມທັງໝົດ 8 ຄົນ ເຊິ່ງທັງໝົດເປັນຄົນສັນຊາດໄທ .

1. ທ້າວ ອານັນ ອານັດທະລັດ ອາຍຸ 45 ປີ ອາຊີບກຳມະກອນ ຢູ່ບ້ານລາດພ້າວ ເມືອງກະບີ່ ກຸງເທບມະຫານະຄອນ.
2. ທ້າວ ບັນລືລິດ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານອ່າວລຶກ ເມືອງອ່າວລຶກແຂວງກະບີ່.
3. ທ້າວ ສາລະວຸດ ອາຍຸ 40 ປີ ກຳມະກອນ ຢູ່ບ້ານທ່າສາລາ ເມືອງທ່າສາລາ ແຂວງນະຄອນສີທຳມະລາດ
4. ທ້າວ ພັດສະລະກອນ ອາຍ 36 ປີ ພະນັກງານ ຢູ່ບ້ານບາງເຂນ ເມືອງບາງເຂນ ກຸງເທບມະຫານະຄອນ.
5. ທ້າວ ພັດຕະພັດ ( ເບີດ ) ອາຍຸ 34 ປີ ຢູ່ບ້ານກາຍ ເມືອງທ່າສາລາ ແຂວງນະຄອນສີທຳມະລາດ.
6. ທ້າວ ເອກະສິດ ອາຍຸ 38 ປີ ຢູ່ບ້ານຊອຍທາງສຳເລັດ ເມືອງນົນທະບູລີ ແຂວງນົນທະບູລີ
7. ທ້າວ ອາລຸນ ອາຍຸ 36 ປີ ຢູ່ບ້ານປາກພູນ ເມືອງນະຄອນສີ ແຂວງນະຄອນສີທຳມະລາດ
8. ນາງ ທັດຊະນີພັນ ອາຍຸ 38 ປີ ຢູ່ບ້ານຄອງເຕີຍ ເມືອງຄອງເຕີຍ ກຸງເທບມະຫານະຄອນ.

#ຜ່ານການສອບສວນຂະຫຍາຍຜົນເພີ່ມເຕີມ, ມາຮອດວັນທີ 26 ມັງກອນ 2025 ເຈົ້າໜ້າທີ່ສາມາດກັກຕົວຜູ້ຮ່ວມຂະບວນການໄດ້ຕື່ມອີກ 1 ຄົນ ຄື: ທ້າວ ສີທັນ ອາຍຸ 48 ປີ ອາຊີບເຮັດ ນາ ຢູ່ບ້ານສອດ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມເຄື່ອງຂອງກາງປືນສັ້ນຈຳນວນ 1 ກະບອກ ລູກປືນ 5 ລູກ, ລົດກະບະວີໂກ ສີດຳ 1 ຄັນ, ເຄື່ອງຈັກຜະລິດຢາບ້າ 1 ເຄື່ອງ, ແປງສານເຄມີຄາເຟອິນສານຕັ້ງຕົ້ນຜະລິດຢາບ້າ ຈຳນວນ 2 ເປົາ ໜັກ 50 ກິໂລກຼາມ, ຖົງຢາງສີດຳ 1 ເປົາ, ແປງໃຊ້ປະສົມຢາບ້າສີສົ້ມ 3 ຖົງ ໜັກ 20,4 ກິໂລກຼາມ, ເບົ້າຕອກອັດເມັດຢາບ້າ 80 ຫົວ, ທາດລະເບີດໝາກຝ້າ 4 ແທ່ງ.

ຂໍ້ມູນ: ປກສ ແຂວງບໍລິຄຳໄຊ #ໜັງສືິພິມຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ