ສື່ຍີ່ປຸ່ນ ລາຍງານວ່າ ຕຳຫຼວດໄທ ອຳເພີແມ່ສອດ ຈັງຫວັດຕາກ ໄດ້ໃຫ້ການດູແລໄວລຸ້ນຊາຍຊາວຍີ່ປຸ່ນອາຍຸ 16 ປີ ທີ່ຖືກຊ່ວຍໄດ້ອອກຈາກກຸ່ມຄໍເຊັນເຕີທີ່ຖືກຫຼອກລວງໃນຝັ່ງມຽນມາໃນເດືອນນີ້ ຄາດວ່າໄວລຸ້ນຄົນດັ່ງກ່າວຖືກກຸ່ມຄໍເຊັນເຕີໃນມຽນມາບັງຄັບໃຫ້ເຮັດວຽກ ການຊ່ວຍໄວລຸ້ນຄົນນີ້ໄດ້ຮັບການຮ້ອງຂໍຈາກລັດຖະບານຍີ່ປຸ່ນ ເຮັດໃຫ້ເຈົ້າຫນ້າທີ່ຕຳຫຼວດອອກປະຕິບັດການຄົ້ນຫາຈົນສາມາດຊ່ວຍໄດ້ໃນທີ່ສຸດ ແລະຄາດວ່າລາວອາດຈະເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ
ກ່ອນໜ້ານີ້ໃນເດືອນຜ່ານມາ ລັດຖະບານໄທຍ໌ກໍ່ໄດ້ໃຫ້ການຊ່ວຍເຫຼືອນັກຮຽນມັດທະຍົມຊາວຍີ່ປຸ່ນອາຍຸ 17 ປີອີກຄົນໜຶ່ງ ຕຳຫຼວດເຊື່ອວ່ານັກຮຽນຄົນດັ່ງກ່າວຖືກບັງຄັບໃຫ້ເຮັດວຽກໃນກຸ່ມຄໍເຊັນເຕີໃນມຽນມາເຊັ່ນດຽວກັນ
ຂະນະທີ່ເວັບໄຊຂອງຫນັງສືພິມຍູມິອູຣິ ລາຍງານວ່າ ລັດຖະບານໄທຍ໌ໄດ້ສົ່ງຕົວເດັກຊາຍອາຍຸ 16 ປີ ໃຫ້ແກ່ສະຖານທູດຍີ່ປຸ່ນແລ້ວ ໃນວັນທີ 13 ກຸມພາ ແຕ່ລາຍລະອຽດກ່ຽວກັບວັນທີແລະວິທີການທີ່ເຮັດໃຫ້ລາວຖືກເຄາະຮ້າຍຈາກການຄ້າມະນຸດນັ້ນຍັງບໍ່ມີຄວາມຊັດເຈນ ແລະໃນວັນດຽວກັນ ຕຳຫຼວດໄທຍ໌ຍັງຈັບຕົວຊາຍຊາວຍີ່ປຸ່ນອາຍຸ 29 ປີ ທີ່ຖືກສົງໃສວ່າເປັນຜູ້ບັງຄັບໃຫ້ນັກຮຽນອາຍຸ 17 ປີ ໄປເຮັດວຽກໃຫ້ກຸ່ມຄໍເຊັນເຕີ
ຕຳຫຼວດຍັງແຈ້ງວ່າ ໄດ້ຄວບຄຸມຕົວຊາຍຊາວຍີ່ປຸ່ນອີກ 4 ຄົນ ໂດຍຕຳຫຼວດເຊື່ອວ່າທັງ 4 ຄົນນີ້ ມີສ່ວນຮ່ວມກັບການປະຕິບັດງານຂອງກຸ່ມຄໍເຊັນເຕີໃນມຽນມາ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |