1740908484_518413-tnamcot-e1740908563141
ຈີນຊອກຫາວິທີຢັບຢັ້ງພື້ນທີ່ປ່ຽນເປັນທະເລຊາຍໃນຊິນຈຽງ-ມົງໂກເລຍໃນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 3 March, 2025

ສື່ທາງການຈີນລາຍງານຂ່າວທາງການໄດ້ດຳເນີນໂຄງການຄວບຄຸມພື້ນທີ່ບໍ່ໃຫ້ເຊື່ອມໂຊມແລະປ່ຽນສະພາບກາຍເປັນທະເລຊາຍໃນເຂດປົກຄອງຕົນເອງ 2 ແຫ່ງ ຄື: ມົງໂກເລຍໃນ ທີ່ຕັ້ງຢູ່ພາກເໜືອ ແລະ ຊິນຈຽງອຸຍກູ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອ.

CCTV+ ເຊິ່ງເປັນສຳນັກຂ່າວວິດີໂອໃນສັງກັດຂອງສະຖານີວິທະຍຸໂທລະພາບກາງແຫ່ງປະເທດຈີນ ຫຼື CCTV ລາຍງານວ່າ ໂຄງການຄວບຄຸມພື້ນທີ່ບໍ່ໃຫ້ປ່ຽນສະພາບເປັນທະເລຊາຍໃນມົງໂກເລຍໃນໄດ້ເປີດຕົວເມື່ອວັນສຸກທີ່ຜ່ານມາ ເພື່ອຢັບຢັ້ງການຂະຫຍາຍຕົວຂອງທະເລຊາຍປາຕັນຈຶ໋ຫລິນ (Badain Jaran Desert), ທະເລຊາຍເຖິງເກ໋ຫລີ່ (Tengger Desert) ແລະ ທະເລຊາຍອູຫລານປູ້ເຫີ (Ulan Buh Desert) ໂດຍຕັ້ງເປົ້າຈະສ້າງແນວປ້ອງກັນຊາຍສ່ວນສຸດທ້າຍໄລຍະທາງ 430 ກິໂລແມັດໃຫ້ແລ້ວສຳເລັດພາຍໃນ 6 ເດືອນ ຫລັງຈາກສ້າງໄປແລ້ວ 1,425 ກິໂລແມັດ ເປັນແນວປ້ອງກັນທີ່ປະກອບດ້ວຍການໃຊ້ແຜງພະລັງງານແສງຕາເວັນຄວບຄຸມຊາຍ, ການປູກຕົ້ນໄມ້ ແລະ ການຟື້ນຟູພືດພັນ.

ປູກດອກກຸຫລາບໃນຊິນຈຽງອຸຍກູ

ສ່ວນທີ່ຊິນຈຽງອຸຍກູ ທາງການດຳເນີນການປູກຕົ້ນກຸຫລາບເພື່ອຢຸດຢັ້ງການຂະຫຍາຍຕົວຂອງທະເລຊາຍທາກລິມາກັນ (Taklimakan Desert) ດອກກຸຫລາບມີລະບົບຮາກທີ່ແຂງແຮງ, ຂະຫຍາຍແລະເຕີບໂຕໄດ້ໄວ, ສາມາດເຕີບໂຕເປັນກຳແພງດອກໄມ້ສູງ 2-3 ແມັດໄດ້ພາຍໃນເວລາ 2-3 ປີ, ຊ່ວຍຫລຸດອັນຕະລາຍຈາກພາຍຸຊາຍແລະຫລຸດການເຮັດໃຫ້ດິນເຊື່ອມໂຊມຈົນປ່ຽນສະພາບເປັນທະເລຊາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
ຢ່າລື່ມກົດຕິດຕາມ