
ປັກກິ່ງ 3 ມີນາ – ສື່ມວນຊົນທາງການຈີນໃຫ້ຂໍ້ມູນກ່ຽວກັບການປະຊຸມສອງສະພາ (Two Sessions) ທີ່ຈະເລີ່ມຂຶ້ນໃນວັນທີ 4 ມີນາ ແລະ ວັນທີ 5 ມີນາ
ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຊ່ວງຕົ້ນເດືອນມີນາເປັນສັນຍານການເລີ່ມຕົ້ນລະດູການທາງການເມືອງຂອງ “ການປະຊຸມ ສອງສະພາ” ເປັນການປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຫຼື ເອັນພີຊີ (NPC) ຊຶ່ງເປັນສະພານິຕິບັນຍັດລະດັບສູງສຸດ ແລະ ການປະຊຸມປະຈຳປີຂອງຄະນະກຳມະການແຫ່ງຊາດປະຈຳສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ ຫຼື ຊີພີພີຊີຊີ (CPPCC) ຊຶ່ງເປັນໜ່ວຍງານທີ່ປຶກສາທາງການເມືອງລະດັບສູງສຸດຂອງຈີນ
ທັງສອງສະພາມີວາລະດຳລົງຕຳແໜ່ງ 5 ປີ ແລະ ຈັດການປະຊຸມເຕັມຄະນະທຸກປີ NPC ຊຸດທີ 14 ມີສະມາຊິກເກືອບ 3,000 ຄົນ ສ່ວນ CPPCC ມີສະມາຊິກຫຼາຍກວ່າ 2,000 ຄົນ.
NPC ເປັນໜ່ວຍງານລັດທີ່ມີອຳນາດສູງສຸດ ນອກຈາກເຮັດໜ້າທີ່ໃນຖານະສະພານິຕິບັນຍັດລະດັບສູງສຸດແລ້ວ ຍັງມີອຳນາດເລືອກຕັ້ງຄະນະຜູ້ນຳປະເທດ ລວມເຖິງອະນຸມັດງົບປະມານລັດຖະບານ, ແຜນການພັດທະນາລະດັບຊາດ ແລະ ອື່ນໆ.
CPPCC ເປັນສະຖາບັນສຳຄັນຂອງຄວາມຮ່ວມມືລະຫວ່າງພັກການເມືອງທີ່ນຳໂດຍພັກຄອມມິວນິດຈີນ (CPC) ແລະ ການປຶກສາຫາລືທາງການເມືອງ, ຈັດເປັນໜ່ວຍງານທີ່ປຶກສາສະເພາະທາງໃນລະບອບປະຊາທິປະໄຕທີ່ປະຊາຊົນມີສ່ວນຮ່ວມທັງຂະບວນການຂອງຈີນ. ໂດຍສະມາຊິກສະພາຯ ຈະໃຫ້ຄຳແນະນຳກ່ຽວກັບນະໂຍບາຍ ແລະ ປະເດັນສຳຄັນລະດັບຊາດ ທັງການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ນິເວດວິທະຍາ.
ການປະຊຸມປະຈຳປີຂອງທັງສອງສະພາມັກຈັດຂຶ້ນຄູ່ກັນໃນຊ່ວງເວລາດຽວກັນ ຈຶ່ງເປັນທີ່ມາຂອງການເອີ້ນວ່າ “ການປະຊຸມສອງສະພາ” ໂດຍປີນີ້ ການປະຊຸມ NPC ເລີ່ມຕົ້ນວັນທີ 5 ມີນາ ສ່ວນການປະຊຸມ CPPCC ເລີ່ມຕົ້ນວັນທີ 4 ມີນາ.
ປະເດັນສຳຄັນຂອງການປະຊຸມສອງສະພາ ໄດ້ແກ່ ເປົ້າໝາຍການເຕີບໂຕປະຈຳປີຂອງຜະລິດຕະພັນມວນລວມພາຍໃນປະເທດຫຼືຈີດີພີ (GDP) ຊຶ່ງຈະມີການເຜີຍແຜ່ຕົວເລກຜ່ານລາຍງານການປະຕິບັດງານຂອງລັດຖະບານ ໃນການເປີດປະຊຸມ NPC ລວມເຖິງຕົວຊີ້ວັດທາງເສດຖະກິດທີ່ສຳຄັນອື່ນໆ ເຊັ່ນ ອັດຕາສ່ວນການຂາດດຸນຕໍ່ຈີດີພີ ແລະ ເປົ້າໝາຍເງິນເຟີ້ ແລະ ພັນທະກິດການພັດທະນາຂອງປີທັງໝົດ.
ການປະຊຸມສອງສະພາຍັງຈະກວດກາທົບທວນແຜນການພັດທະນາເສດຖະກິດ ແລະ ສັງຄົມລະດັບຊາດຂອງປີ 2568 ລວມເຖິງງົບປະມານລັດຖະບານ ຊຶ່ງຈະສະແດງພາບອັນຊັດເຈນຂອງການຈັດລຳດັບຄວາມສຳຄັນທາງນະໂຍບາຍ, ເປົ້າໝາຍການພັດທະນາຕ່າງໆ ແລະ ຍຸດທະສາດທາງການເງິນຂອງຈີນ.
ນອກຈາກນັ້ນ, ການປະຊຸມປະຈຳປີຂອງ NPC ຈະອອກຫຼືແກ້ໄຂກົດໝາຍ, ໂດຍສະເພາະກົດໝາຍທີ່ມີຄວາມສຳຄັນຢ່າງຍິ່ງ ໄດ້ແກ່ ລັດຖະທຳມະນູນ, ປະມວນກົດໝາຍແພ່ງ, ກົດໝາຍກຳກັບດູແລ ແລະ ກົດໝາຍການລົງທຶນຈາກຕ່າງປະເທດ. ໂດຍປີນີ້ສະມາຊິກສະພາຯ ຈະພິຈາລະນາແກ້ໄຂຮ່າງກົດໝາຍວ່າດ້ວຍ ສະມາຊິກ NPC ແລະ ສະພາຜູ້ແທນປະຊາຊົນທ້ອງຖິ່ນທຸກລະດັບ ນັບເປັນການແກ້ໄຂຄັ້ງທີ 4 ຕັ້ງແຕ່ປະກາດໃຊ້ໃນປີ 2535.
ສະມາຊິກ NPC ຈະທົບທວນລາຍການປະຕິບັດງານຂອງຄະນະກຳມະການຖາວອນປະຈຳສະພາຯ ແລະ ປະກາດແຜນງານນິຕິບັນຍັດປະຈຳປີ ໃນຂະນະທີ່ຫົວໜ້າສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດຈະນຳສະເໜີລາຍງານການປະຕິບັດງານແຍກກັນ ເພື່ອຊີ້ແຈງລາຍລະອຽດຜົນການປະຕິບັດງານຂອງໜ່ວຍງານຕຸລາການ ແລະ ໄອຍະການ.
ຂະນະດຽວກັນບັນດາເຈົ້າໜ້າທີ່ລັດຖະບານອາວຸໂສຈະພົບປະສື່ມວນຊົນນອກຮອບການປະຊຸມສອງສະພາ ຊຶ່ງຄາດວ່າການຖະແຫຼງຂ່າວຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ເນື່ອງຈາກສະທ້ອນຈຸດຢືນ ແລະ ນະໂຍບາຍການຕ່າງປະເທດຂອງຈີນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














