
ເວລາ 1:10 ໂມງ ຂອງວັນທີ 4 ມີນາ 2025, ເກີດເຫດໄຟໄໝ້ ຮ້ານຂາຍເຄື່ອງຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ (ຕະຫຼາດດາວເຮືອງ) ນະຄອນປາກເຊ, ແຂວງຈໍາປາ ສັກ.
ທ່ານ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການບໍລິຫານ ບໍລິສັດ ບໍລິການ ການຄ້າປາກເຊ ຜູ້ຊີ້ນໍາວຽກງານຮັກສາ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼາດໃໝ່ປາກເຊ ໃຫ້ຂໍ້ມູນວ່າ: ເວລາປະມານ 1:10 ໂມງ ໄດ້ເກີດເຫດການໄຟໄໝ້ ເຮືອນຫ້ອງແຖວ ສອງຊັ້ນ ຢູ່ຂ້າງຕະຫຼາດ ດ້ານໜ້າ ແປະກັບເສັ້ນທາງໃຫຍ່ ຈາກສະ ໜາມກິລາ ໄປຫາວົງວຽນປາຄ່າດ້ານຂ້າງຕິດກັບທາງເຂົ້າຕະຫຼາດ (ບໍ່ແມ່ນຂອບ ເຂດຕະຫຼາດ ແຕ່ມີພື້ນທີ່ເຊື່ອມຕໍ່ກັບຕະຫຼາດ).
ເມື່ອເກີດເຫດ, ເວລາ 1:20 ໂມງ, ຄະນະຮັບຜິດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ ພ້ອມຄະນະບໍລິຫານ ແລະ ພະນັກງານປ້ອງກັນ, ພະນັກງານຈັດສັນຕະຫຼາດ ລວມ 38 ສະຫາຍ ໄດ້ຮ່ວມກັນເຮັດໜ້າທີ່ ຄື: ຊ່ວຍເຄື້ອນຍ້າຍລົດຈັກອອກຈາກຮ້ານບ່ອນໃກ້ກັບຫ້ອງແຖວທີ່ເກີດໄຟໄໝ້, ຊ່ວຍສະກັດກັ້ນບໍ່ໃຫ້ຄົນເຂົ້າໃນສະຖານທີ່ເກີດເຫດ, ຊ່ວຍເຈົ້າໜ້າທີ່ມອດໄຟ ແລະ ສະກັດກັ້ນບໍ່ໃຫ້ໄຟລາມໄປຈຸດອື່ນ.
ພ້ອມນີ້ ໄດ້ນໍາລົດດັບເພີງ 1 ຄັນ ແລະ ລົດສະແຕກນໍ້າ 1 ຄັນ ຂອງບໍລິສັດ ບໍລິ ການ ການຄ້າ ປາກເຊ ເຂົ້າຮ່ວມໃນການແກ້ໄຂ. ເຮັດໃຫ້ສາມາດມອດໄຟໄດ້ໂດຍພື້ນຖານໃນເວລາ 5.20 ໂມງ. ສ່ວນຜົນເສຍຫາຍລະອຽດ ເຈົ້າໜ້າທີ່ຍັງເກັບກໍາຂໍ້ມູນ, ແຕ່ຂໍ້ມູນເບື້ອງຕົ້ນພົບເຫັນຫ້ອງແຖວທີ່ຖືກໄໝ້ໜົດ 1 ຫ້ອງ , ຖືກໄຟລວກ ແລະ ໄໝ້ເລັກນ້ອຍ 4 ຫ້ອງ. ສໍາລັບສາເຫດໄຟໄໝ້ຄັ້ງນີ້ ຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່.
ຂ່າວ: ທູນທອງໃຈ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














