ວໍຊິງຕັນ, 5 ມີນາ – ປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດຖືກຂັດຂວາງໂດຍສະມາຊິກພັກເດໂມແຄຣັດໃນລະຫວ່າງການກ່າວຄຳຖະແຫຼງຕໍ່ກອງປະຊຸມຮ່ວມລັດຖະສະພາ (joint address to Congress) ເປັນຄັ້ງທຳອິດຫຼັງຈາກກັບຄືນສູ່ທຳນຽບຂາວ ດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2.
ການກ່າວຄຳຖະແຫຼງໄດ້ເລີ່ມຂຶ້ນເວລາ 21:19 ໂມງ ຂອງວັນອັງຄານຕາມເຂດເວລາຕາເວັນອອກ, ເຊິ່ງກົງກັບເວລາ 09:19 ໂມງຂອງມື້ນີ້ຕາມເວລາລາວ. ກ່ອນການກ່າວຄຳຖະແຫຼງ, ສະມາຊິກລັດຖະສະພາຈາກພັກລີພັບລິກັນໃນທີ່ປະຊຸມໄດ້ຕົບມືແລະສົ່ງສຽງເຊຍໃຫ້ເພິ່ນ. ທ່ານທຣຳເລີ່ມຕົ້ນດ້ວຍການເວົ້າວ່າ ອາເມລິກາກັບຄືນມາແລ້ວ, ລັດຖະບານຂອງເພິ່ນໄດ້ສຳເລັດຫຼາຍສິ່ງພາຍໃນໄລຍະເວລາ 43 ວັນ, ຫຼາຍກວ່າທີ່ລັດຖະບານສ່ວນໃຫຍ່ສຳເລັດໃນ 4 ປີ ຫຼື 8 ປີ, ແລະ ອ້າງວ່າເປັນຄັ້ງທຳອິດໃນປະຫວັດສາດສະໄໝໃໝ່ທີ່ຊາວອາເມລິກັນສ່ວນໃຫຍ່ເຊື່ອວ່າປະເທດກຳລັງເດີນໄປໃນທິດທາງທີ່ຖືກຕ້ອງ.
ສະມາຊິກສະພາອັລ ກຣີນ
ເຖິງຢ່າງໃດກໍຕາມ, ໃນໄລຍະທີ່ທ່ານທຣຳເວົ້າໄດ້ບໍ່ເຖິງ 10 ນາທີ, ສະມາຊິກສະພາຈາກພັກເດໂມແຄຣັດໄດ້ຂັດຂວາງດ້ວຍສຽງໂຫ່, ເຮັດໃຫ້ທ່ານໄມຄ໌ ຈອນສັນ ປະທານສະພາຜູ້ແທນລາສະດອນຈາກພັກລີພັບລິກັນຕ້ອງກ່າວເຕືອນ ແລະ ສັ່ງໃຫ້ຕຳຫຼວດສານນຳພາທ່ານອັລ ຫຼື ອະເລັກແຊນເດີ ກຣີນ, ສະມາຊິກສະພາຈາກລັດເທັກຊັສ, ພັກເດໂມແຄຣັດອອກຈາກທີ່ປະຊຸມຫຼັງຈາກທ່ານກຣີນລຸກຂຶ້ນຢືນແລະຍົກໄມ້ເທົ້າຂຶ້ນ, ພ້ອມທັງຮ້ອງວ່າ ທ່ານທຣຳບໍ່ມີອຳນາດໃນການປົກຄອງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |