site cover (2)
ພາຍຸໄຊໂຄລນຖະລົ່ມຕາຝັ່ງທາງຕາເວັນອອກຂອງອົດສະຕາລີ, ເຈົ້າໜ້າທີ່ແນະນຳປະຊາຊົນໃຫ້ຟ້າວອົບພະຍົບ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 6 March, 2025

ວັນທີ 5 ມີນາ 2025 ອົດສະຕາລີກຽມປະເຊີນກັບພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງກຳລັງເຄື່ອນຕົວມາຍັງເມືອງບຣິສເບນທີ່ມີປະຊາກອນຫຼາຍເປັນອັນດັບ 3 ຂອງປະເທດ. ເຈົ້າໜ້າທີ່ລັດຖະບານອົດສະຕາລີໄດ້ຂໍຄວາມຮ່ວມມືຈາກປະຊາຊົນໃນເຂດຊານເມືອງທີ່ສ່ຽງຕໍ່ນ້ຳຖ້ວມໃຫ້ອົບພະຍົບໂດຍໄວທີ່ສຸດ.

 

ສຳນັກງານອຸຕຸນິຍົມວິທະຍາອົດສະຕາລີໄດ້ອອກປະກາດເຕືອນໄພພາຍຸຄອບຄຸມພື້ນທີ່ກວ່າ 500 ກິໂລແມັດ ຕາມແນວຝັ່ງໃນລັດຄວີນສແລນດ໌ ແລະ ນິວເຊົາເວວ, ເຊິ່ງສົ່ງຜົນກະທົບຕໍ່ປະຊາກອນຫຼາຍລ້ານຊີວິດ.

จส. 100

ສຳນັກງານອຸຕຸນິຍົມວິທະຍາລະບຸວ່າ ກະແສລົມແຮງທີ່ມີຄວາມໄວລົມສູງເຖິງ 155 ກິໂລແມັດຕໍ່ຊົ່ວໂມງ ອາດທະວີກຳລັງແຮງຂຶ້ນຕັ້ງແຕ່ຊ່ວງບ່າຍວັນພະຫັດ (6 ມີນາ) ແລະ ຄາດວ່າພາຍຸລູກນີ້ຈະທະວີຄວາມຮຸນແຮງຈົນກາຍເປັນພາຍຸໝູນທີ່ມີຄວາມຮຸນແຮງລະດັບທີ 2 ໃນຊ່ວງເຊົ້າວັນສຸກ (7 ມີນາ) ເມື່ອເຄື່ອນຕົວເຂົ້າໃກ້ເມືອງບຣິສເບນ, ເມືອງຫຼວງຂອງລັດຄວີນສແລນດ໌.

 

ສຳນັກອຸຕຸນິຍົມວິທະຍາຍັງລະບຸອີກວ່າ ປະລິມານນ້ຳຝົນໂດຍລວມຈາກພາຍຸອັລເຟຣດອາດສູງເຖິງ 800 ມິລິແມັດໃນບາງພູມີພາກ, ເຊິ່ງສູງກວ່າຄ່າສະເລ່ຍສຳລັບເດືອນມີນາ ແລະ ອາດກໍ່ໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນທີ່ອັນຕະລາຍເຖິງຊີວິດ.

 

 

ເດວິດ ຄຣິຊາຟຸລລີ ນາຍົກເທດສະມົນຕີລັດຖະມົນຕີຄວີນສແລນດ໌ກ່າວກັບນັກຂ່າວວ່າ “ນີ້ເປັນໄພພິບັດທີ່ບໍ່ຄ່ອຍເກີດຂຶ້ນ ສຳລັບດິນແດນທາງຕາເວັນອອກ-ໃຕ້ຂອງຄວີນສແລນດ໌, ເປັນເວລາຫຼາຍສິບປີແລ້ວທີ່ພື້ນທີ່ແຖບນີ້ເຄີຍປະສົບກັບພາຍຸໄຊໂຄລນ.”

 

ຂະນະນີ້ບັນດາຜູ້ອາໄສກຳລັງອົບພະຍົບອອກຈາກບ້ານເຮືອນຂອງຕົນເອງ ແລະ ເຈົ້າໜ້າທີ່ເລັ່ງເປີດສູນອົບພະຍົບ. ນອກຈາກນີ້, ຖົງຊາຍຍັງຂາດແຄນ ແລະ ຊັ້ນວາງຂອງໃນຊຸບເປີມາເກັດຫຼາຍແຫ່ງກໍຫວ່າງເປົ່າ, ເນື່ອງຈາກຜູ້ຄົນຕ່າງຮີບຊື້ຂອງໃຊ້ຈຳເປັນ.

ສະຖານສຶກສາຫຼາຍແຫ່ງທາງຕາເວັນອອກສຽງໃຕ້ຂອງຄວີນສແລນດ໌ຈະປິດທຳການ ແລະ ການຂົນສົ່ງສາທາລະນະຈະຢຸດໃຫ້ບໍລິການໃນວັນພະຫັດ ແລະ ວັນສຸກ.

 

ຄຣິສ ມິນສ໌ ນາຍົກເທດສະມົນຕີລັດນິວເຊົາເວວລະບຸວ່າ ໂຮງຮຽນ 122 ແຫ່ງທາງຕອນເໜືອຂອງລັດນິວເຊົາເວວຈະປິດທຳການໃນວັນພຸດ ແລະ ວັນພະຫັດ ແລະ ປະຊາຊົນກຸ່ມເປາະບາງຈະຖືກຂໍໃຫ້ອອກຈາກພື້ນທີ່ພາຍໃນເຊົ້າວັນພະຫັດ.

ຂະນະທີ່ສາຍການບິນແຄວນຕັສປະກາດຍົກເລີກຫຼາຍຖ້ຽວບິນຈາກທາງຕາເວັນອອກສຽງໃຕ້ຂອງຄວີນສແລນດ໌ ແລະ ຕອນເໜືອຂອງນິວເຊົາເວວ ແລະ ອາດມີການຍົກເລີກຖ້ຽວບິນອື່ນໆອີກໃນອີກບໍ່ເທົ່າໃດມື້ຂ້າງໜ້າ.

 

ນອກຈາກນີ້, ການແຂ່ງຂັນກອລ໌ຟຍິງຊິງແຊມຢູໂຣບ (Ladies European Tour) ຖືກຍົກເລີກ, ຂະນະທີ່ການແຂ່ງຂັນຟຸດບອນລີກສ໌ ອົດສະຕາລີ (Australian Football League) ເຊິ່ງຈະຈັດຂຶ້ນທາງຕອນໃຕ້ຂອງຄວີນສແລນດ໌ໄດ້ຖືກເລື່ອນອອກໄປເຊັ່ນກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ