Copy of Copy of VP-Square (1200 x 628 px) (2)
ສານເກົາຫຼີໃຕ້ສັ່ງປ່ອຍຕົວປະທານາທິບໍດີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 7 March, 2025

ທີ່ໂຊ, 7 ມີນາ – ສານເກົາຫຼີໃຕ້ໄດ້ສັ່ງໃຫ້ປ່ອຍຕົວປະທານາທິບໍດີຢຸນ ຊອກ ຍອນ ຜູ້ທີ່ຖືກສະພາລົງມະຕິຖອດຖອນຈາກຕຳແໜ່ງ ຈາກສະຖານທີ່ຄວບຄຸມຕົວໃນມື້ນີ້ ຫຼັງຈາກສານຍອມຮັບຄຳຂໍຂອງເພິ່ນໃຫ້ຍົກເລີກການຈັບກຸມຈາກການທີ່ເພິ່ນປະກາດກົດໄອຍະການເປັນໄລຍະເວລາສັ້ນໆ

ທ່ານຢຸນ ຖືກຄຸມຕົວໄວ້ທີ່ສູນກັກກັນຕົວໃນເມືອງອຶຍວັງ (Uiwang) ທາງໃຕ້ຂອງນະຄອນຫຼວງໂຊ ຕັ້ງແຕ່ເຈົ້າໜ້າທີ່ສືບສວນນຳເພິ່ນໄປກັກຂັງໄວ້ທີ່ສູນແຫ່ງນີ້ເມື່ອວັນທີ 15 ມັງກອນ ໃນຂໍ້ຫາຍຸຍົງໃຫ້ເກີດການກະບົດຈາກການທີ່ເພິ່ນປະກາດກົດໄອຍະການເມື່ອວັນທີ 3 ທັນວາປີທີ່ແລ້ວ

ສານແຂວງກາງນະຄອນຫຼວງໂຊ ກ່າວວ່າ ໄດ້ອະນຸມັດຕາມຄຳຂໍຂອງທ່ານຢຸນ ເມື່ອເດືອນກຸມພາ ທີ່ໃຫ້ຍົກເລີກການຈັບກຸມແລະໃຫ້ປ່ອຍຕົວເພິ່ນເປັນອິດສະຫຼະ ຫຼັງຈາກວິນິດໄສແລ້ວເຫັນວ່າການຕັ້ງຂໍ້ຫາກໍ່ກະບົດ ເມື່ອວັນທີ 26 ມັງກອນ ທີ່ອະນຸຍາດໃຫ້ຂະຫຍາຍການຄວບຄຸມຕົວເພິ່ນ ເກີດຂຶ້ນຫຼັງຈາກທີ່ຊ່ວງເວລາໃນການຄວບຄຸມຕົວເພິ່ນໝົດອາຍຸໄປຮຽບຮ້ອຍແລ້ວຫຼາຍຊົ່ວໂມງ

ສານຍັງເຫັນພ້ອງຕາມທ່ານຢຸນ ທີ່ຕັ້ງຄຳຖາມກ່ຽວກັບຄວາມຂອບດ້ວຍກົດໝາຍໃນການສືບສວນເພິ່ນໂດຍສຳນັກງານກວດສອບການທຸຈະລິດຂອງເຈົ້າໜ້າທີ່ລະດັບສູງ ໃນຂໍ້ກ່າວຫາເລື່ອງກໍ່ກະບົດ ຊຶ່ງຢູ່ນອກເໜືອຂອບເຂດການສືບສວນຂອງໜ່ວຍງານແຫ່ງນີ້

ຫາກໄດ້ຮັບການປ່ອຍຕົວ ທ່ານຢຸນຈະມາຂຶ້ນສານໄດ້ໂດຍບໍ່ຕ້ອງມີການຄວບຄຸມຕົວເພິ່ນ ທະນາຍຄວາມຂອງທ່ານຢຸນກ່າວວ່າ ທ່ານຢຸນອາດຈະຍັງບໍ່ໄດ້ປ່ອຍຕົວໃນທັນທີ ເນື່ອງຈາກໄອຍະການສາມາດອຸທອນຄຳສັ່ງຂອງສານໄດ້ ສານລັດຖະທຳມະນູນຄາດວ່າຈະຕັດສິນວ່າຈະຖອດຖອນເພິ່ນຈາກຕຳແໜ່ງຫຼືບໍ່ໃນໄວໆນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ