
ໂຕກຽວ 9 ມີ.ຄ.- ຜົນສຳຫຼວດພາກເອກະຊົນພົບວ່າ ບໍລິສັດຍີ່ປຸ່ນກຳລັງຂາດແຄນພະນັກງານປະຈຳຄັ້ງຮ້າຍແຮງທີ່ສຸດໃນຮອບເກືອບ 5 ປີ
ເວັບໄຊສຳນັກຂ່າວເກຍໂດຂອງຍີ່ປຸ່ນລາຍງານຜົນການສຳຫຼວດຂອງບໍລິສັດເທໂກກຸ ດາຕ້າແບັງວ່າ ໃນບັນດາ 11,000 ບໍລິສັດທີ່ຕອບແບບສອບຖາມເມື່ອເດືອນມັງກອນ 2568 ມີບໍລິສັດຮ້ອຍລະ 53.4 ຕອບວ່າກຳລັງຕ້ອງການພະນັກງານປະຈຳເພີ່ມຂຶ້ນ ຖືເປັນຕົວເລກທີ່ສູງສຸດນັບຈາກເດືອນເມສາ 2563 ແລະ ໃກ້ແຕະສະຖິຕິສູງສຸດທີ່ຮ້ອຍລະ 53.9 ໃນການສຳຫຼວດເມື່ອເດືອນພະຈິກ 2561
ທຸລະກິດທີ່ຕ້ອງການພະນັກງານປະຈຳຫຼາຍທີ່ສຸດ ຄື ທຸລະກິດບໍລິການຂ່າວສານທີ່ຂາດແຄນວິສະວະກອນລະບົບ ຕາມດ້ວຍທຸລະກິດກໍ່ສ້າງ ຂະນະທີ່ບໍລິສັດຮ້ອຍລະ 30.6 ເປີດເຜີຍວ່າ ຂາດແຄນພະນັກງານພາທໄທມ໌ ໂດຍພົບວ່າທຸລະກິດຈັດຫາຄົນເຮັດວຽກຂາດແຄນພະນັກງານພາທໄທມ໌ຫຼາຍທີ່ສຸດ ແລະ ຫຼາຍກວ່າທຸລະກິດຮ້ານອາຫານ
ບໍລິສັດຮ້ອຍລະ 68.1 ທີ່ປະສົບບັນຫາຂາດແຄນຄົນເຮັດວຽກເປີດເຜີຍວ່າ ມີແຜນຈະຂຶ້ນເງິນເດືອນພະນັກງານປະຈຳໃນປີການເງິນ 2568 ທີ່ຈະເລີ່ມຕັ້ງແຕ່ເດືອນເມສາ ຫວັງຈູງໃຈພະນັກງານທີ່ມີຢູ່ໃຫ້ເຮັດວຽກກັບບໍລິສັດຕໍ່ໄປ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














