Copy of Copy of VP-Square (1200 x 628 px)
ສິງກະໂປແກ້ໄຂເຂດເລືອກຕັ້ງກ່ອນການເລືອກຕັ້ງທົ່ວໄປໃນປີນີ້
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 11 March, 2025

ສິງກະໂປ 11 ມີນາ – ສໍານັກງານການເລືອກຕັ້ງຂອງສິງກະໂປກ່າວວັນນີ້ວ່າ ສິງກະໂປໄດ້ປັບປຸງແກ້ໄຂເຂດເລືອກຕັ້ງ ເຊິ່ງເປັນຂັ້ນຕອນທີ່ສະແດງໃຫ້ເຫັນວ່າ ລັດຖະບານກໍາລັງກຽມການສໍາລັບການເລືອກຕັ້ງທົ່ວໄປ

ສິງກະໂປຈະຕ້ອງຈັດການເລືອກຕັ້ງພາຍໃນເດືອນພະຈິກ 2025 ແຕ່ນາຍົກລັດຖະມົນຕີສາມາດປະກາດໃຫ້ມີການເລືອກຕັ້ງກ່ອນກໍານົດໄດ້. ການເລືອກຕັ້ງຄັ້ງນີ້ຈະເປັນການທົດສອບທາງການເລືອກຕັ້ງຄັ້ງທໍາອິດສໍາລັບນາຍົກລັດຖະມົນຕີລອວ໌ເຣນຊ໌ ຫວ່ອງ ເຊິ່ງເຂົ້າຮັບຕໍາແໜ່ງນາຍົກລັດຖະມົນຕີສືບຕໍ່ຈາກທ່ານລີ ເຊຍນລຸງ ເມື່ອເດືອນພຶດສະພາປີທີ່ຜ່ານມາ.

ພັກກິດຈະປະຊາຊົນ ຫຼື ພີເອພີ ຂອງທ່ານຫວ່ອງ ຈະຊະນະການເລືອກຕັ້ງຢ່າງແນ່ນອນທີ່ສຸດແລະກວາດບ່ອນນັ່ງໃນລັດຖະສະພາເປັນສ່ວນໃຫຍ່ ເຊັ່ນເດີມຄືກັບທີ່ປະກົດໃນການເລືອກຕັ້ງທຸກຄັ້ງທີ່ຜ່ານມານັບຕັ້ງແຕ່ໄດ້ເອກະລາດເມື່ອປີ 1965.

ລາຍງານເລື່ອງການກໍານົດເຂດເລືອກຕັ້ງໃໝ່ທີ່ປະກາດໃນວັນນີ້ຖືກຈັບຕາມອງຢ່າງໃກ້ຊິດເນື່ອງຈາກວັນເລືອກຕັ້ງໃນການເລືອກຕັ້ງທົ່ວໄປຄັ້ງທີ່ຜ່ານໆມາ ມັກຈະມີຂຶ້ນຫຼັງຈາກທີ່ປະກາດເຂດເລືອກຕັ້ງພຽງບໍ່ເທົ່າໃດເດືອນ. ໂດຍລາຍງານການກໍານົດເຂດເລືອກຕັ້ງຖືກສົ່ງໃຫ້ກັບທ່ານຫວ່ອງເມື່ອວັນສຸກແລະລັດຖະບານຍອມຮັບຂໍ້ສະເໜີຕ່າງໆກ່ອນທີ່ຈະປະກາດອອກມາໃນວັນນີ້. ການເລືອກຕັ້ງທີ່ຈະມີຂຶ້ນ ຈະມີຈໍານວນບ່ອນນັ່ງສະມາຊິກລັດຖະສະພາເພີ່ມຂຶ້ນ 4 ບ່ອນນັ່ງເປັນ 97 ບ່ອນນັ່ງຈາກເດີມ 93 ບ່ອນນັ່ງໃນການເລືອກຕັ້ງຄັ້ງທີ່ແລ້ວເມື່ອປີ 2020

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ