ເຈົ້ານະຄອນຫຼວງພະບາງ ແຈ້ງການມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ, ຜູ້ປະກອບການ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມ ນະຄອນ ຫລວງພະ ບາງ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ
ນະຄອນຫຼວງພະບາງ ຮັບຊາບວ່າ: ປະຈຸບັນ ຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດ
ຊ່ອງການສັນຈອນເທິງຫນ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 22 ເມສາ 2023 – 10 ພຶດສະພາ 2023 ເພື່ອຮັບປະກັນ ການສ້ອມແປງໃຫ້ຖືກຕ້ອງຕາມມາດຖານເຕັກນິກ ແລະ ຮັບປະກັນຄວາມປອດໄພໃນໄລຍະການສ້ອມແປງ ເຊີ່ງລາຍ ລະອຽດໃນການປິດຊ່ອງຈາລະຈອນ ມີດັ່ງນີ້:
ວັນທີ 22 ເມສາ 2023 – ວັນທີ 10 ພຶດສະພາ 2023 ເວລາ 6:00 ໂມງ – 22:00 ໂມງ ປິດການ ສັນຈອນລົດເທິງຫນ້າຂົວຖາວອນ ເປັນເວລາ 20 ວັນ, ການສັນຈອນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງ 13 ເຫນືອ ຈົນກ່ວາຈະສ້ອມແປງສໍາເລັດ, ແລ້ວຈິ່ງເປີດສັນຈອນປົກກະຕິ.
ສ່ວນທາງຄົນຍ່າງ ແມ່ນເປີດນໍາໃຊ້ປົກກະຕິ ແຕ່ຕ້ອງລະວັງ ເພື່ອຄວາມປອດໄພ ໃນການຊົມໃຊ້.ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ແລະ ພາກສ່ວນທີ່ກ່ຽວຂ້ອງປະຕິບັດດ້ວຍ. ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |