ອິສລາມາບັດ 12 ມີນາ – ເຫດກຸ່ມແບ່ງແຍກດິນແດນໃນປາກີສະຖານຈັບຜູ້ໂດຍສານບົນຂະບວນລົດໄຟເປັນຕົວປະກັນເພື່ອກົດດັນໃຫ້ປ່ອຍຕົວນັກໂທດຕັ້ງແຕ່ມື້ວານນີ້ ຈົນຮອດຂະນະນີ້ສະຖານະການຍັງບໍ່ຍຸຕິ ໂດຍສາມາດຊ່ວຍຕົວປະກັນໄດ້ແລ້ວ 155 ຄົນ ແລະມີຕົວປະກັນຖືກສັງຫານແລ້ວ 27 ຄົນ
ກອງກໍາລັງປົດປ່ອຍບາລ໊ອດຫຼືບີແອລເອ (BLA) ເຊິ່ງເປັນກຸ່ມແບ່ງແຍກດິນແດນໃນປາກີສະຖານອ້າງຕົວວ່າ ເປັນຜູ້ລົງມືວາງລະເບີດລາງລົດໄຟ ແລະບຸກຍຶດຂະບວນລົດໄຟໂດຍສານພ້ອມກັບຈັບຜູ້ໂດຍສານເປັນຕົວປະກັນເມື່ອຊ່ວງບ່າຍວັນອັງຄານ, ເປັນຂະບວນລົດດ່ວນຈາຟຟາຫ໌ ເອັກສ໌ເພຼສທີ່ເດີນທາງຈາກເມືອງເກຕຕາເມືອງເອກຂອງແຂວງບາໂລຈິສຖານທາງພາກຕາເວັນຕົກເພື່ອໄປຍັງເມືອງເປຊາວາໃນແຂວງໄຄເບີປັກຕຸນຄວາ ທາງພາກຕາເວັນຕົກສ່ຽງເໜືອ. ກຸ່ມບີແອລເອຮຽກຮ້ອງໃຫ້ທາງການປ່ອຍຕົວນັກໂທດແລະນັກເຄື່ອນໄຫວຂອງທາງກຸ່ມທີ່ຖືກຄຸມຂັງຢູ່ໃນເຮືອນຈໍາພາຍໃນເວລາ 48 ຊົ່ວໂມງ ແລະຫ້າມທະຫານປະຕິບັດການຕອບໂຕ້ ບໍ່ດັ່ງນັ້ນຈະລົງມືສັງຫານຕົວປະກັນ
ກຸ່ມບີແອລເອອ້າງວ່າ ຈັບຕົວປະກັນໄວ້ 214 ຄົນ ຂະນະທີ່ເຈົ້າໜ້າທີ່ທາງການເປີດເຜີຍວ່າ ມີຜູ້ໂດຍສານບົນລົດໄຟທັງໝົດ 425 ຄົນ, ຍັງບໍ່ຮູ້ຈໍານວນກຸ່ມຄົນຮ້າຍ ແລະມີຄົນຖືກສັງຫານແລ້ວ 27 ຄົນນັບຈົນຮອດມື້ນີ້. ຫຼ້າສຸດມີຕົວປະກັນໄດ້ຮັບການຊ່ວຍເຫຼືອແລ້ວ 155 ຄົນ ແລະທາງການຍັງຄົງຊອກຫາທາງຊ່ວຍຕົວປະກັນທີ່ເຫຼືອຕໍ່ໄປ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |