
ປັກກິ່ງ 14 ມີ.ນາ.- ຈີນແລະຣັດເຊຍຈັບມືກັນຢືນຄຽງຂ້າງອີຣານວ່າ ການຟື້ນການເຈລະຈາຂໍ້ຕົກລົງນິວເຄລຍກັບສະຫະລັດຄວນເກີດຂຶ້ນຕໍ່ເມື່ອມີການໃຫ້ກຽດກັນ ແລະມີການຍົກເລີກມາດຕະການຄວ່ຳບາດອີຣານທັງໝົດ
ທ່ານໝ່າ ເຈົາຊູ່ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຈີນປະກາດພາຍຫຼັງການປະຊຸມກັບທ່ານເຊີເກ ຣຽບຄອຟ ລັດຖະມົນຕີຊ່ວຍຕ່າງປະເທດຣັດເຊຍແລະທ່ານກາເຊມ ກາຣິບ ອາບາດີ ລັດຖະມົນຕີຊ່ວຍຕ່າງປະເທດອີຣານໃນວັນນີ້ວ່າ ຈີນແລະຣັດເຊຍຕ້ອງການສະແດງຈຸດຢືນຄຽງຂ້າງອີຣານໃນການເຈລະຈາວ່າດ້ວຍນິວເຄລຍກັບສະຫະລັດ ວ່າ ການເຈລະຈາທີ່ຈະເກີດຂຶ້ນຄວນຕ້ອງຢູ່ບົນພື້ນຖານການເຄົາລົບຊຶ່ງກັນແລະກັນ ທຸກຝ່າຍທີ່ກ່ຽວຂ້ອງຄວນມຸ່ງໝັ້ນຂະຈັດຕົ້ນຕໍຂອງບັນຫາຂໍ້ຂັດແຍ່ງໃນຂະນະນີ້ ໂດຍລະຖິ້ມການໃຊ້ມາດຕະການຄວ່ຳບາດ ການກົດດັນ ຫຼືການຂົ່ມຂູ່ໃຊ້ກຳລັງ ຈີນ ຣັດເຊຍແລະອີຣານຂໍຍ້ຳວ່າ ຈຳເປັນຕ້ອງຍຸດຕິມາດຕະການຄວ່ຳບາດຕາມອຳເພີໃຈທີ່ຜິດກົດໝາຍທັງໝົດ
ອີຣານເຄີຍບັນລຸຂໍ້ຕົກລົງຈຳກັດໂຄງການນິວເຄລຍແລກກັບການຜ່ອນຄາຍມາດຕະການຄວ່ຳບາດ ກັບ 5 ຊາດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ສະຫະລັດ ຣັດເຊຍ ຈີນ ອັງກິດ ຝຣັ່ງເສດ) ສະຫະພາບຢູໂຣບແລະເຢຍລະມັນໃນປີ 2558 ລັດຖະບານຂອງທ່ານໂດນັລດ໌ ທຣຳປ໌ ສະໄໝແລກໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງນີ້ໃນປີ 2561 ແຕ່ໃນສະໄໝທີ່ສອງນີ້ເພິ່ນໄດ້ສົ່ງຈົດໝາຍໄປຍັງຜູ້ນຳອີຣານສະເໜີໃຫ້ເປີດເຈລະຈາກັນອີກຄັ້ງ.-812(814).-ສຳນັກຂ່າວໄທ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














