twotwo-1 - 2023-04-23T093149.827
ຫລວງພະບາງອັງເຊີນພະມ່ານ ພຣະຄູ່ບ້ານຄູ່ເມືອງຫລວງພະບາງ ລົງມາຫົດສົງຈົນເຖິງ 29 ເມສາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 23 April, 2023


ວັນທີ 22​ ເມສາ​ 2023​ ໄດ້ມີພິທີອາລາດທະນາອັງເຊີນພຣະມ່ານລົງຫົດສົງ​ທີ່ວັດຊຽງທອງ, ນະຄອນຫລວງພະບາງ​ ໂດຍມີພຣະສົງ​ສາມະເນນ,​ ການນຳຂອງແຂວງ,​ ນະຄອນ,​ ເຖົ້າແກ່,​ ໜຸ່ມ-ສາວນ້ອຍໃຫຍ່ ຕະຫລອດຮອດພໍ່ແມ່ປະຊົນຊາວພຸດພາຍໃນນະຄອນຫລວງພະບາງ​ ທີ່​ສັດທາ​ ເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງຈະໄດ້ດຳເນີນໄປຈົນເຖີງ​ ວັນທີ​ 29​ ເມສາ​ 2023​ ຈຶ່ງຈະສຳເລັດພິທີ.

ພຣະມ່ານເປັນ​ພຣະ​ຄູ່​ບ້ານ​ຄູ່ເມືອງ​ ຂອງຊາວຫລວງ​ພະ​ບາງ ​ມາ​ແຕ່​ດົນ​ນານ ໂດຍ​​ບຸນ​ປີ​ໃໝ່​ລາວແຕ່ລະປີ, ຊາວ​ພຸ​ດ​ ທົ່ວ​ສາ​ລະ​ທິດ ​ຈະ​ແຫ່​ກັນ​ໄປ​ ຫົດ​ສົງ​ນໍ້າພຣະມ່ານ ເພື່ອ​ເສີ່ມ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົນ​ເອງ ແລະ ຄອບ​ຄົວ​ໃຫ້ຢູ່​ເຢັນ​ມີ​ສຸກ.

ຕາມການບອກເລົ່າເມື່ອ 700 ກວ່າປີ, ພະມ້າໄດ້ສ້າງອົງພຣະຈາກຄຳເນື້ອນົບພຣະເກົ້າ (ຄຳເນື້ອເກົ້າ ແມ່ນຄຳ ທີ່ງົດງາມ ແລະ ມີຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັງ 9 ສີ, ບໍລິເວນເຂັມຂັດສ້ອຍສັງວານຊາຍໄຫວ ແລະ ເຄື່ອງຊົງ ທັງອົງພະມ້າໄດ້ສ້າງສຳເລັດ ແລະ ໄດ້ນຳໃສ່ ແພລ່ອງ ແມ່ນ້ຳ

ຂອງເພື່ອກັບພະມ້າ ແຕ່ພໍໃກ້ຮອດ ບໍລິເວນ ເມືອງຫ​ລວງພະບາງອົງພະໄດ້ຢຸດ ແລະ ໝູນວົນນ້ຳເຮັດແບບໃດກໍບໍ່ສາມາດດຶງແພໄປຕໍ່ໄດ້ທະຫານພະມ້າພາກັນດຶງຢູ່ຫລາຍ​ຊົ່ວ​ໂມງ ແຕ່ກໍບໍ່ເກີດຜົນຜູ້ອັນເຊີນໄດ້ເຮັດພິທີສັກກາລະ ແລະ ຕັ້ງຈິດອະທິຖານວ່າ “ຫາກອົງພະມ່ານກັບສູ່ຫົງສາວະດີກໍຂໍໃຫ້ທ່ານ

ເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນຢູ່ຫ​ລວງພະບາງມີຫລາຍກວ່າ 100 ວັດ ປັດຈຸບັນມີພຽງ 60 ວັດ ເນື່ອງຈາກສົງຄາມ ແລະ ການຍາດຊີງຄຳ). ເຈົ້າອາວາດທຸກວັດໄດ້ມາອັງເຊີນມາອູ້ມຂຶ້ນ ຈາກແມ່ນ້ຳຂອງແຕ່ກໍບໍ່ມີວັດໃດສາມາດຍົກຂຶ້ນໄດ້. ຜ່ານໄປ​ຫລາຍມື້​, ເຈົ້າອາວາດວັດຊຽງທອງ (ສະໄໝກ່ອນລາວ

ແລະ ຫລວງພະບາງຖັດ ຈາກຍຸກກ່ອນຈະເອີ້ນໂຕເອງວ່າ “ນະຄອນຊຽງທອງ” ຈົນມີພະບາງຈຶ່ງປ່ຽນຊື່ເມືອງເປັນຫລວງພະບາງຈົນມາເຖິງປັດຈຸບັນ) ໂດຍໄດ້ຕັ້ງ ຈິດອະທິຖານ ແລະ ທັນໃດນັ້ນ ສິ່ງທີ່ບໍ່ຄາດຝັນກໍເກີດຂຶ້ນ ທ່ານອູ້ມອົງພະຂຶ້ນຈາກນ້ຳໄດ້ຢ່າງປະຕິຫານ ແລະ ໄດ້ອັງເຊີນເຂົ້າວັດ ແລະ ຈັດພິທີສົມ

ໂພດຢ່າງຍິ່ງໃຫຍ່ ຝົນກໍ່ຕົກລົງ ແບບບໍ່ມີທີທ່າວ່າຈະຢຸດທ່ານ​ຈຶ່ງ​ພາ​ກັນສ້າງ “ຫໍພຣະມ່ານ” ແລະ ເກັບຮັກສາຄວາມງົດງາມໄວ້ພາຍໃນ 365 ວັນຈຶ່ງນຳອອກ ມາພຽງ 3-7 ວັນເທົ່ານັ້ນ, ແຕ່ຍາມໃດຝົນບໍ່ຕົກບ້ານເມືອງແຫ້ງແລ້ງຈະອັນເຊີນທ່ານມາສົງນ້ຳຝົນກໍຈະຕົກຄືກັບປາຕິຫານອົງພຣະ ຫ້າມຜູ້ໃດແຕະຕ້ອງ

ທ່ານ ແລະ ຫ້າມຄົນຂຶ້ນໄປຫໍພຣະມ່ານເດັດຂາດ “ນອກຈາກເຈົ້າອາວາດ ແລະ ສາຍເລືອດຂັດຕິຍາຜູ້ຄອງເມືອງເທົ່ານັ້ນ”.ປັດຈຸບັນຄົນເຄົາລົບທັງຫລາຍມັກຈະໄປຂໍພອນ ເປັນທີ່ຊ່າລືເຖິງຄວາມສັກສິດໄປທົ່ວເມືອງ ຫລວງພະບາງ ແລະ ທີ່ສຳຄັນກວ່າ 700 ປີ ບໍ່ວ່າຈະເກີດສົງຄາມຈັກເທື່ອກໍບໍ່ມີປະເທດໃດນຳ

ທ່ານໄປຈາກຫລວງພະບາງ ໄດ້ເລີຍ…ຫໍພຣະມ່ານຕັ້ງຍູ່ດ້ານຫລັງພະອຸໂປສົດຄືພາຍໃນປະດິດສະຖານ “ພຣະມ່ານ” ຊຶ່ງມີລັກສະນະ ຄ້າຍກັບ “ພຣະບາງ” ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນໃນມື້ບຸນຂຶ້ນປີໃໝ່ຂອງລາວ (ມື້ສົງການ) ຈະອັງເຊີນ “ພຣະມ່ານ” ລົງມາເພື່ອໃຫ້ປະຊາຊົນຫົດສົງ ແລະ ກາບໄຫວ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 9 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,520
21,797
thailand (1)
THB
661.46
672.70
european-union
EUR
24,203
24,688
china
CNY
2,937
2,995
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
jane - 2025-10-09T161502.921
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ "ແຮງສຸດໆ" ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ
jane - 2025-10-09T152412.771
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
pele - 2025-10-09T150241.546
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.
jane - 2025-10-09T144955.896
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ
pele - 2025-10-09T134905.929
ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00
jane - 2025-10-09T133350.831
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ
jane - 2025-10-09T110603.865
ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ
pele - 2025-10-09T103551.811
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ
jane - 2025-10-09T095438.019
ເລຂາທິການໃຫຍ່ ພັກ ສປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ
ຢ່າລື່ມກົດຕິດຕາມ