ອະດີດປະທານາທິບໍ ດີໂຣດຣິໂກ ດູເຕີເຕ ຂອງຟິລິບປິນຂຶ້ນສານຜ່ານລະບົບວິດີໂອລິ້ງເມື່ອວານນີ້ ເປັນການໄຕ່ສວນນັດທຳອິດທີ່ສານອາຍາສາກົນຫຼື ICC (ICC) ໃນຄະດີກໍ່ອາຊະຍາກຳຕໍ່ມວນມະນຸດລະຫວ່າງດຳລົງຕຳແໜ່ງ
ທ່ານດູເຕີເຕ ຊຶ່ງຈະມີອາຍຸຄົບ 80 ປີ ໃນວັນທີ 28 ມີນາຄົມນີ້ ຖືກເຈົ້າໜ້າທີ່ຈັບກຸມຕາມໝາຍຈັບຂອງ ICC ແລະ ນຳຕົວຂຶ້ນເຄື່ອງບິນຈາກກຸງມະນິລາມາຍັງກຸງເຮັກຂອງເນເທີແລນໃນວັນທີ 12 ມີນາຄົມ.
ເພິ່ນຖືກກ່າວຫາວ່າ ກໍ່ອາຊະຍາກຳຕໍ່ມວນມະນຸດ ຈາກການໂຈມຕີຢ່າງເປັນລະບົບຫຼືເປັນວົງກວ້າງຕໍ່ພົນລະເຮືອນ ໃນການເຮັດສົງຄາມປາບປາມຢາເສບຕິດສະໄໝທີ່ດຳລົງຕຳແໜ່ງຜູ້ນຳຟິລິບປິນໃນປີ 2016-2022. ມີຜູ້ທີ່ຖືກອ້າງວ່າເປັນຜູ້ຄ້າແລະຜູ້ເສບ ຖືກສັງຫານຫຼືຖືກຂ້າຕັດຕອນຫຼາຍພັນຄົນ ໂດຍຝີມືໜ່ວຍສັງຫານທີ່ດູເຕີເຕຖືກກ່າວຫາວ່າເປັນຜູ້ຕັ້ງຂຶ້ນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |