
ນິວຢອກ 17 ມີ.ຄ.- ສະພາບອາກາດຮ້າຍແຮງທີ່ເກີດຂຶ້ນທາງພາກຕາເວັນຕົກຕອນກາງ ແລະ ພາກໃຕ້ຂອງສະຫະລັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 40 ຄົນ ໃນ 7 ລັດ
ສະພາບອາກາດຮ້າຍແຮງໃນຮອບນີ້ມີທັງທໍເນໂດ, ພາຍຸຝົນຟ້າຄະນອງ, ໄຟປ່າ, ແລະ ພາຍຸຝຸ່ນ ໃນຫຼາຍລັດທາງພາກຕາເວັນຕົກຕອນກາງ ແລະ ພາກໃຕ້ຂອງສະຫະລັດ ເຊິ່ງມີຈຳນວນປະຊາກອນລວມກັນຫຼາຍກວ່າ 100 ລ້ານຄົນ. ລັດມິສຊູຣີເຊິ່ງຮັບຜົນກະທົບມາຕັ້ງແຕ່ວັນສຸກມີຜູ້ເສຍຊີວິດຈາກທໍເນໂດຢ່າງໜ້ອຍ 12 ຄົນ ແລະ ເກີດຄວາມເສຍຫາຍຢ່າງໜັກທົ່ວທັງລັດ. ບ້ານເຮືອນປະຊາຊົນ, ໂຮງຮຽນ, ຮ້ານຄ້າຕ່າງໆ ຫຼາຍຮ້ອຍຫຼັງຖືກກະແສລົມແຮງພັດຖະຫຼົ່ມຈົນພັງຮາບ ຫຼື ໄດ້ຮັບຄວາມເສຍຫາຍຢ່າງໜັກ.
ສ່ວນທີ່ລັດແຄນຊັສມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນຈາກອຸບັດຕິເຫດລົດຊົນກັນກວ່າ 70 ຄັນເຊິ່ງມີສາເຫດມາຈາກພາຍຸຝຸ່ນ. ນອກຈາກນີ້ທີ່ລັດເທັກຊັສກໍເກີດພາຍຸຝຸ່ນດ້ວຍເຊັ່ນກັນ, ສົ່ງຜົນໃຫ້ລົດຊົນກັນ 38 ຄັນຮວດ, ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ, ແລະ ທີ່ລັດອາກັນຊໍທາງການລາຍງານມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 29 ຄົນ.
ຈົນເຖິງຂະນະນີ້ທົ່ວທັງພູມິພາກຍັງມີປະຊາຊົນກວ່າ 320,000 ຄົນບໍ່ມີໄຟຟ້າໃຊ້, ຂະນະທີ່ລັດອາກັນຊໍ, ຈໍເຈຍ, ແລະ ໂອກລາໂຮມາ ຕ້ອງປະກາດສະຖານະການສຸກເສີນ. ແລະ ບາງພື້ນທີ່ໃນ 9 ລັດທັງພາກໃຕ້ ແລະ ຕາເວັນຕົກຕອນກາງ, ທາງການມີຄຳເຕືອນໃຫ້ປະຊາຊົນລະວັງອັນຕະລາຍຈາກສະຖານະການນ້ຳຖ້ວມດ້ວຍ. ດ້ານປະທານາທິບໍດີໂດນັລທຣຳ ເຜີຍມີການສົ່ງທະຫານເຂົ້າໄປຊ່ວຍເຫຼືອປະຊາຊົນໃນລັດອາກັນຊໍແລ້ວ ແລະ ຮັບປາກວ່າລັດຖະບານຈະໃຫ້ການຊ່ວຍເຫຼືອທຸກລັດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.-816(814).-ສຳນັກຂ່າວໄທ

ທີ່ລັດໂອກລາໂຮມາກະແສລົມແຮງໂຫມກະພື້ເຮັດໃຫ້ໄຟປ່າເກືອບ 150 ຈຸດໂຫມໄໝ້ຮຸນແຮງຂຶ້ນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກໄຟປ່າ ແລະ ກະແສລົມແຮງຢ່າງໜ້ອຍ 4 ຄົນ. ມີພື້ນທີ່ຖືກໄຟປ່າເຜົາທຳລາຍໄປແລ້ວຮາວ 425,000 ໄຮ່. ສິ່ງປຸກສ້າງຖືກໄຟເຜົາວອດເກືອບ 300 ຫຼັງ. ທີ່ລັດມິສຊິບປີຖືກທໍເນໂດພັດຖະຫຼົ່ມທົ່ວທັງລັດມີຜູ້ເສຍຊີວິດ 6 ຄົນ ແລະ ທີ່ລັດແອລະບາມາມີຜູ້ເສຍຊີວິດຈາກທໍເນໂດ 3 ຄົນ.

ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














