site cover (45)
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 March, 2025

ເປັນຫຍັງບາງມື້ຈຶ່ງຮູ້ສຶກໂຊກດີເປັນພິເສດ? ຫຼື ເປັນຫຍັງບາງຊ່ວງເວລາຈຶ່ງເບິ່ງຄືວ່າທຸກຢ່າງເປັນໃຈໃຫ້ເຮົາ?

 

ຄຳຕອບອາດມີຢູ່ໃນພະລັງແຫ່ງດວງດາວ ໂຫລາສາດໄດ້ເຜີຍເຄັດລັບ ມື້ນຳໂຊກ ຂອງແຕ່ລະລາສີ ຊຶ່ງເປັນຊ່ວງເວລາທີ່ພະລັງງານຂອງດວງດາວສົ່ງເສີມໃຫ້ເຮົາປະສົບຄວາມສຳເລັດໃນດ້ານຕ່າງໆ ແຕ່ລະລາສີຈະມີວັນນຳໂຊກເປັນວັນໃດແດ່ ໄປເບິ່ງກັນ

 

ວັນນຳໂຊກ 12 ລາສີ

 

ລາສີເມສ

  • ວັນນຳໂຊກຄົນເກີດລາສີເມສ : ວັນອັງຄານ
  • ດາວອັງຄານນຳພະລັງແຫ່ງຄວາມກ້າຫານມາໃຫ້ ວັນນີ້ເໝາະກັບການຕັດສິນໃຈຄັ້ງໃຫຍ່ ເລີ່ມທຸລະກິດ ຂໍຂຶ້ນເງິນເດືອນ (ຫຼີກລ່ຽງງານສົບໃນວັນນີ້)

 

ລາສີພຶດສະພາ

  • ວັນນຳໂຊກຄົນເກີດລາສີພຶດສະພາ : ວັນສຸກ
  • ດາວສຸກປະທານຄວາມຮັກ ເງິນຄຳ ແລະ ອາຫານເລີດລົດ ວັນແຫ່ງການດູແລຕົວເອງ ໂຣແມນຕິກ ແລະ ຊ້ອບປິ້ງອອນລາຍສຸດຄຸ້ມ

 

ລາສີເມຖຸນ

  • ວັນນຳໂຊກຄົນເກີດລາສີເມຖຸນ : ວັນພຸດ
  • ດາວພຸດເສີມພະລັງການສື່ສານ ວັນແຫ່ງການໂອ້ລົມ ເຈລະຈາ ສ້າງເຄືອຂ່າຍ ເສນ່ຫ໌ແຮງເກີນຕ້ານ ເໝາະກັບການໂນ້ມນ້າວໃຈຜູ້ອື່ນ

 

ລາສີກໍລະກົດ

  • ວັນນຳໂຊກຄົນເກີດລາສີກໍລະກົດ : ວັນຈັນ
  • ດວງຈັນນຳມາຊຶ່ງອາລົມ ແລະ ຄວາມຮູ້ສຶກ ວັນແຫ່ງການຕັ້ງຈິດອະທິຖານ ຣີເຊັດອາລົມ ຫຼີກລ່ຽງຄວາມຂັດແຍ້ງ

 

ລາສີສິງ

  • ວັນນຳໂຊກຄົນເກີດລາສີສິງ : ວັນອາທິດ
  • ວັນແຫ່ງດວງອາທິດ ວັນຂອງຄົນເດັ່ນຄົນດັງ ເໝາະກັບການເສີດສາຍ ອວດຄວາມສາມາດ

 

ລາສີກັນ

  • ວັນນຳໂຊກຄົນເກີດລາສີກັນ : ວັນພຸດ
  • ດາວພຸດເສີມພະລັງການເຮັດວຽກ ວັນແຫ່ງການຈັດລະບຽບ ວາງແຜນ ແລະ ວິພາກວິຈານ (ຢ່າງສ້າງສັນ) ເໝາະກັບການເຮັດ To-Do List ທີ່ເຮັດໄດ້ຈິງ

 

ລາສີຕຸລ

  • ວັນນຳໂຊກຄົນເກີດລາສີຕຸລ : ວັນສຸກ
  • ດາວສຸກເພີ່ມເສນ່ຫ໌ແຮງດຶງດູດ ວັນແຫ່ງການອອກເດດ ເຈລະຈາທຸລະກິດ ແລະ ເປັນທີ່ຮັກຂອງທຸກຄົນ ການເຂົ້າສັງຄົມເປັນເລື່ອງງ່າຍດາຍລາວກັບມີພະລັງວິເສດ

 

ລາສີພິຈິກ

  • ວັນນຳໂຊກຄົນເກີດລາສີພິຈິກ : ວັນອັງຄານ
  • ດາວອັງຄານນຳພະລັງແຫ່ງໄຊຊະນະ ແລະ ການວາງແຜນ ວັນແຫ່ງການເຄື່ອນໄຫວທີ່ຊົງພະລັງ ການແກ້ແຄ້ນ (ຢ່າງມີຈະລິຍະທຳ)

 

ລາສີທະນູ

  • ວັນນຳໂຊກຄົນເກີດລາສີທະນູ : ວັນພະຫັດ
  • ດາວພະຫັດນຳໂຊກ ແລະ ການຜະຈົນໄພ ວັນແຫ່ງການເດີນທາງ ຮຽນຮູ້ ແລະ ເຮັດສິ່ງທີ່ທ້າທາຍ

 

ລາສີມັງກອນ

  • ວັນນຳໂຊກຄົນເກີດລາສີມັງກອນ : ວັນເສົາ
  • ມີໂອກາດປະສົບຄວາມສຳເລັດສູງຫຼາຍ ເນື່ອງຈາກອິດທິພົນຂອງດາວເສົາທີ່ສົ່ງເສີມໃຫ້ເກີດຄວາມສຳເລັດ ຮີບຕັ້ງເປົ້າໝາຍເລີຍ!

 

ລາສີກຸມພາ

  • ວັນນຳໂຊກຄົນເກີດລາສີກຸມພາ : ວັນເສົາ
  • ເໝາະຢ່າງຍິ່ງສຳລັບການຄິດນອກກອບ ການສະເໜີໄອເດຍໃໝ່ໆ ທີ່ແຕກຕ່າງຈາກຄວາມຄິດເດີມໆ ຫຼື ຄວາມຄິດທົ່ວໄປ

 

ລາສີມີນ

  • ວັນນຳໂຊກຄົນເກີດລາສີມີນ : ວັນພະຫັດ
  • ດາວພະຫັດຊ່ວຍໃຫ້ຊາວລາສີມີນມີຄວາມຄິດສ້າງສັນ ແລະ ມີຈິນຕະນາການທີ່ກວ້າງໄກ ມີຄວາມຮູ້ສຶກໄວຕໍ່ສິ່ງຕ່າງໆ ແລະ ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ

 

ຢ່າປ່ອຍໃຫ້ວັນນຳໂຊກຫຼຸດລອຍໄປ ໃຊ້ປະໂຫຍດຈາກພະລັງແຫ່ງດວງດາວໃຫ້ເຕັມທີ່ ຄວ້າໂອກາດທອງທີ່ຈັກກະວານມອບໃຫ້ຢ່າງຄຸ້ມຄ່າ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ