site cover (72)
ໄຟປ່າໃນຍີ່ປຸ່ນຍັງຄົງເຜົາທຳລາຍພື້ນທີ່ຕໍ່ເນື່ອງເປັນມື້ທີ່ 4 ແລ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 March, 2025

ໂຕກຽວ 26 ມີນາ – ໄຟປ່າທີ່ເລີ່ມຕົ້ນຂຶ້ນທີ່ແຂວງເອຮິເມະ ຂອງຍີ່ປຸ່ນເກີດຂຶ້ນຕໍ່ເນື່ອງເປັນວັນທີ 4 ແລ້ວໃນວັນນີ້ ໂດຍເຜົາທຳລາຍພື້ນທີ່ໄປແລ້ວເກືອບ 2,000 ໄຮ່ ແລະ ສົ່ງຜົນໃຫ້ຕ້ອງອົບພະຍົບປະຊາຊົນຫຼາຍພັນຄົນ

 

ເອັນເອຊເຄ ສື່ສາທາລະນະຂອງຍີ່ປຸ່ນ ລາຍງານວ່າ ປະຊາຊົນເກືອບ 6,000 ຄົນ ໄດ້ຮັບຄຳສັ່ງໃຫ້ອົບພະຍົບອອກຈາກບ້ານເຮືອນໃນເມືອງອິມາບາລິ ເນື່ອງຈາກເພີງໄໝ້ເຜົາຜານອາຄານໄປແລ້ວຫຼາຍຫຼັງນັບຕັ້ງແຕ່ວັນອາທິດທີ່ຜ່ານມາ ກະທົບກັບການຈະລາຈອນ ແລະ ຕ້ອງປິດທາງຫຼວງ

 

 

ເຈົ້າໜ້າທີ່ດັບເພີງພະຍາຍາມໃນການຄວບຄຸມໄຟປ່າ ຊຶ່ງຍັງບໍ່ມີສັນຍານວ່າຈະຫຼຸດລົງ ຫຼື ຄວບຄຸມໄດ້ ໃນຂະນະດຽວກັນ ເຮລິຄອບເຕີຖືກສົ່ງໄປໃຊ້ໃນການດັບເພີງທາງອາກາດ

 

ໄຟປ່າຍັງເກີດຂຶ້ນອີກຈຸດໜຶ່ງໃນວັນອາທິດທີ່ແຂວງໂອກາຍາມາ ທາງຕາເວັນຕົກສ່ຽງໃຕ້ຂອງຍີ່ປຸ່ນ ເຜີຍທຳລາຍພື້ນທີ່ໄປແລ້ວ 2,645 ໄຮ່ ແລະ ທາງການຕັ້ງສັ່ງອົບພະຍົບປະຊາຊົນຣາວ 2,000 ຄົນ ເອັນເອຂເຄ ລາຍງານວ່າ ອາຄານ 6 ຫຼັງຖືກເຜົາທຳລາຍເສຍຫາຍແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບທີ່ແຂວງນີ້

 

ເມື່ອວັນອັງຄານ ຍັງມີໄຟປ່າອີກຈຸດໜຶ່ງທີ່ແຂວງມິຍາຊາກິ ເຜົາທຳລາຍພື້ນທີ່ໄປ 312 ໄຮ່ ແລະ ທາງຈັງຫວັດສັ່ງອົບພະຍົບປະຊາຊົນ 70 ຄົວເຮືອນ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ