
ກວາງໂຈວ, 28 ມີນາ- ຈີນ ແລະ ໄທ ເລີ່ມຕົ້ນການຝຶກຮົບຮ່ວມທາງທະເລທີ່ມີຊື່ລະຫັດວ່າ “ບລູ ສະໄຕຣຄ໌-2025” (Blue Strike-2025) ໃນວັນພຸດທີ່ບໍລິເວນຖານທັບເຮືອໃນເມືອງຈ້ານເຈຍງ ແຂວງກວ່າງຕົງ (ກວາງຕຸ້ງ) ທາງພາກໃຕ້ຂອງຈີນ
ສຳນັກຂ່າວຊິນຫົວລາຍງານວ່າ ການຝຶກຮົບຮ່ວມທາງທະເລລະຫວ່າງຈີນກັບໄທຈັດຂຶ້ນເປັນຄັ້ງທີ 6 ຊຶ່ງມີການຂະຫຍາຍຂອບເຂດການຝຶກຮົບຈາກລະດັບກອງນາວິກະໂຍທິນສູ່ລະດັບກອງເຮືອ ໂດຍເຮືອຈາກທັງສອງປະເທດໄດ້ສຳເລັດການລວມກຳລັງໃນວັນອັງຄານ (25 ມີນາ) ທີ່ຜ່ານມາ
ການຝຶກຊ້ອມຮ່ວມຄັ້ງນີ້ເປັນວິທີປະຕິບັດທີ່ສຳຄັນໃນການດຳເນີນການຕາມຄວາມເຫັນດີຮ່ວມກັນລະຫວ່າງກອງທັບເຮືອຂອງສອງປະເທດ ເຊິ່ງມຸ່ງສົ່ງເສີມຄວາມຮ່ວມມືໃນທາງປະຕິບັດ, ເພີ່ມຂີດຄວາມສາມາດໃນການປະຕິບັດງານຮ່ວມກັນ ແລະ ມີສ່ວນສົ່ງເສີມຄວາມໝັ້ນຄົງທາງທະເລໃນພາກພື້ນ.
ສຳລັບການຝຶກຊ້ອມທາງທະເລຮ່ວມກັນລະຫັດ “ບລູ ສະໄຕຣຄ໌-2025” ລະຫວ່າງຈີນກັບໄທຈະສິ້ນສຸດໃນວັນທີ 2 ເມສາ ນີ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 44,480,000 | 45,010,000 |
![]() | 43,946,000 | 45,119,000 |