site cover (86)
ມຽນມາປະເຊີນກັບແຜ່ນດິນໄຫວຮອບໃໝ່ ຜູ້ເສຍຊີວິດເພີ່ມຂຶ້ນເຖິງ 1,700 ຄົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 31 March, 2025

ເນປີດໍ 31 ມີນາ – ເມືອງມັນດາເລ ເມືອງໃຫຍ່ອັນດັບສອງຂອງມຽນມາ ເຊິ່ງເສຍຫາຍໜັກຈາກແຜ່ນດິນໄຫວຮຸນແຮງຂະໜາດ 7.7 ເມື່ອວັນສຸກ ປະເຊີນແຮງສັ່ນສະເທືອນຈາກແຜ່ນດິນໄຫວຮອບໃໝ່ ຂະໜາດ 5.1 ຊ່ວງບ່າຍມື້ວານນີ້ ຂະນະຄວາມພະຍາຍາມຊ່ວຍເຫຼືອຜູ້ປະສົບໄພຍັງດຳເນີນຕໍ່ເນື່ອງ ສ່ວນຍອດຜູ້ເສຍຊີວິດລ່າສຸດເພີ່ມເກີນ 1,700 ຄົນ

 

ສຳນັກສຳຫຼວດທາງທໍລະນີວິທະຍາຂອງສະຫະລັດ ຫຼື ຢູເອສຈີເອສລາຍງານວ່າ ເກີດແຜ່ນດິນໄຫວຄັ້ງໃໝ່ຂະໜາດ 5.1 ໃນເຂດມັດຕາຣາ ທາງຕາເວັນຕົກສຽງເໜືອຂອງເມືອງມັນດາເລ ເມືອງໃຫຍ່ອັນດັບສອງຂອງມຽນມາ ເມື່ອເວລາ 15.38 ນ. ມື້ວານນີ້ຕາມເວລາທ້ອງຖິ່ນ

 

ປະຊາຊົນໃນເມືອງອຳລາປຸລະ ເຊິ່ງຢູ່ຕິດກັບເຂດມັດຕາຣາ ບອກກັບຜູ້ສື່ຂ່າວບໍລິສັດແຜ່ພາບກະຈາຍສຽງອັງກິດ ຫຼື ບີບີຊີ ພະແນກພາສາມຽນມາວ່າ ແຮງສັ່ນສະເທືອນທີ່ເກີດຂຶ້ນຈາກແຜ່ນດິນໄຫວຮອບນີ້ ຖືວ່າຮຸນແຮງທີ່ສຸດນັບຕັ້ງແຕ່ເຫດແຜ່ນດິນໄຫວໃຫຍ່ຂະໜາດ 7.7 ເມື່ອວັນສຸກທີ່ຜ່ານມາ ແຕ່ບໍ່ມີລາຍງານຄວາມເສຍຫາຍເພີ່ມເຕີ

 

 

ໃນສ່ວນຂອງຄວາມພະຍາຍາມກູ້ໄພ ແລະ ຄົ້ນຫາຜູ້ສູນຫາຍຈາກຊາກອາຄານທີ່ເສຍຫາຍຈາກແຜ່ນດິນໄຫວຍັງຄົງດຳເນີນຕໍ່ໄປ ໂດຍມື້ວານນີ້ ເຈົ້າໜ້າທີ່ກູ້ໄພມຽນມາສາມາດຊ່ວຍເຫຼືອຜູ້ລອດຊີວິດອອກມາໄດ້ອີກ 4 ຄົນ ຫຼັງຕິດຢູ່ໃຕ້ຊາກອາຄານໂຮງຮຽນທີ່ພັງຖະຫຼົ່ມໃນເຂດທາງເໜືອຂອງພູມິພາກສະກາຍນານເກືອບ 60 ຊົ່ວໂມງ

 

ນອກຈາກນີ້ ຍັງຊ່ວຍຜູ້ຍິງຄົນໜຶ່ງທີ່ຕິດຢູ່ໃຕ້ຊາກກຸ່ມອາຄານທີ່ພັກອາໄສ 4 ຫຼັງຄວາມສູງ 11 ຊັ້ນໃນເມືອງມັນດາເລ ທີ່ພັງຖະຫຼົ່ມນານ 30 ຊົ່ວໂມງ ຈົນເຖິງຂະນະນີ້ ສາມາດຊ່ວຍເຫຼືອຜູ້ທີ່ຕິດຢູ່ໃຕ້ຊາກອາຄານແຫ່ງນີ້ໄດ້ແລ້ວ 29 ຄົນ ໃນສ່ວນຮ່າງຜູ້ເສຍຊີວິດ ເຈົ້າໜ້າທີ່ພົບແລ້ວ 9 ສົບ ປະຕິບັດການຄົ້ນຫາ ແລະ ກູ້ໄພໃນພື້ນທີ່ຍັງຄົງດຳເນີນຕໍ່ໄປ ເນື່ອງຈາກເຈົ້າໜ້າທີ່ກາແດງສາກົນລະບຸວ່າ ອາດມີຜູ້ຄົນຫຼາຍກວ່າ 90 ຄົນຕິດຢູ່ໃຕ້ຊາກອາຄານດັ່ງກ່າວ

 

ບັນດາຜູ້ໄດ້ຮັບບາດເຈັບຈາກເຫດແຜ່ນດິນໄຫວຂະໜາດ 7.7 ໃນມຽນມາຕັ້ງແຕ່ວັນສຸກ ຕ້ອງນອນຮັກສາຕົວໃນພື້ນທີ່ເປີດໂລ່ງທີ່ໂຮງໝໍທ້ອງຖິ່ນໃນນະຄອນເນເປີດໍ ຫຼັງຈາກແຮງສັ່ນສະເທືອນແຜ່ນດິນໄຫວ ເຮັດໃຫ້ອາຄານຂອງໂຮງໝໍໄດ້ຮັບຄວາມເສຍຫາຍ ເຄື່ອງມືທາງການແພດບໍ່ຢູ່ໃນສະພາວະທີ່ປອດໄພທີ່ຈະຮັບຜູ້ປ່ວຍ ຫຼື ຜູ້ບາດເຈັບ ເຂົ້າໄປຮັກສາພາຍໃນອາຄານໂຮງໝໍ

 

ບຸກຄະລາກອນທາງການແພດທີ່ໂຮງໝໍໄດ້ຍ້າຍຫໍຜູ້ປ່ວຍ ອອກໄປຢູ່ດ້ານນອກອາຄານໂຮງໝໍ ເພື່ອຄວາມປອດໄພ ສ່ວນລົດບໍລິການທາງການແພດຂະໜາດໃຫຍ່ 2 ຄັນ ຖືກສົ່ງໄປດູແລຮັກສາຜູ້ບາດເຈັບໃນເຫດແຜ່ນດິນໄຫວແລະຜູ້ປ່ວຍອາການໜັກອື່ນໆ

 

ເຫດແຜ່ນດິນໄຫວໃນມຽນມາ ກໍ່ຄວາມເສຍຫາຍຢ່າງໜັກໃນຫຼາຍເຂດ ທັງມັນດາເລ ພະໂຄ ມະເກວ ລັດສານ ສະກາຍ ແລະ ນະຄອນນະເນເປີດໍ ສະຫະປະຊາຊາດ ຫຼື ຢູເອັນ ເຜີຍດ້ວຍວ່າ ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ສຸດທີ່ເກີດຂຶ້ນໃນມຽນມາໃນຮອບຫຼາຍປີ ສ້າງຄວາມເສຍຫາຍໃຫ້ກັບໂຄງສ້າງພື້ນຖານສຳຄັນລວມທັງສະໜາມບິນ ທາງດ່ວນ ແລະ ຂົວ

 

ເຮັດໃຫ້ປະຕິບັດການຊ່ວຍເຫຼືອດ້ານມະນຸດສະທຳດຳເນີນໄປຢ່າງຊັກຊ້າ ສ່ວນສະຖານີໂທລະພາບເອັມອາຣ໌ທີວີ (MRTV) ຂອງກອງທັບມຽນມາ ລາຍງານວ່າ ພົນເອກອາວຸໂສມິນ ອອງ ຫຼາຍ ຜູ້ນຳລັດຖະບານທະຫານມຽນມາ ໄດ້ແຈ້ງກັບນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມ ຂອງມາເລເຊຍ ລະຫວ່າງການຫາລືທາງໂທລະສັບໃນມື້ນີ້ວ່າ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວໃນມຽນມາລ່າສຸດ ເພີ່ມເປັນກວ່າ 1,700 ຄົນແລ້ວ ບາດເຈັບເກືອບ 3,500 ຄົນ ຂະນະທີ່ອີກຢ່າງໜ້ອຍ 300 ຄົນຍັງສູນຫາຍ ຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກຫຼາຍ

 

ກ່ອນໜ້ານີ້ ລັດຖະບານທະຫານມຽນມາຍອມເປີດທາງໃຫ້ເຈົ້າໜ້າທີ່ກູ້ໄພຈາກຕ່າງປະເທດຫຼາຍຮ້ອຍຄົນເຂົ້າປະເທດຕັ້ງແຕ່ວັນເສົາ ເພື່ອຊ່ວຍເຫຼືອໃນປະຕິບັດການຄົ້ນຫາຜູ້ສູນຫາຍຕາມໃຕ້ຊາກອາຄານບ້ານເຮືອນທີ່ພັງຖະຫຼົ່ມໃນຫຼາຍພື້ນທີ່ ໂດຍຄະນະຊ່ວຍເຫຼືອ ແລະ ເຈົ້າໜ້າທີ່ກູ້ໄພຈາກອິນເດຍ ຈີນ ຮົງກົງ ແລະ ໄທ ເດີນທາງຮອດມຽນມາ ພ້ອມສົ່ງຄວາມຊ່ວຍເຫຼືອໄປໃຫ້ມຽນມາດ້ວຍ ເຊັ່ນດຽວກັບ ມາເລເຊຍ ສິງກະໂປ ແລະ ລັດເຊຍ ທີ່ສົ່ງທີມຊ່ວຍເຫຼືອຮອດມຽນມາເຊັ່ນກັນ ສ່ວນທີມກູ້ໄພເກົາຫຼີໃຕ້ ໄຕ້ຫວັນ ແລະ ຫວຽດນາມ ພ້ອມຮັບຄຳສັ່ງເດີນທາງໄປຍັງມຽນມາທັນທີ

 

ຂະນະດຽວກັນ ທີມຜູ້ຊ່ຽວຊານຮ່ວມຈາກກອງທັບ ແລະ ກະຊວງປ້ອງກັນປະເທດອິສຣາເອນ ເດີນທາງຮອດກຸງເທບເພື່ອຊ່ວຍເຈົ້າໜ້າທີ່ໄທໃນພາລະກິດກູ້ໄພຈາກແຮງສັ່ນສະເທືອນຈາກແຜ່ນດິນໄຫວແມ້ຢູ່ຫ່າງຈາກຈຸດສູນກາງເກີດແຜ່ນດິນໄຫວເຖິງ 1,000 ກິໂລແມັດ ໂດຍສະເພາະເຫດອາຄານ 33 ຊັ້ນທີ່ຢູ່ລະຫວ່າງກໍ່ສ້າງພັງຖະຫຼົ່ມ ມີຄົນງານຕິດຢູ່ໃນຊາກອາຄານຫຼາຍຄົນ ໂດຍເລີ່ມພາລະກິດດ້ວຍການປະເມີນສະຖານະການ ແລະ ແບ່ງປັນຄວາມຊ່ຽວຊານດ້ານເຕັກໂນໂລຢີໃຫ້ກັບເຈົ້າໜ້າທີ່ຝ່າຍໄທ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ