site cover (100)
ມຽນມາເປີດເຜີຍຕົວເລກຜູ້ເສຍຊີວິດຈາກແຜ່ນດິນໄຫວອາດຈະເກີນ 3,000 ຄົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 2 April, 2025

ເນປຍີໂດ 1 ເມສາ – ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ນຳລັດຖະບານທະຫານມຽນມາ ກ່າວມື້ນີ້ວ່າ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງເມື່ອວັນສຸກທີ່ຜ່ານມາ ຢືນຢັນແລ້ວທີ່ 2,719 ຄົນ ແຕ່ຄາດວ່າຕົວເລກຜູ້ເສຍຊີວິດຈະເກີນ 3,000 ຄົນ

 

 

ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ປະທານສະພາບໍລິຫານແຫ່ງລັດ ກ່າວປາໄສຜ່ານທາງໂທລະພາບຂອງລັດຖະບານວ່າ ຕົວເລກຜູ້ທີ່ໄດ້ຮັບບາດເຈັບຈາກແຜ່ນດິນໄຫວຢູ່ທີ່ 4,521 ຄົນ ແລະ ຍັງມີຜູ້ທີ່ສູນຫາຍອີກ 441 ຄົນ ຈາກແຜ່ນດິນໄຫວຂະໜາດ 7.7 ທີ່ບໍລິເວນໃກ້ກັບເມືອງມັນດະເລ.

 

ດ້ານສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ ຫຼື ໂອຊີເຮັສເອ ກ່າວວັນນີ້ວ່າ ຂະນະນີ້ທີ່ພັກອາໄສ, ນ້ຳສະອາດ ແລະ ເວດຊະພັນ ມີບໍ່ພຽງພໍ ຫຼັງຈາກແຜ່ນດິນໄຫວທີ່ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ.

 

ເຈົ້າໜ້າທີ່ຂອງໂອຊີເຮັສເອ ກ່າວທີ່ນະຄອນເຈນີວາ ຂອງສະວິດເຊີແລນ ວ່າຂະນະນີ້ໂອກາດໃນການຄົ້ນຫາ ແລະ ຊ່ວຍເຫຼືອຜູ້ລອດຊີວິດເຫຼືອໜ້ອຍລົງທຸກເທື່ອ.

 

ທີ່ພັກອາໄສ, ນ້ຳດື່ມທີ່ສະອາດ ແລະ ເວດຊະພັນ ມີບໍ່ພຽງພໍກັບຄວາມຕ້ອງການ.

 

ປະຊາຊົນໃນພື້ນທີ່ປະສົບໄພພິບັດຕ້ອງນອນໃນພື້ນທີ່ໂລ່ງ ເພາະວ່າບໍ່ມີໄຟຟ້າໃຊ້ ແລະ ບໍ່ມີນ້ຳປະປາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ