
ເມື່ອອາຍຸເລີ່ມກາຍວັຍ 30 ປີຂຶ້ນໄປ, ຜູ້ຊາຍຫຼາຍຄົນອາດຮູ້ສຶກວ່າເລີ່ມມີຄວາມປ່ຽນແປງ ທັງເລື່ອງຮ່າງກາຍແລະຈິດໃຈ. ສິ່ງທີ່ເຄີຍເຮັດໄດ້ງ່າຍໆ ອາດເລີ່ມຮູ້ສຶກຍາກຂຶ້ນ, ແຕ່ນີ້ຄືຊ່ວງເວລາສຳຄັນທີ່ຕ້ອງເລີ່ມເອົາໃຈໃສ່ໃນການດູແລຕົນເອງຫຼາຍຂຶ້ນ ເພື່ອໃຫ້ສຸຂະພາບທັງກາຍແລະໃຈແຂງແຮງ, ພ້ອມຮັບມືກັບຄວາມທ້າທາຍຕ່າງໆໃນຊີວິດທີ່ເພີ່ມຂຶ້ນໄດ້ຢ່າງໝັ້ນໃຈ. ດັ່ງນັ້ນ, ການດູແລຕົນເອງໃນໄວ 30+ ເປັນເລື່ອງທີ່ບໍ່ຄວນມອງຂ້າມ. ມາເບິ່ງກັນວ່າ 9 ແນວທາງໃນການດູແລສຸຂະພາບຜູ້ຊາຍໄວ 30+ ຈະມີຫຍັງແດ່.
1. ອອກກຳລັງກາຍເປັນປະຈຳ ການອອກກຳລັງກາຍຄືວິທີທີ່ດີທີ່ສຸດໃນການຮັກສາສຸຂະພາບທີ່ດີ, ໂດຍສະເພາະໃນໄວ 30+ ເຊິ່ງລະບົບການເຜົາຜານເລີ່ມຊ້າລົງ. ການອອກກຳລັງກາຍຊ່ວຍເພີ່ມມວນກ້າມເນື້ອແລະເສີມຄວາມແຂງແຮງຂອງຫົວໃຈ, ຫຼືເລືອກກິດຈະກຳທີ່ມັກ ເຊັ່ນ: ການຍ່າງ, ແລ່ນ, ປັ່ນລົດຖີບ, ຫຼືເຂົ້າຍິມ ເພື່ອເສີມສ້າງສຸຂະພາບໃຫ້ແຂງແຮງທັງຮ່າງກາຍແລະຈິດໃຈ.
2. ກິນອາຫານທີ່ມີຄຸນຄ່າທາງໂພຊະນາການ ອາຫານທີ່ດີຈະຊ່ວຍໃຫ້ຮ່າງກາຍໄດ້ຮັບພະລັງງານແລະສານອາຫານທີ່ຈຳເປັນ, ຈຶ່ງຄວນກິນອາຫານທີ່ມີປະໂຫຍດ ເຊັ່ນ: ຜັກ, ໝາກໄມ້, ເຂົ້າກ້ອງ, ປາ, ແລະໂປຣຕີນຈາກແຫຼ່ງທຳມະຊາດ ເພື່ອຫຼຸດຄວາມສ່ຽງໃນການເກີດພະຍາດທີ່ກ່ຽວກັບການກິນອາຫານທີ່ບໍ່ສົມດຸນ ເຊັ່ນ: ພະຍາດເບົາຫວານ ແລະພະຍາດຫົວໃຈ ເປັນຕົ້ນ.
3. ນອນຫຼັບໃຫ້ພຽງພໍ ການນອນຫຼັບທີ່ພຽງພໍແລະມີຄຸນນະພາບ ເປັນປັດໄຈສຳຄັນໃນການຟື້ນຟູຮ່າງກາຍແລະຈິດໃຈ. ການນອນຫຼັບບໍ່ພຽງພໍຈະເຮັດໃຫ້ລະບົບພູມຄຸ້ມກັນຫຼຸດລົງ ແລະເກີດຄວາມກົດດັນຫຼາຍຂຶ້ນ, ຈຶ່ງຄວນຕັ້ງເວລານອນໃຫ້ໄດ້ 7-8 ຊົ່ວໂມງຕໍ່ຄືນ ແລະພະຍາຍາມນອນໃນຊ່ວງເວລາທີ່ແນ່ນອນ ເພື່ອໃຫ້ຮ່າງກາຍມີເວລາຟື້ນຕົວ.
4. ຄວບຄຸມຄວາມກົດດັນ ຄວາມກົດດັນເປັນບັນຫາຫຼັກຂອງຜູ້ຊາຍໃນໄວເຮັດວຽກ. ການກົດດັນເຮື້ອຮັງອາດນຳໄປສູ່ບັນຫາສຸຂະພາບທັງຮ່າງກາຍແລະຈິດໃຈ. ຄວນຫາວິທີຜ່ອນຄາຍຄວາມກົດດັນ ເຊັ່ນ: ການເຮັດສະມາທິ, ການອອກກຳລັງກາຍ, ຫຼືການລົມກັບຄົນທີ່ໄວ້ໃຈ. ການພັກຜ່ອນທີ່ເໝາະສົມກໍຊ່ວຍໄດ້ຫຼາຍໃນການຫຼຸດຄວາມກົດດັນ.
5. ກວດສຸຂະພາບປະຈຳປີ ການກວດສຸຂະພາບປະຈຳປີ ເປັນສິ່ງສຳຄັນທີ່ບໍ່ຄວນມອງຂ້າມ ເພື່ອຫາຄວາມສ່ຽງທີ່ອາດເກີດຂຶ້ນໃນອະນາຄົດ ເຊັ່ນ: ຄວາມດັນເລືອດສູງ, ລະດັບນ້ຳຕານໃນເລືອດ, ຫຼືລະດັບຄໍເລສເຕີຣອນ. ການກວດສຸຂະພາບຈະຊ່ວຍໃຫ້ທ່ານສາມາດແກ້ໄຂບັນຫາ ຫຼືປ້ອງກັນກ່ອນທີ່ພະຍາດຈະເກີດຂຶ້ນ.
6. ດື່ມນ້ຳໃຫ້ພຽງພໍ ການດື່ມນ້ຳໃນປະລິມານທີ່ພຽງພໍ ເປັນເລື່ອງທີ່ຫຼາຍຄົນມັກລະເລີຍ ແຕ່ມີຄວາມສຳຄັນຕໍ່ການເຮັດວຽກຂອງຮ່າງກາຍຫຼາຍ, ໂດຍສະເພາະໃນໄວ 30+ ທີ່ການເຜົາຜານເລີ່ມຫຼຸດລົງ. ນ້ຳຊ່ວຍໃຫ້ເຊວໃນຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບ, ຈຶ່ງຄວນດື່ມນ້ຳປະມານ 8 ຈອກຕໍ່ວັນ ເພື່ອໃຫ້ຮ່າງກາຍໄດ້ຮັບຄວາມຊຸ່ມຊື່ນ.
7. ຫຼີກລ່ຽງການສູບຢາແລະເຄື່ອງດື່ມທີ່ມີແອລກໍຮໍ ການສູບຢາແລະດື່ມເຄື່ອງດື່ມທີ່ມີແອລກໍຮໍ ທຳຮ້າຍຮ່າງກາຍໃນໄລຍະຍາວ, ເຊິ່ງອາດນຳໄປສູ່ພະຍາດຫົວໃຈ, ມະເຮັງ, ຫຼືພະຍາດຕັບ. ຄວນຫຼີກລ່ຽງຫຼືຫຼຸດການໃຊ້ສານເຫຼົ່ານີ້ ເພື່ອຮັກສາສຸຂະພາບທີ່ດີໃນໄລຍະຍາວ. ການເລືອກໃຊ້ຊີວິດທີ່ສະອາດແລະປອດໄພ ຈະເຮັດໃຫ້ຮ່າງກາຍແຂງແຮງແລະມີອາຍຸຍືນ.
8. ສ້າງຄວາມສຳພັນທີ່ດີ ການມີຄວາມສຳພັນທີ່ດີ ທັງໃນຄອບຄົວແລະທີ່ເຮັດວຽກ ຈະຊ່ວຍເສີມສຸຂະພາບຈິດໃຈໃຫ້ດີຂຶ້ນ. ຜູ້ຊາຍໃນໄວ 30+ ຈຶ່ງຄວນໃຫ້ຄວາມສຳຄັນກັບການລົມແລະການສ້າງສາຍສຳພັນທີ່ດີ. ການມີຄົນທີ່ຄອຍສະໜັບສະໜູນ ສາມາດຊ່ວຍຫຼຸດຄວາມກົດດັນແລະເພີ່ມຄວາມສຸກໃນຊີວິດໄດ້.
9. ດູແລສຸຂະພາບຈິດ ສຸຂະພາບຈິດ ມີຄວາມສຳຄັນບໍ່ແພ້ສຸຂະພາບຮ່າງກາຍ. ຜູ້ຊາຍໃນໄວ 30+ ຄວນຫາວິທີດູແລສຸຂະພາບຈິດ ເຊັ່ນ: ການລົມກັບນັກຈິດຕະວິທະຍາ ຫຼືການເຂົ້າຮ່ວມກິດຈະກຳທີ່ຊ່ວຍພັດທະນາຈິດໃຈ ເຊັ່ນ: ການເຮັດວຽກອະດິເລກ, ການອ່ານໜັງສື, ຫຼືການຫຼິ້ນກິລາ ເປັນຕົ້ນ.
ການດູແລສຸຂະພາບຜູ້ຊາຍໃນໄວ 30+ ເປັນເລື່ອງສຳຄັນທີ່ບໍ່ຄວນມອງຂ້າມ. ການປະຕິບັດຕາມແນວທາງເຫຼົ່ານີ້ ຈະຊ່ວຍໃຫ້ທ່ານມີສຸຂະພາບທີ່ດີທັງກາຍແລະໃຈ, ພ້ອມຮັບມືກັບທຸກການປ່ຽນແປງຂອງຊີວິດໃນອະນາຄົດ. ຈຶ່ງຄວນເລີ່ມຕົ້ນດູແລຕົນເອງຕັ້ງແຕ່ມື້ນີ້ ເພື່ອຊີວິດທີ່ມີຄຸນນະພາບແບບຍືນຍົງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








