Copy of site cover (2)
10 ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025
ຮຽບຮຽງໂດຍ:patthana
ເຜີຍແຜ່: 2 April, 2025

ໂລກຂອງການເຮັດວຽກປ່ຽນແປງໄວທີ່ສຸດ ໂດຍສະເພາະເມື່ອເຕັກໂນໂລຢີກ້າວໜ້າແບບກ້າວກະໂດດ ຜູ້ທີ່ບໍ່ປັບຕົວໃຫ້ທັນອາດຖືກຖິ້ມໄວ້ຂ້າງຫຼັງໂດຍບໍ່ຮູ້ຕົວ. ດັ່ງນັ້ນ, ຄົນເຮັດວຽກຍຸກນີ້ຕ້ອງໝັ່ນອັບເກຣດຕົວເອງຢູ່ສະເໝີ ເພາະອົງກອນບໍ່ໄດ້ຕ້ອງການແຕ່ຄົນທີ່ເຮັດວຽກໄດ້ເທົ່ານັ້ນ ແຕ່ຕ້ອງການຄົນທີ່ເຮັດວຽກເກັ່ງແລະພ້ອມພັດທະນາ! ມື້ນີ້ເຮົາມາເບິ່ງກັນວ່າ 10 ທັກສະສຳຄັນທີ່ຄົນເຮັດວຽກຕ້ອງມີໃນປີ 2025 ມີຫຍັງແດ່?

ເປີດ 10 ອັນດັບ ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025

1. ການຄິດວິເຄາະແລະສ້າງສັນນະວັດຕະກຳ (Analytical & Innovation Thinking) ຄິດເປັນ, ວິເຄາະເກັ່ງ, ແຖມຍັງສ້າງສັນໄດ້, ຄືສ່ວນປະສົມທີ່ບໍລິສັດຕ້ອງການ ເພາະການເຂົ້າໃຈບັນຫາຢ່າງເລິກເຊິ່ງແລະຄິດຫາທາງອອກທີ່ແຕກຕ່າງ ຈະເຮັດໃຫ້ທ່ານເປັນບຸກຄະລາກອນທີ່ອົງກອນຂາດບໍ່ໄດ້!

2. ທັກສະແກ້ບັນຫາຊັບຊ້ອນ (Complex Problem-Solving) ບັນຫາໃນການເຮັດວຽກບໍ່ເຄີຍງ່າຍ, ດັ່ງນັ້ນ ທັກສະນີ້ຊ່ວຍໃຫ້ທ່ານສາມາດຮັບມືກັບບັນຫາທີ່ມີຫຼາຍປັດໄຈກ່ຽວຂ້ອງ, ຄິດເປັນລະບົບ, ແລະຫາທາງແກ້ທີ່ມີປະສິດທິພາບໄດ້.

3. ການຄິດເຊິງວິພາກ (Critical Thinking) ການຕັ້ງຄຳຖາມກັບຂໍ້ມູນຮອບຕົວ, ວິເຄາະແບບບໍ່ເຊື່ອອະໄຮງ່າຍໆ, ແລະໃຊ້ເຫດຜົນມາປະກອບການຕັດສິນໃຈ, ເປັນທັກສະທີ່ຈຳເປັນຫຼາຍໃນຍຸກທີ່ຂໍ້ມູນລົ້ນໂລກ!

4. ຄວາມຄິດສ້າງສັນແລະຄວາມລິເລີ່ມ (Creativity & Initiative) ໄອເດຍໃໝ່ໆ ສຳຄັນຕໍ່ທຸກອົງກອນ, ຜູ້ທີ່ກ້າຄິດ, ກ້າລອງ, ແລະພ້ອມຜັກດັນໃຫ້ເກີດຂຶ້ນຈິງ ມີໂອກາດເຕີບໂຕໃນສາຍງານແນ່ນອນ.

5. ທັກສະເຫດຜົນແລະການລະດົມສະໝອງ (Reasoning & Ideation) ການໃຊ້ຕັນລະກະແລະຄວາມຄິດສ້າງສັນຄວບຄູ່ກັນ ຈະຊ່ວຍໃຫ້ທ່ານສາມາດແກ້ບັນຫາຫຼືອອກແບບແນວທາງການເຮັດວຽກທີ່ມີປະສິດທິພາບຂຶ້ນໄດ້.

6. ການຮຽນຮູ້ເຊິງຮຸກ (Active Learning & Learning Strategies) ໃນຍຸກທີ່ເຕັກໂນໂລຢີປ່ຽນໄວຫຼາຍ, ຜູ້ທີ່ຮຽນຮູ້ໄວ ແລະຮູ້ຈັກໃຊ້ກົນລະຍຸດໃນການຮຽນຮູ້ຈະປັບຕົວໄດ້ໄວກວ່າຄົນອື່ນສະເໝີ.

7. ການຈັດການຄວາມກົດດັນແລະຄວາມຍືດຫຍຸ່ນ (Resilience & Stress Management) ຄວາມກົດດັນໃນວຽກມີຢູ່ສະເໝີ, ຜູ້ທີ່ສາມາດຄວບຄຸມອາລົມ, ຮັບມືກັບສະຖານະການບໍ່ຄາດຝັນ, ແລະລຸກຂຶ້ນໄດ້ໄວເມື່ອພາດ, ຈະໄປໄດ້ໄກໃນສາຍງານ.

8. ທັກສະຄວາມເປັນຜູ້ນຳແລະສ້າງແຮງບັນດານໃຈ (Leadership & Social Influence) ບໍ່ວ່າທ່ານຈະຢູ່ຕຳແໜ່ງໃດ, ການມີພາວະຜູ້ນຳແລະສາມາດສ້າງແຮງບັນດານໃຈໃຫ້ທີມ, ເປັນຄຸນສົມບັດທີ່ເຮັດໃຫ້ທ່ານໂດດເດັ່ນແລະກ້າວໜ້າຂຶ້ນໄດ້ໄວ.

9. ຄວາມສາມາດໃນການໃຊ້ເຕັກໂນໂລຢີ (Tech Literacy) ເຕັກໂນໂລຢີເຂົ້າມາມີບົດບາດທຸກສາຍງານ, ຜູ້ທີ່ໃຊ້ເປັນ, ຄວບຄຸມໄດ້, ແລະນຳມາປັບໃຊ້ກັບວຽກຂອງຕົວເອງ, ຈະບໍ່ມີວັນຖືກເຕັກໂນໂລຢີແຍ່ງວຽກ.

10. ການອອກແບບເຕັກໂນໂລຢີແລະການຂຽນໂປຣແກຣມ (Tech Design & Programming) ທັກສະນີ້ບໍ່ໄດ້ສຳຄັນແຕ່ກັບສາຍໄອທີເທົ່ານັ້ນ, ແຕ່ການເຂົ້າໃຈພື້ນຖານຂອງການອອກແບບເຕັກໂນໂລຢີ ຫຼືການຂຽນໂປຣແກຣມພື້ນຖານ, ຈະເຮັດໃຫ້ທ່ານໄດ້ປຽບຫຼາຍຂຶ້ນໃນຕະຫຼາດແຮງງານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ