site cov (2)
ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 April, 2025
ໝວດ: ຂ່າວ

ດມິທຣີ ເປສຄອຟ ໂຄສົກທຳນຽບເຄມລິນ ຂອງຣັດເຊຍ ຖະແຫຼງວ່າ ຣັດເຊຍຍັງຄົງ “ເຮັດວຽກຮ່ວມກັບສະຫະລັດອາເມລິກາ” ຫຼັງຈາກປະທານາທິບໍດີໂດນັລດ໌ ທຣຳ ຂອງສະຫະລັດອາເມລິກາ ກ່າວວ່າ ລາວ “ບໍ່ພໍ່ໃຈ” ປະທານາທິບໍດີວລາດິເມຍ ປູຕິນ ຜູ້ນຳຣັດເຊຍ.

 

ຖືເປັນການຕອບໂຕ້ຄັ້ງທຳອິດຂອງຣັດເຊຍຕໍ່ກໍລະນີທີ່ທຣຳວິພາກວິຈານປູຕິນ, ໂດຍເຄມລິນພະຍາຍາມທີ່ຈະຫຼຸດຄວາມຕຶງຄຽດລະຫວ່າງສອງຜູ້ນຳ.

 

ເປສຄອຟ ກ່າວວ່າ ຣັດເຊຍຍັງເຮັດວຽກຮ່ວມກັບຝ່າຍສະຫະລັດອາເມລິກາຕໍ່ໄປ ເພື່ອສ້າງຄວາມສຳພັນຂອງສອງປະເທດ.

 

ລາວຍັງບອກວ່າ ຍັງບໍ່ມີແຜນການສຳລັບການໂທລົມພູດກັນລະຫວ່າງປູຕິນ ແລະ ທຣຳໃນອາທິດນີ້, ແຕ່ວ່າປູຕິນກໍ່ພ້ອມທີ່ຈະລົມນຳ “ຫາກຈຳເປັນ”.

 

ຄວາມພະຍາຍາມທີ່ຈະປັບປຸງສະຖານະການໃຫ້ຮາບລື່ນ ແລະ ດີຂຶ້ນ ເກີດຂຶ້ນຫຼັງຈາກທຣຳກ່າວກັບ NBC News ເມື່ອວັນອາທິດທີ່ຜ່ານມາວ່າ ເຂົາໃຈຮ້າຍໃຫ້ປູຕິນທີ່ໂຈມຕີຄວາມໜ້າເຊື່ອຖືຂອງປະທານາທິບໍດີໂວໂລດິເມຍ ເຊເລນສກີ ຂອງຢູເຄຣນ ແລະ ຂູ່ວ່າຈະຮຽກເກັບພາສີຮ້ອຍລະ 50 ກັບປະເທດຕ່າງໆ ທີ່ຊື້ນ້ຳມັນຈາກຣັດເຊຍ ຫາກປູຕິນບໍ່ຕົກລົງຢຸດຍິງ.

 

ຖືເປັນການປ່ຽນທ່າທີທີ່ມີຕໍ່ປະທານາທິບໍດີຣັດເຊຍຢ່າງຊັດເຈນ.

 

ທັງນີ້, ເຈົ້າໜ້າທີ່ຂອງສະຫະລັດອາເມລິກາ ແລະ ຣັດເຊຍ ເຈລະຈາກັນມານານຫຼາຍອາທິດ ເພື່ອພະຍາຍາມບັນລຸຂໍ້ຕົກລົງຢຸດສົງຄາມໃນຢູເຄຣນ, ຊຶ່ງລະຫວ່າງການເຈລະຈາ, ປູຕິນມັກວິພາກວິຈານເຊເລນສກີ, ບໍ່ໄດ້ວິຈານປູຕິນ. ແຕ່ຄວາມບໍ່ພໍໃຈຂອງທຣຳຕໍ່ປູຕິນ ປະທຸຂຶ້ນເມື່ອປະທານາທິບໍດີຣັດເຊຍ ເສນີແນວຄິດທີ່ຈະຈັດຕັ້ງລັດຖະບານສະເພາະການໃນຢູເຄຣນພາຍໃຕ້ການສະໜັບສະໜູນຈາກສະຫະປະຊາຊາດ, ຊຶ່ງອາດເຂົ້າມາແທນທີ່ປະທານາທິບໍດີເຊເລນສກີ.

 

ທຣຳ ກ່າວກັບ NBC News ວ່າ ເຂົາບໍ່ພໍໃຈຫຼາຍ ແລະ ໂມໂຫ ເມື່ອປູຕິນເລີ່ມຕັ້ງແງ່ເລື່ອງຄວາມໜ້າເຊື່ອຖືຂອງເຊເລນສກີ ເພາະນັ້ນບໍ່ແມ່ນຈຸດທີ່ເໝາະສົມ, ຊຶ່ງກວ່າຈະໄດ້ຜູ້ນຳຄົນໃໝ່ ຕ້ອງໃຊ້ເວລາຍືດຍາວອອກໄປອີກໃນການບັນລຸຂໍ້ຕົກລົງຢຸດຍິງ.

 

ດ້ານໜັງສືພິມ ມອສຄອຟສກີ ຄອມໂຊໂມເລດສ໌ (Moskovsky Komsomolets) ຂອງຣັດເຊຍ ທີ່ສະໜັບສະໜູນເຄມລິນ ເຜີຍແຜ່ຄຳວິຈານຂອງປະທານາທິບໍດີສະຫະລັດອາເມລິກາ ບາງສ່ວນທີ່ບໍ່ຄ່ອຍເກີດຂຶ້ນບໍ່ເທົ່າໃດ, ໂດຍລະບຸວ່າ ທຣຳບໍ່ໄດ້ປະຕິບັດຕາມ “ພັນທະກຳນົດ” ຂອງຕົນໃນການຢຸດຢັ້ງຢູເຄຣນບໍ່ໃຫ້ໂຈມຕີໂຄງສ້າງພື້ນຖານດ້ານພະລັງງານຂອງຣັດເຊຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ