site cov (17)
ຄາດວ່າລາຄາໄອໂຟນສູງກວ່າເກົ່າເກືອບເທົ່າຕົວ ຈາກການຂຶ້ນພາສີເຮັດສິນຄ້າໃນສະຫະລັດແພງຂຶ້ນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 April, 2025
ໝວດ: ຂ່າວ

ມາດຕະການຂຶ້ນພາສີຂອງປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ບໍ່ໄດ້ສົ່ງຜົນກະທົບກັບປະເທດຕ່າງໆທົ່ວໂລກເທົ່ານັ້ນ ໂດຍຊາວອາເມລິກາກໍອາດຕ້ອງເຈີແຮງກະແທກບໍ່ຕ່າງກັນ ທ່າມກາງຄວາມຄາດໝາຍວ່າສິນຄ້າທັງຫຼາຍນັ້ນຈະແພງຂຶ້ນຫຼາຍເທົ່າຕົວ ໂດຍສະເພາະໄອໂຟນ ຕາມລາຍງານຂອງລອຍເຕີໃນວັນພະຫັດ 3ເມສາ

 

ປະທານາທິບໍດີໂດນັລ ທຣຳ ກຳນົດມາດຕະການຮີດພາສີຢ່າງກວ້າງຂວາງຫຼິ້ນງານປະເທດຕ່າງໆທົ່ວໂລກ ທີ່ອາດປ່ຽນພູມິທັດຂອງການຄ້າໂລກຢ່າງໜ້າຕົກຕະລຶງ ແລະ ບັນດາສິນຄ້າອຸປະໂພກບໍລິໂພກຕ່າງໆຢ່າງໄອໂຟນ ອາດໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຈາກຄວາມເຫັນຂອງນັກວິເຄາະໃນວັນພະຫັດ 3ເມສາ ໂດຍມີສິດທີ່ລາຄາຈະຖືກປັບຂຶ້ນ 30% ເຖິງ 40% ຫາກວ່າບໍລິສັດແຫ່ງນີ້ເລືອກທີ່ຈະສົ່ງຕໍ່ຕົ້ນທຶນໄປຍັງຜູ້ບໍລິໂພກ

 

ໄອໂຟນສ່ວນໃຫຍ່ຍັງຄົງຜະລິດໃນຈີນ ເຊິ່ງຖືກຂຶ້ນພາສີ 2 ຮອບ ລວມແລ້ວ 54% ຖ້າມາດຕະການຂຶ້ນພາສີນີ້ຄົງຢູ່ເປັນເວລານານ ທາງແອັບເປີ້ນ ອາດຕັດສິນໃຈຢ່າງຍາກລຳບາກ ໃນການເລືອກດູດຊັບຕົ້ນທຶນທີ່ເພີ່ມຂຶ້ນໄວ້ເອງ ຫຼື ສົ່ງຕໍ່ມັນໄປຍັງລູກຄ້າ ທັງນີ້ຮຸ້ນຂອງບໍລິສັດປິດ ລົບ 9.3% ໃນວັນພະຫັດ 3ເມສາ ຖືເປັນມື້ຮ້າຍແຮງ ທີ່ສຸດນັບຕັ້ງແຕ່ເດືອນມີນາ 2020

 

ແອັບເປີ້ນ ມີຍອດຂາຍໄອໂຟນຫຼາຍກວ່າ 220 ລ້ານເຄື່ອງໃນແຕ່ລະປີ ໂດຍຕະຫຼາດໃຫຍ່ຂອງພວກເຂົາ ປະກອບດ້ວຍສະຫະລັດ ຈີນ ແລະ ຢູໂຣບ

 

ສະຕາຣ໌ທໂຟນລຸ້ນທີ່ຖືກທີ່ສຸດ “ໄອໂຟນ16” ທີ່ເປີດຕົວໃນສະຫະລັດ ດ້ວຍລາຄາ 799 ໂດລາ ແຕ່ລາຄາອາດພຸ່ງແຕະລະດັບ 1,142 ໂດລາ ຖ້າຄຳນວນຈາກການຄາດການຂອງພວກນັກວິເຄາະຈາກສະຖາບັນ Rosenblatt Securities ທີ່ມອງວ່າລາຄາອາດສູງຂຶ້ນ 43% ຖ້າແອັບເປີ້ນເລືອກສົ່ງຕໍ່ຄ້າທຶນໄປຍັງຜູ້ບໍລິໂພກ

 

ສ່ວນລຸ້ນທີ່ແພງກວ່າຢ່າງ “ໄອໂຟນ 16 ໂປຣແມັກຊ໌” ເຊິ່ງປັດຈຸບັນລາຄາຢູ່ທີ່ 1,599 ໂດລາ ລາຄາອາດພຸ່ງຂຶ້ນໄປເກືອບໆ 2,300 ໂດລາ ຖ້າເລືອກສົ່ງຕໍ່ຕົ້ນທຶນທີ່ເພີ່ມຂຶ້ນ 43% ໄປຍັງລູກຄ້າ

 

ຕອນດຳລົງຕຳແໜ່ງປະທານາທິບໍດີສະໄໝທຳອິກ ທຣຳໄດ້ກຳນົດມາດຕະການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນຢ່າງກວ້າງຂວາງ ໃນຄວາມພະຍາຍາມ ໂຖມແຮງກົດດັນເຖິງບໍລິສັດສັນຊາດສະຫະລັດທັງຫຼາຍກັບມາດຳເນີນການຜະລິດໃນອາເມລິກາຫຼື ປະເທດຕ່າງໆທີ່ຢູ່ໃກ້ຄຽງ ຢ່າງເຊັ່ນເມັກຊິໂກ ແຕ່ ແອັບເປີ້ນ ໄດ້ຮັບຂໍ້ຍົກເວັ້ນ ແລະ ໄດ້ຮັບກຳມະສິດໃນຫຼາຍຜະລິດຕະພັນ ຢ່າງໃດກໍຕາມຄັ້ງນີ້ ທຣຳ ຍັງບໍ່ໄດ້ອະນຸມັດຂໍ້ຍົກເວັ້ນໃດໆ

 

ໄອໂຟນ 16e ທີ່ເພິ່ງເປີດຕົວໄປເມື່ອເດືອນກຸມພາ ໃນຖານະລຸ້ນຖືກສຸດທີ່ຮອງຮັບບາງຟີເຈີຂອງ Apple Intelligence (AI) ມີລາຄາທີ່ 599 ໂດລາ ແຕ່ຫາກມີການປັບຂຶ້ນ 43% ລາຄາຂອງມັນຈະພຸ່ງໄປແຕະລະດັບ 856 ໂດລາ ໃນຂະນະທີ່ລາຄາອຸປະກອນອື່ນໆຂອງແອັບເປີ້ນ ກໍອາດພຸ່ງຂຶ້ນເຊັ່ນກັນ.

 

ແອັບເປີ້ນ ຍັງບໍ່ອອກມາສະແດງຄວາມຄິດເຫັນຕໍ່ລາຍງານຂ່າວນີ້

 

ແອງເຈໂລ ຊິໂນ ນັກວິເຄາະດ້ານຫຼັກຊັບຂອງສະຖາບັນ CFRA Research ບອກວ່າແອັບເປີ້ນ ຈະເຈີກັບງານທີ່ຍາກລຳບາກໃນການຖ່າຍໂອນຕົ້ນທຶນສູ່ຜູ້ບໍລິໂພກຫຼາຍກວ່າ 5% ເຖິງ 10% “ພວກເຮົາຄາດໝາຍວ່າແອັບເປີ້ນຈະຊະລໍການປັບຂຶ້ນຄັ້ງໃຫຍ່ໃດໆໃນລາຄາສະມາຣ໌ທໂຟນ ຈົນກວ່າຈະເຖິງລະດູແລ້ງ ຕອນທີ່ພວກເຂົາມີຄິວເປີດຕົວໄອໂຟນ 17”

 

ແມ້ມີການໂຍກຍ້າຍການຜະລິດບາງສ່ວນໄປຍັງຫວຽດນາມ ແລະ ອິນເດຍແລ້ວກໍຕາມ ແຕ່ໄອໂຟນສ່ວນໃຫຍ່ຍັງຄົງຜະລິດໃນຈີນ ແລະ ປະເທດເຫຼົ່ານັ້ນເອງກໍບໍ່ລອດຈາກມາດຕະການຂຶ້ນພາສີເຊັ່ນກັນ: ໂດຍ ຫວຽດນາມ ຖືກໄປ 46% ແລະ ອິນເດຍ 26%

 

ນີນ ຊາຣ໌ ຜູ້ກໍ່ຕັ້ງຮ່ວມຂອງ Counterpoint Research ມອງວ່າ ແອັບເປີ້ນ ອາດຈຳເປັນຕ້ອງປັບຂຶ້ນລາຄາຜະລິດຕະພັນໂດຍສະເລ່ຍຢ່າງໜ້ອຍໆ 30% ເຊື່ອຊົດເຊີຍພາສີນຳເຂົ້າ

 

ມີຄວາມເປັນໄປໄດ້ທີ່ການປັບຂຶ້ນລາຄາອາດບັ່ນທອນອຸປະສົງສະມາຣ໌ທໂຟນ ແລະ ເປີດທາງມອບຄວາມໄດ້ປຽບແກ່ຊຳຊຸງ ອິເລັກໂຕຣນິກສ໌ ຂອງເກົາຫຼີໃຕ້ ເນື່ອງຈາກປະເທດແຫ່ງນີ້ເຈີມາດຕະການຮີດພາສີຕ່ຳກວ່າຈີນ ດິນແດນທີ່ເປັນຕົ້ນທາງການຜະລິດຂອງໄອໂຟນທຸກເຄື່ອງທີ່ຈຳໜ່າຍໃນສະຫະລັດ

 

“ຈາກການຄຳນວນຂອງພວກເຮົາຕໍ່ວັນປົດປ່ອຍມາດຕະການຂຶ້ນພາສີຂອງທຣຳ ບົ່ງຊີ້ວ່າມັນອາດເປັນການໂຍນລະເບີດໃສ່ແອັບເປີ້ນ ເປັນໄປໄດ້ວ່າມັນຈະເພີ່ມຕົ້ນທຶນຂອງບໍລິສັດແຫ່ງນີ້ ສູງສຸດ 40,000 ລ້ານໂດລາ” Rosenblatt Securities ລະບຸ ຢ່າງໃດກໍຕາມສະຖາບັນແຫ່ງນີ້ເນັ້ນວ່າມີຄວາມເປັນໄປໄດ້ທີ່ຈະມີການເຈລະຈາກັນລະຫວ່າງແອັບເປີ້ນ ຈີນ ແລະ ທຳນຽບຂາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ