site cov (18)
ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນປົດ "ຢຸນ ຊັອກຢອລ" ຈາກປະທານາທິບໍດີເກົາຫຼີໃຕ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 April, 2025
ໝວດ: ຂ່າວ

ສານລັດຖະທຳມະນູນເກົາຫຼີໃຕ້ ຕັດສິນວ່າ ຖອດຖອນ ຢຸນ ຊັອກຢອລ ຈາກປະທານາທິບໍດີເກົາຫຼີໃຕ້ ກໍລະນີການປະກາດກົດໄອຍະການເສິກເມື່ອປາຍປີ 2024 ຈົນເຮັດໃຫ້ເກົາຫຼີໃຕ້ຈົມດິ່ງສູ່ວິກິດການທາງການເມືອງ

 

ຢຸນ ຊອກ-ຢອລ ອະດີດປະທານາທິບໍດີເກົາຫຼີໃຕ້

 

ຄຳພິຈາລະນາໂດຍສັງເຂບຂອງສານຯ ມີດັ່ງນີ້:

 

  • ຢຸນ ບໍ່ໄດ້ດຳເນີນຕາມຂະບວນການທີ່ຖືກຕ້ອງ
  • ຢຸນ ໃຊ້ອຳນາດປະກາດພາວະສຸກເສີນລະດັບປະເທດໂດຍບໍ່ຖືກຕ້ອງ
  • ຢຸນ ສັ່ງໃຫ້ກອງທັບດຳເນີນການປະເຊີນໜ້າກັບຜູ້ທີ່ຕົນເອງມີໜ້າທີ່ຕ້ອງພິທັກຮັກສາ ຖືວ່າເປັນການເຮັດໜ້າທີ່ໂດຍບໍ່ຖືກຕ້ອງ
  • ກົດໄອຍະການເສິກຂອງຢຸນ ທຳລາຍສິດທາງການເມືອງຂອງປະຊາຊົນ ແລະ ລະເມີດກົດໝາຍແລະປະຊາທິປະໄຕ

 

ຜົນຈາກສານລັດຖະທຳມະນູນມີມະຕິເອກະສັນຖອດຖອນ “ຢຸນ ຊັອກ ຢອລ” ຈາກປະທານາທິບໍດີ ປະກາດກົດໄອຍະການເສິກ ເຮັດໃຫ້ລາວພົ້ນອຳນາດທັນທີ ແລະ ເກົາຫຼີໃຕ້ຕ້ອງຈັດເລືອກຕັ້ງໃໝ່ໃນ 60 ວັນ

 

ການຖອດຖອນຢຸນ ເຮັດໃຫ້ລາວຖືເປັນປະທານາທິບໍດີຄົນທີ 2 ທີ່ຖືກຖອດຖອນ ຫຼັງຈາກປາຣ໌ກ ກຶນຮເຢ ໃນປີ 2016

 

ຄຳຕັດສິນນີ້ຖືກຈັບຕາຈາກປະຊາຊົນເກົາຫຼີໃຕ້ທັງປະເທດ ມີຜູ້ສະໜັບສະໜູນ ແລະ ຕໍ່ຕ້ານ ຢຸນ ຊັອກຢອລ ອອກມາຊຸມນຸມ ເພື່ອລໍຟັງຄຳຕັດສິນເທິງທ້ອງຖະໜົນເປັນຈຳນວນຫຼາຍ

 

ທີ່ມາຂອງການພິຈາລະນາຖອດຖອນ ຍ້ອນໄປ ເມື່ອເດືອນທັນວາປີທີ່ແລ້ວ ປະທານາທິບໍດີ ຢຸນ ຊອກຢອລ ຂອງເກົາຫຼີໃຕ້ ປະກາດປະກາດກົດໄອຍະການເສິກໂດຍບໍ່ແຈ້ງລ່ວງໜ້າ ໂດຍຖະແຫຼງຂ່າວກາງຄືນຜ່ານການຖ່າຍທອດສົດທາງໂທລະພາບ YTN ທົ່ວປະເທດ ໂດຍລະບຸວ່າ ມາດຕະການດັ່ງກ່າວມີຄວາມຈຳເປັນເພື່ອປົກປ້ອງເກົາຫຼີໃຕ້ຈາກໄພຂົ່ມຂູ່ຈາກກອງກຳລັງຄອມມິວນິສຂອງເກົາຫຼີເໜືອ ແລະ ເພື່ອກຳຈັດກຸ່ມຕໍ່ຕ້ານລັດ ດ້ວຍເຫດຜົນນີ້ ລາວຈຶ່ງປະກາດກົດໄອຍະການເສິກສຸກເສີນ

 

ເຮັດໃຫ້ສະມາຊິກລັດຖະສະພາແຫ່ງຊາດຂອງເກົາຫຼີໃຕ້ ເຊິ່ງມາລວມຕົວກັນໄດ້ 190 ຄົນ ຈາກ 300 ຄົນ ລົງມະຕິດ້ວຍຄະແນນສຽງ 190 ຕໍ່ 0 ຄັດຄ້ານກົດໄອຍະການເສິກ ແລະ ຮຽກຮ້ອງໃຫ້ປະທານາທິບໍດີຍົກເລີກຄຳສັ່ງ

 

ຕາມລັດຖະທຳມະນູນຂອງເກົາຫຼີໃຕ້ ເມື່ອສຽງສ່ວນໃຫຍ່ໃນສະພາຮຽກຮ້ອງໃຫ້ຍົກເລີກກົດໄອຍະການເສິກ ປະທານາທິບໍດີກໍຕ້ອງປະຕິບັດຕາມ ບໍ່ສະນັ້ນອາດຕ້ອງປະເຊີນກັບການຟ້ອງຮ້ອງຖອດຖອນ

 

ຕໍ່ມາ ປະທານາທິບໍດີຢຸນ ກໍຍອມຍົກເລີກກົດໄອຍະການເສິກ ແລະ ຖືກຟ້ອງຮ້ອງ ແລະ ອອກໝາຍຈັບ ຕໍ່ການປະກາດກົດໄອຍະການເສິກດັ່ງກ່າວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ