
ວໍຊິງຕັນ 8 ເມສາ– ປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດຢືນຢັນບໍ່ລະງັບມາດຕະການເກັບພາສີນຳເຂົ້າຈາກປະເທດຕ່າງໆ ທົ່ວໂລກ ເຖິງວ່າຈະກຳລັງເຮັດໃຫ້ຕະຫຼາດເງິນຕະຫຼາດທຶນທົ່ວໂລກປັ່ນປ່ວນຢ່າງໜັກໃນຊ່ວງທີ່ຜ່ານມາ
ວັນຈັນເປັນອີກວັນທີ່ບັນຍາກາດການຊື້ຂາຍຕະຫຼາດຫຸ້ນທົ່ວໂລກປະເຊີນແຮງເທຂາຍຢ່າງໜັກ ປິດການຊື້ຂາຍຕະຫຼາດຫຸ້ນ ວໍລສະຕຣີທຂອງສະຫະລັດ ເມື່ອວານນີ້ ດັດຊະນີຫຸ້ນດາວໂຈນດິ່ງລົງ 349.26 ຈຸດ ປິດທີ່ 37,965.60 ຈຸດ ເອັສແອນພີປັບຫຼຸດ 11.83 ຈຸດ ປິດທີ່ 5,062.25 ຈຸດ ມີພຽງເອັສແອນພີທີ່ບວກເພີ່ມ 15.48 ຈຸດ ປິດທີ່ 15,603.26 ຈຸດ
ແຕ່ກ່ອນໜ້ານັ້ນໃນຊ່ວງການຊື້ຂາຍລະຫວ່າງວັນ ທັງ 3 ດັດຊະນີສຳຄັນຕ່າງປະະເຊີນແຮງເທຂາຍຢ່າງໜັກຈົນຫຸ້ນຮ່ວງລົງແຕະລະດັບຕ່ຳສຸດໃນຮອບຫຼາຍກວ່າ 1 ປີ ກ່ອນປະຄອງຕົວຂຶ້ນມາໄດ້ ແຕ່ພາບລວມການຊື້ຂາຍຕະຫຼາດຫຸ້ນສະຫະລັດ ສອງວັນທີ່ຜ່ານມາບໍ່ຄ່ອຍດີ ດັດຊະນີຫຸ້ນເອັສແອນພີດິ່ງລົງເຖິງ 10.5% ມູນຄ່າຕະຫຼາດຫາຍໄປກວ່າ 5 ລ້ານລ້ານດອນລາ ເປັນການປະເຊີນແຮງເທຂາຍຕິດຕໍ່ກັນ 2 ວັນທີ່ໜັກໜາສາຫັດທີ່ສຸດໃນຮອບ 5 ປີ
 
4706GE-GLOBAL-MARKETS_EUROPE_STOCKS_O_
ຕະຫຼາດຫຸ້ນສຳຄັນຂອງຢູໂຣບວານນີ້ດິ່ງລົງໜັກຕໍ່ເນື່ອງເຊັ່ນກັນ ດັດຊະນີຟຸດຊີ່ 100 ຂອງອັງກິດ ຮ່ວງ 352.90 ຈຸດ ປິດທີ່ 7,702.08 ຈຸດ ແດກຊ໌ຂອງເຢຍລະມັນ ລົງໄປ 852.10 ຈຸດ ຫຼື 4.13% ປິດທີ່ 19,789.62 ຈຸດ
ຊີເອຊີ-40 ຂອງຝຣັ່ງ ຫຼຸດລົງ 347.83 ຈຸດ ຫຼືເກືອບ 4.8% ປິດທີ່ 6,927.12 ຈຸດ ເຊັ່ນດຽວກັບລາຄານ້ຳມັນດິບເວສຕ໌ເທັກຊັສ ຫຼຸດລົງໄປກວ່າ 5 ດອນລາ ກ່ອນປິດທີ່ໃກ້ລະດັບ 61 ດອນລາຕໍ່ບາເຣນ ຕ່ຳສຸດໃນຮອບ 4 ປີ
 
ຢ່າງໃດກໍດີ ປະທານາທິບໍດີທຣຳຢ້ຳວ່າ ເຂົາຈະບໍ່ຖອຍຫຼັງ ຫຼື ທົບທວນນະໂຍບາຍເກັບພາສີສິນຄ້ານຳເຂົ້າຖ້ວນໜ້າຢ່າງແນ່ນອນ ເພາະຕອນນີ້ມີປະເທດຕ່າງໆ ຕິດຕໍ່ເຂົ້າມາເພື່ອຂໍເຈລະຈາຈຳນວນຫຼາຍ ນັ້ນແປວ່າທຸກປະເທດຮູ້ດີວ່າເຄີຍໄດ້ດຸນການຄ້າຈຳນວນຫຼາຍຈາກສະຫະລັດ ແລະ ຕ້ອງການໂອ້ລົມເພື່ອໃຫ້ເກີດຂໍ້ຕົກລົງທີ່ຍຸຕິທຳ ພ້ອມຂູ່ຕັ້ງກຳແພງພາສີສິນຄ້າຈີນເພີ່ມອີກ 50% ຫາກຈີນບໍ່ຍົກເລີກການຕອບໂຕ້ມາດຕະການພາສີຂອງສະຫະລັດ ດ້ວຍການເກັບພາສີສິນຄ້ານຳເຂົ້າຈາກສະຫະລັດ 34% ພາຍໃນມື້ນີ້ ອີກທັງຈະບໍ່ພິຈາລະນາຄຳຂໍໃດໆ ຂອງຈີນເພື່ອຫວັງເຈລະຈາກັນດ້ວຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








