
ພູເຂົາໄຟຄັນລາອອນ ປະທຸເມື່ອເຊົ້າວັນອັງຄານ ປ່ອຍເຖົ່າຖ່ານພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງ 4,000 ແມັດ
ພູເຂົາໄຟຄັນລາອອນ ເຊິ່ງຕັ້ງຢູ່ເທິງເກາະເນກຣອສ ທາງຕອນກາງຂອງປະເທດຟີລິບປິນ ໄດ້ເກີດການປະທຸຄັ້ງໃຫຍ່ໃນຊ່ວງເຊົ້າຂອງວັນອັງຄານ ໂດຍພົ່ນເຖົ່າຖ່ານ ແລະ ຄວັນໜາທຶບພຸ່ງຂຶ້ນສູ່ຊັ້ນບັນຍາກາດສູງເຖິງ 4,000 ແມັດ ຫຼື ປະມານ 2.4 ໄມລ໌
ເຖິງຈະຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດຈາກເຫດລະເບີດໃນຄັ້ງນີ້ ແຕ່ເຫດການໄດ້ສ້າງຄວາມກັງວົນດ້ານສຸຂະພາບແກ່ປະຊາຊົນພື້ນທີ່ໂດຍຮອບ ເນື່ອງຈາກເຖົ່າຖ່ານຈາກພູເຂົາໄຟໄດ້ຕົກລົງສູ່ໝູ່ບ້ານໃກ້ຄຽງ
ຂະນະນີ້ພູເຂົາໄຟຄັນລາອອນໄດ້ຖືກຍົກລະດັບການເຕືອນໄພຂຶ້ນເປັນລະດັບ 3 ຈາກທັງໝົດ 5 ລະດັບ ໂດຍລະດັບ 5 ຖືເປັນລະດັບສູງສຸດ ເຊິ່ງໝາຍເຖິງການລະເບີດຄັ້ງໃຫຍ່ທີ່ອາດເກີດຂຶ້ນຢ່າງຕໍ່ເນື່ອງແລະຮຸນແຮງ
ພູເຂົາໄຟລູກນີ້ມີຄວາມສູງ 2,435 ແມັດ ແລະ ຈັດຢູ່ໃນກຸ່ມພູເຂົາໄຟທີ່ຍັງຄຸກຮຸ່ນຢູ່ຈຳນວນ 24 ລູກທົ່ວປະເທດຟີລິບປິນ ໂດຍກ່ອນໜ້ານີ້ມັນເຄີຍປະທຸເມື່ອເດືອນຕຸລາທີ່ຜ່ານມາ ເຊິ່ງໃນຄັ້ງນັ້ນເຮັດໃຫ້ຊາວບ້ານຫຼາຍຮ້ອຍຄົນຕ້ອງອົບພະຍົບໄປຍັງສູນພັກພິງສຸກເສີນ
ຟີລິບປິນຕັ້ງຢູ່ໃນບໍລິເວນທີ່ຮຽກວ່າ “ວົງແຫວນແຫ່ງໄຟແປຊິຟິກ” ເຊິ່ງເປັນພູມິພາກທີ່ມີແນວໂນ້ມເກີດແຜ່ນດິນໄຫວ ແລະ ການລະເບີດຂອງພູເຂົາໄຟບ່ອຍຄັ້ງ ນອກຈາກນີ້, ປະເທດຍັງປະເຊີນກັບພາຍຸ ແລະ ໄຕ້ຝຸ່ນປະມານ 20 ລູກຕໍ່ປີ ເຮັດໃຫ້ຟີລິບປິນຖືເປັນໜຶ່ງໃນປະເທດທີ່ມີຄວາມສ່ຽງຕໍ່ໄພທຳມະຊາດຫຼາຍທີ່ສຸດໃນໂລກ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














