site cov (53)
ສະກຸນເງິນດິຈິຕອລຢວນ' ປ່ຽນແປງໂລກ! ທ້າທາຍເງິນໂດລາ ເຊື່ອມຕໍ່ 10 ປະເທດອາຊຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 April, 2025

ສະພາບການເງິນລະຫວ່າງປະເທດກໍາລັງເຂົ້າສູ່ຈຸດປ່ຽນແປງ ເມື່ອທະນາຄານກາງຈີນ (PBoC) ໄດ້ປະກາດວ່າ ລະບົບການຊໍາລະເງິນຂ້າມຊາຍແດນຂອງ “ສະກຸນເງິນດິຈິຕອລຢວນ” ຈະເຊື່ອມຕໍ່ກັບ “10 ປະເທດໃນອາຊຽນ” ແລະ “6 ປະເທດໃນຕາເວັນອອກກາງ” ເຊິ່ງໝາຍຄວາມວ່າ ປະມານ 38% ຂອງການຄ້າລະຫວ່າງປະເທດ ອາດສາມາດຫຼີກລ່ຽງການໃຊ້ເງິນໂດລາໃນລະບົບ SWIFT ທີ່ຄອບຄອງຕະຫຼາດ

 

ໃນຂະນະທີ່ລະບົບ SWIFT ໃຊ້ເວລາເຮັດທຸລະກໍາ “3-5 ວັນ” ແລະ ມີຕົວກາງຫຼາຍຝ່າຍ, ແຕ່ສະກຸນເງິນດິຈິຕອລຢວນຂອງຈີນ ຖືກອອກແບບມາເພື່ອຫຼຸດຜ່ອນໄລຍະເວລາໃນການເຮັດທຸລະກໍາໃຫ້ເຫຼືອພຽງແຕ່ “ບໍ່ເທົ່າໃດວິນາທີ” ໂດຍໂຄງການນໍາລ່ອງລະຫວ່າງຮ່ອງກົງ ແລະ ອາບູດາບີ ເຮັດໃຫ້ການຊໍາລະເງິນສໍາເລັດໃນເວລາພຽງແຕ່ປະມານ “7 ວິນາທີ” ໂດຍມີຄ່າທໍານຽມຫຼຸດລົງເຖິງ 98%

 

ນອກຈາກຄວາມໄວແລ້ວ, ໂຄງສ້າງບລັອກເຊນຂອງສະກຸນເງິນດິຈິຕອລຢວນທີ່ຮັກສາ “ຄວາມສາມາດໃນການຕິດຕາມທຸລະກໍາໄດ້” ຊ່ວຍຕ້ານການຟອກເງິນໂດຍອັດຕະໂນມັດ, ຫຼຸດຜ່ອນຄວາມສ່ຽງຈາກການສໍ້ໂກງ

 

ໃນຂະນະດຽວກັນ, ກໍລະນີທົດສອບອີກຄັ້ງລະຫວ່າງຈີນ ແລະ ອິນໂດເນເຊຍ, ການຊໍາລະເງິນຂ້າມຊາຍແດນສໍາເລັດພາຍໃນ 8 ວິນາທີ ເຊິ່ງເປັນເວລາທີ່ສັ້ນກວ່າວິທີການແບບດັ້ງເດີມຫຼາຍ.

 

ຄວາມມີປະສິດທິພາບນີ້ໄດ້ດຶງດູດທະນາຄານກາງ 23 ແຫ່ງໃຫ້ເຂົ້າຮ່ວມທົດສອບການເຊື່ອມຕໍ່, ໂດຍຜູ້ຄ້າພະລັງງານໃນຕາເວັນອອກກາງລາຍງານວ່າ ຊ່ວຍຫຼຸດຄ່າໃຊ້ຈ່າຍໃນການຊໍາລະເງິນເຖິງ 75%

 

ໃນລະຫວ່າງທີ່ສະຫະລັດໃຊ້ລະບົບ SWIFT ເປັນເຄື່ອງມືຄວໍ່າບາດຕໍ່ຣັດເຊຍ, ອີຣ່ານ, ແລະ ປະເທດອື່ນໆ, ຈີນໄດ້ດໍາເນີນການຢ່າງຮອບຄອບໃນການສ້າງລະບົບການຊໍາລະເງິນໃໝ່ນີ້, ເຊິ່ງການຄ້າພາຍໃຕ້ເງິນຢວນຂອງອາຊຽນ ພຸ່ງສູງເຖິງ 5.8 ລ້ານລ້ານຢວນໃນປີ 2024 ໂດຍມາເລເຊຍ, ສິງກະໂປ, ແລະ ປະເທດອື່ນໆ ໄດ້ເພີ່ມເງິນສະກຸນນີ້ເຂົ້າສູ່ທຶນສໍາຮອງລະຫວ່າງປະເທດຂອງພວກເຂົາ

 

ບໍ່ພຽງແຕ່ເທົ່ານັ້ນ, ການເຮັດທຸລະກໍາ “ຊື້ຂາຍນໍ້າມັນດ້ວຍເງິນຢວນດິຈິຕອລ” ຄັ້ງທໍາອິດຂອງປະເທດໄທ ເປັນອີກໜຶ່ງເລື່ອງລາວຄວາມສໍາເລັດຂອງລະບົບນີ້, ເຊິ່ງສະແດງໃຫ້ເຫັນເຖິງການເສື່ອມຖອຍຂອງການຄອບຄອງຕະຫຼາດໂດລາຢ່າງຊ້າໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ