Copy of site cover (1)
ຜີແດງ ພາດໂອກາດ ຖືກລີຢົງຕີສະເໝີທ້າຍເກມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 April, 2025
ໝວດ: ກິລາ

ໂອລິມປິກ ລີຢົງ VS ແມນຢູ: ຜົນບານ 2-2 | “ປີສາດແດງ” ແມນຢູໄນເຕັດ ເສຍໂອກາດເກັບໄຊຊະນະຢ່າງໜ້າເສຍດາຍ ເມື່ອໄດ້ປະຕູພິກນຳໜ້າ 2-1 ຈາກ ໂຈຊົວ ເຊີຊີ່ ໃນນາທີ 88 ແຕ່ສຸດທ້າຍກໍ່ຮັກສາສະກໍໄວ້ບໍ່ໄດ້ ໂດຍ ຣາຢານ ແຊກີ້ ຍິງໃຫ້ເຈົ້າບ້ານ ໂອລິມປິກ ລີຢົງ ຕາມຕີສະເໝີ 2-2 ໃນຊ່ວງທົດເວລາ 90+5 ໃນການແຂ່ງຂັນບານເຕະຢູໂຣປ້າ ລີກ 2024/25 ຮອບ 8 ທີມສຸດທ້າຍ ນັດທຳອິດ

ການແຂ່ງຂັນບານເຕະຢູຟ່າ ຢູໂຣປ້າ ລີກ 2024/25 ຮອບ 8 ທີມ ນັດທຳອິດ ເມື່ອຄືນວັນພະຫັດທີ 10 ເມສາ 2568 ໂອລິມປິກ ລີຢົງ ເປີດບ້ານຮັບການມາຢ້ຽມຢາມຂອງ ແມນເຊສເຕີ ຢູໄນເຕັດ

ຊ່ວງຕົ້ນເກມ ທັງສອງທີມຫຼິ້ນກັນຢ່າງລະມັດລະວັງ ແລະ ຍັງບໍ່ມີຈັງຫວະລຸ້ນຫຼາຍເທົ່າໃດ ຈົນນາທີ 18 ແມນຢູໄນເຕັດໄດ້ລຸ້ນກ່ອນເມື່ອ ແພັດທຣິກ ດໍກູ ກະຊາກຂຶ້ນໄປທາງຊ້າຍ ກ່ອນຈະຫັກກັບມາໃຫ້ ຣາສມຸສ ຮອຍລຸນດ໌ ຕວັດຍິງດ້ວຍຊ້າຍແບບໄຮ້ຕົວປະກົບ ແຕ່ໂດນບໍ່ດີ ບານຫຼຸດກອບອອກໄປຢ່າງໜ້າເສຍດາຍ

ນາທີ 20 ເຈົ້າບ້ານໄດ້ລຸ້ນບ້າງຈາກລູກເຕະມຸມເປີດເຂົ້າເຂດໂທດ ແນວຮັບແມນຢູໂຫມ່ງສະກັດບານອອກມາເຂົ້າທາງ ຕິອາໂກ້ ອັລມາດ້າ ວອນເລຍ໌ສວນດ້ວຍຊ້າຍແບບບໍ່ຈັບ ບານຂ້າມຄານອອກໄປ

**ໂກລ!! **ນາທີ 25 ລີຢົງໄດ້ປະຕູຂຶ້ນນຳເມື່ອໄດ້ຟຣີຄິກທາງຝັ່ງຊ້າຍ ຕິອາໂກ້ ອັລມາດ້າ ເປີດບານເຂົ້າເຂດໂທດ ຜູ້ຫຼິ້ນລີຢົງເຂົ້າຊາດບໍ່ເຖິງ ແຕ່ກໍເຮັດໃຫ້ ອັງເດຣ ໂອນານ່າ ນາຍທະວານແມນຢູ ເສຍຈັງຫວະ ກ່ອນທີ່ບານຈະຕົກພື້ນເດັ້ງເຂົ້າປະຕູໄປເປັນສະກໍນຳ 1-0 ຂອງລີຢົງ

ນາທີ 33 ແມນຢູໄດ້ໂອກາດຈົບສະກໍຈາກ ຣາສມຸສ ຮອຍລຸນດ໌ ລາກບານໄປກົດຮຽດດ້ວຍຂວາໃນເຂດໂທດ ແຕ່ບານໄປຕົງຕົວ ລູຄັສ ແປຣີ່ ຜູ້ຮັກສາປະຕູເຈົ້າບ້ານ ຮັບເອົາໄວ້ໄດ້ບໍ່ຍາກ

**ໂກລ!! **ຊ່ວງທົດເວລາເຄິ່ງແລກ ແມນຢູໄດ້ປະຕູຕີເສມີເມື່ອ ບຣູໂນ່ ແຟນັນດ໌ສ ເປີດຟຣີຄິກເຂົ້າເຂດໂທດ ນາຍທະວານລູຄັສ ແປຣີ່ ຊົກບານອອກມາເຂົ້າທາງ ມານູເອລ ອູກາເຕ້ ຫວດສວນດ້ວຍຊ້າຍ ບານໄປເຖິງ ເລນີ່ ໂຢໂຣ່ ໄດ້ໂຫມ່ງປ່ຽນທາງບານເຂົ້າປະຕູໄປ ແລະ ຈົບເຄິ່ງແລກດ້ວຍສະກໍ ລີຢົງ ເສມີ ແມນຢູ 1-1

ເຄິ່ງຫຼັງນາທີ 54 ລີຢົງໄດ້ລຸ້ນກ່ອນເມື່ອ ຈໍເຈສ ມິເຄົາຕາດເຊ່ ຕັກບານຈາກຊ້າຍເຂົ້າກາງໃຫ້ ອເລັກຊອງດ໌ ລາກາແຊັດຕ໌ ກອງໜ້າຕົວເກົ່າ ຊຶ່ງຖືກປ່ຽນຕົວລົງມາເປັນຕົວສຳຮອງ ໄດ້ດີດດ້ວຍຂວາ ແຕ່ບານປິ້ນຫຼຸດເສົາອອກໄປ

ຫຼັງຈາກນັ້ນ ທັງສອງທີມເປີດເກມສູ້ກັນຢ່າງສູສີ ແລະ ເປັນ ແມນຢູ ທີ່ເກືອບໄດ້ປະຕູຂຶ້ນນຳໃນນາທີ 79 ຈາກຈັງຫວະທີ່ ແພັດທຣິກ ດໍກູ ເປີດບານຈາກຊ້າຍເຂົ້າໄປໃຫ້ ອເລຮານໂດ ການາໂຊ່ ໂສບເຂົ້າໄປຍິງດ້ວຍຊ້າຍ ແຕ່ຕິດນາຍທະວານ ລູຄັສ ແປຣີ່ ໂຊວ໌ຊູເປີເຊຟ ປັດບານອອກຫຼັງໄດ້ຫວຸດຫວິດ

**ໂກລ!! **ນາທີ 88 ແມນຢູໄດ້ປະຕູແຊງນຳ 2-1 ບຣູໂນ່ ແຟນັນດ໌ສ ຕັກບານເຂົ້າເຂດໂທດໃຫ້ ໂຈຊົວ ເຊີຊີ່ ທີ່ລົງມາເປັນຕົວສຳຮອງ ໂຫມ່ງເຂົ້າປະຕູໄປ

**ໂກລ!! **ເກມເຮັດທ່າວ່າຈະຈົບລົງດ້ວຍຊັຍຊະນະຂອງທີມຜີແດງ ແຕ່ໃນຊ່ວງທົດເວລານາທີ 90+5 ລີຢົງ ໄດ້ປະຕູຕີເສມີຈາກຈັງຫວະທີ່ ຈໍເຈສ ມິເຄົາຕາດເຊ່ ໄດ້ກົດດ້ວຍຂວາເນັ້ນໆ ກາງເຂດໂທດ ຕິດເຊັຟ ອັງເດຣ ໂອນານ່າ ແຕ່ບານຍັງບໍ່ພົ້ນອັນຕະລາຍ ແລະ ເປັນ ຣາຢານ ແຊກີ້ ປີ່ເຂົ້າມາຊ້ຳດາບສອງເຂົ້າໄປ ຈົບເກມ ລີຢົງ ເສມີ ແມນຢູ ຢ່າງດຸເດືອດ 2-2 ໂດຍເກມນັດທີ 2 ທີມປີສາດແດງຈະໄດ້ກັບໄປຫຼິ້ນທີ່ໂອລດ໌ ແທຣຟຟອດ ໃນວັນພະຫັດທີ 17 ເມສາ

ລາຍຊື່ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ

ໂອລິມປິກ ລີຢົງ: ລູຄັສ ແປຣີ່ (GK), ເອັນສ໌ລີຍ໌ ເມັດແລນດ໌-ໄນລ໌ສ, ຄລິນຕັນ ມາຕາ, ມູສຊາ ເນຍກາເຕ້, ນິໂຄລັສ ຕາຍາຟິໂກ້, ພອລ ອະຄູໂອຄູ, ຈໍດອງ ແວຕູຕ໌, ໂກຣັອງແຕ໋ງ ໂຕລິສໂຊ່, ຣາຢານ ແຊກີ້, ຕິອາໂກ້ ອັລມາດ້າ, ຈໍເຈສ ມິເຄົາຕາດເຊ່

ແມນຢູໄນເຕັດ: ອັງເດຣ ໂອນານ່າ (GK), ເລນີ່ ໂຢໂຣ່, ແຮຣີ່ ແມັກໄກວ, ນູສແຊ ມາຊຣາວີ, ແພັດທຣິກ ດໍກູ, ດິໂອໂກ້ ດາໂລຕ໌, ມານູເອລ ອູກາເຕ້, ຄາເຊມິໂຣ່, ບຣູໂນ່ ແຟນັນດ໌ສ, ອເລຮານໂດ ການາໂຊ່, ຣາສມຸສ ຮອຍລຸນດ໌

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ