ເຫດການເຮລິຄອບເຕີຕົກລົງໄປໃນແມ່ນໍ້າຮັດສັນ ໃນເມືອງນິວຢອກ ໄດ້ຮັບການຢືນຢັນຈາກ ເອຣິກ ອາດໍາສ໌ ນາຍົກເທດສະບານຂອງເມືອງນິວຢອກແລ້ວວ່າມີຜູ້ເສຍຊີວິດທັງໝົດ 6 ຄົນ ເຊິ່ງເປັນຄອບຄົວນັກທ່ອງທ່ຽວຊາວສະເປນ ປະກອບດ້ວຍ ພໍ່, ແມ່, ແລະ ລູກອີກສາມຄົນ.
ສ່ວນຜູ້ເສຍຊີວິດອີກໜຶ່ງຄົນແມ່ນນັກບິນ ເຊິ່ງທາງເຈົ້າໜ້າທີ່ຍັງບໍ່ເປີດເຜີຍຊື່ຂອງຜູ້ເສຍຊີວິດຈົນກວ່າຈະໄດ້ແຈ້ງໃຫ້ທາງຄອບຄົວຂອງຜູ້ເສຍຊີວິດຮັບຮູ້ກ່ອນ
ພາບຈາກກ້ອງວິດີໂອທີ່ຖືກຖ່າຍໄວ້ໄດ້ຂະນະເຮລິຄອບເຕີຕົກ ສະແດງໃຫ້ເຫັນພາບເຮລິຄອບເຕີທີ່ບິນພິກດ້ານ ຮ່ວງລົງມາຈາກທ້ອງຟ້າລົງສູ່ແມ່ນໍ້າ ແລະ ມີຊິ້ນສ່ວນຂອງເຮລິຄອບເຕີກະຈາຍໄປທົ່ວ. ທາງເຈົ້າໜ້າທີ່ລະບຸວ່າເຮລິຄອບເຕີລໍາດັ່ງກ່າວໄດ້ສູນເສຍການຄວບຄຸມຫຼັງຈາກບິນຜ່ານຂົວ ຈອດ ວໍຊິງຕັນ ແລະ ກໍາລັງບິນໄປຕາມເສັ້ນທາງຮິມແມ່ນໍ້າ
ທີມກູ້ໄພໄດ້ໄປຮອດຈຸດທີ່ເຮລິຄອບເຕີພາຍໃນເວລາບໍ່ເທົ່າໃດນາທີ ແລະ ພະຍາຍາມເຮັດທຸກວິທີທີ່ຈະຊ່ວຍເຫຼືອຜູ້ທີ່ຢູ່ທາງໃນເຮລິຄອບເຕີ ແຕ່ກໍ່ບໍ່ປະສົບຜົນສໍາເລັດ.
ມີຜູ້ເສຍຊີວິດທັນທີ 4 ຄົນໃນທີ່ເກີດເຫດ ສ່ວນອີກ 2 ຄົນເສຍຊີວິດທີ່ໂຮງໝໍ
ຈຸດທີ່ເຮລິຄອບເຕີຕົກລົງມາ ຢູ່ໃກ້ກັບແມນແຮັດຕັນຝັ່ງຕາເວັນຕົກ ເຊິ່ງເປັນຍ່ານທີ່ເຕັມໄປດ້ວຍຮ້ານຄ້າແລະຮ້ານອາຫານ ແລະ ຢູ່ບໍ່ໄກຈາກມະຫາວິທະຍາໄລນິວຢອກ ຈຶ່ງມີຄົນເຫັນເຫດການຂະນະເຮລິຄອບເຕີຕົກລົງມາຈໍານວນຫຼາຍ.
ອົງການບໍລິຫານການບິນແຫ່ງຊາດຂອງສະຫະລັດອາເມລິກາ ຫຼື FAA ກໍາລັງເຮັດການສືບສວນຫາສາເຫດທີ່ເຮັດໃຫ້ເຮລິຄອບເຕີຕົກ. ເຮລິຄອບເຕີທີ່ຕົກແມ່ນເຮລິຄອບເຕີລຸ້ນ Bell 206 ແບບສອງໃບພັດ ເຊິ່ງເປັນລຸ້ນທີ່ນິຍົມໃຊ້ໃນການນໍາພານັກທ່ອງທ່ຽວຊົມວິວ ຫຼື ພາລະກິດລາດຕະເວນທາງທ້ອງຟ້າຂອງຕໍາຫຼວດ ລວມທັງສະຖານີໂທລະທັດກໍ່ນິຍົມໃຊ້ເຮລິຄອບເຕີລຸ້ນນີ້ເກັບພາບໃນການເຮັດຂ່າວອີກດ້ວຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |