site cov (55)
ຢ່າໄປແຊ່ເຂົ້າສານ! ນ້ຳເຂົ້າໂທລະສັບມືຖື ເຮົາຄວນເຮັດແນວໃດດີ? (iPhone ແລະ Android)
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025

ຢ່າໄປແຊ່ເຂົ້າສານ! ນ້ຳເຂົ້າໂທລະສັບມືຖືໃນຊ່ວງປີໃຫມ່ລາວ ເອົານ້ຳອອກແນວໃດດີ (iPhone ແລະ Android)

 

ໃນຊ່ວມື້ປີໃຫມ່ລາວ ສິ່ງໜຶ່ງທີ່ພວກເຮົາຕ້ອງລະວັງເວລາອອກໄປນອກບ້ານ ນັ້ນກໍຄືນ້ຳ. ສຳລັບຜູ້ທີ່ຕັ້ງໃຈໄປຫຼິ້ນນ້ຳ ກໍຄົງຈະຊອກຫາວິທີປ້ອງກັນເຄື່ອງໄວ້ກ່ອນແລ້ວ ເຊັ່ນ: ຖົງກັນນ້ຳ.

 

ແຕ່ສຳລັບຄົນທີ່ບໍ່ຢາກຫຼິ້ນ ກໍອາດຈະສ່ຽງຖືກນ້ຳໄດ້ງ່າຍໆຢູ່ດີ. ດັ່ງນັ້ນ, ການກຽມຕົວຮັບມືກັບເຫດການທີ່ບໍ່ຄາດຄິດໃນຊ່ວງປີໃຫມ່ເຊັ່ນໂທລະສັບຖືກນ້ຳ ກໍເປັນເລື່ອງຈຳເປັນເຊັ່ນກັນ.

 

ປັດຈຸບັນ ສະມາດໂຟນສ່ວນຫຼາຍເກືອບຈະປ້ອງກັນນ້ຳໄດ້ໝົດແລ້ວ, ເບິ່ງໄດ້ຈາກມາດຕະຖານການປ້ອງກັນນ້ຳ ເຊັ່ນ: IP69 ເປັນຕົ້ນ.

 

ແຕ່ກໍບໍ່ເຖິງ 100% ເພາະເຄີຍມີເຫດການສະມາດໂຟນທີ່ມີມາດຕະຖານປ້ອງກັນນ້ຳແລ້ວນ້ຳເຂົ້າເຊັ່ນກັນ.

 

ແລ ະຖ້າສະມາດໂຟນຂອງທ່ານຖືກນ້ຳ, ທ່ານສາມາດເລືອກໃຊ້ 3 ວິທີຂ້າງລຸ່ມນີ້ໃນການເອົານ້ຳອອກຈາກເຄື່ອງໄດ້.

 

Apple ແລະ Samsung ແນະນຳດັ່ງນີ້

 

Apple

 

 

ສຳລັບຜະລິດຕະພັນ Apple ເມື່ອມີຂອງແຫຼວເຂົ້າໄປໃນຊ່ອງສາກ USB-C, ຈະມີການແຈ້ງເຕືອນທີ່ໜ້າຈໍວ່າມີຂອງແຫຼວຢູ່ໃນຊ່ອງສາກ.

 

ຖ້າທ່ານເຫັນການແຈ້ງເຕືອນລັກສະນະນີ້, Apple ແນະນຳໃຫ້ປະຕິບັດຕາມຂັ້ນຕອນຕໍ່ໄປນີ້:

 

  1. ປິດເຄື່ອງ ແລະ ເຊັດໃຫ້ແຫ້ງດ້ວຍຜ້ານຸ່ມທີ່ບໍ່ເປັນຂຸຍ
  2. ຫັນພອດສາກລົງລຸ່ມ, ເຄາະເຄື່ອງເບົາໆ ເພື່ອໄລ່ນ້ຳອອກຈາກພອດ
  3. ວາງ iPhone ໄວ້ໃນບ່ອນທີ່ມີອາກາດຖ່າຍເທດີເປັນເວລາ 5 ຊົ່ວໂມງ

 

ຫຼັງຈາກຜ່ານໄປ 5 ຊົ່ວໂມງແລ້ວ, ໃຫ້ເປີດເຄື່ອງ, ໃຊ້ງານໄດ້ຕາມປົກກະຕິ. ແຕ່ຖ້າພົບຄວາມຜິດປົກກະຕິ, ບໍລິສັດແນະນຳໃຫ້ຕິດຕໍ່ Apple ຫຼື ຕົວແທນຫຼັງການຂາຍເພື່ອກວດອາການເພີ່ມເຕີມ.

 

Samsung

 

 

 

ວິທີການຂອງ Samsung ຈະຄ້າຍຄືກັບ Apple ໂດຍໃຫ້ປະຕິບັດຕາມຂັ້ນຕອນຕໍ່ໄປນີ້:

 

  1. ນຳເຄື່ອງອອກຈາກແຫຼ່ງນ້ຳ, ປິດເຄື່ອງ
  2. ເຊັດໃຫ້ແຫ້ງດ້ວຍຜ້າ
  3. ນຳໄປວາງໄວ້ບ່ອນທີ່ມີອາກາດຖ່າຍເທຈົນເຄື່ອງແຫ້ງ (ບໍ່ໄດ້ລະບຸເວລາ)

 

ຖ້າປະຕິບັດຕາມວິທີຂ້າງເທິງແລ້ວຍັງພົບບັນຫາ, Samsung ແນະນຳໃຫ້ຕິດຕໍ່ຮ້ານຫຼືຜູ້ໃຫ້ບໍລິການຫຼັງການຂາຍເພື່ອກວດອາການເພີ່ມເຕີມເຊັ່ນກັນ.

 

ເມັດຊິລິກ້າເຈວ

 

 

ຊິລິກ້າເຈວແບບເມັດເປັນອີກວິທີໜຶ່ງທີ່ສາມາດໃຊ້ໄດ້. ຕາມ Gazelle, ມັນສາມາດດູດຊັບຄວາມຊຸ່ມອອກຈາກສະມາດໂຟນໄດ້ ແລະ ຍັງສາມາດຊື້ໄດ້ທົ່ວໄປ.

 

ໃຫ້ປະຕິບັດຕາມຂັ້ນຕອນຕໍ່ໄປນີ້:

 

  1. ນຳເຄື່ອງອອກຈາກແຫຼ່ງນ້ຳ, ປິດເຄື່ອງ
  2. ໃຊ້ຜ້າເຊັດເຄື່ອງເພື່ອໃຫ້ຂອງແຫລວຢູ່ທີ່ເຄື່ອງໜ້ອຍທີ່ສຸດ
  3. ວາງ iPhone ລົງໃນກ່ອງ
  4. ໃສ່ຊິລິກ້າເຈວລົງໃນກ່ອງ, ປິດຝາໃຫ້ແໜ້ນ
  5. Gazelle ແນະນຳໃຫ້ໃສ່ໄວ້ໃນກ່ອງພ້ອມຊິລິກ້າເຈວ 72 ຊົ່ວໂມງ
  6. ເມື່ອຄົບກຳນົດເວລາແລ້ວ, ໃຫ້ທົດລອງເປີດເຄື່ອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ