Copy of site cover (5)
One UI 8 ການອັບເກຣດຄັ້ງໃຫຍ່ຂອງ Samsung ທີ່ໃຊ້ Android 16
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 April, 2025

ໃນຂະນະທີ່ Samsung ກຳລັງປະເຊີນກັບບັນຫາການປ່ອຍອັບເດດ One UI 7 ທີ່ຊັກຊ້າ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ໃຊ້ງານຈຳນວນຫຼາຍ, ມີລາຍງານວ່າບໍລິສັດກຳລັງພັດທະນາ One UI 8 ແລ້ວ. ໃນປີນີ້ Samsung ອາດຕັດສິນໃຈຂ້າມການອັບເດດຍ່ອຍ ແລະ ໄປສູ່ One UI 8 ທີ່ຄາດວ່າຈະມາພ້ອມກັບ Android 16.

ຈາກການທົດສອບ One UI 8 ລຸ້ນເບື້ອງຕົ້ນໃນ Galaxy Z Flip 6 ພົບວ່າການປ່ຽນແປງໃນຄັ້ງນີ້ອາດບໍ່ຫຼາຍປານໃດ ແລະ ເບິ່ງຄືວ່າຟີເຈີໃໝ່ບາງຢ່າງເປັນສິ່ງທີ່ Samsung ສາມາດປ່ອຍມາພ້ອມກັບ One UI 7 ໄດ້ຢູ່ແລ້ວ.

ຟີເຈີເດັ່ນທີ່ພົບໃນ One UI 8 (ເບື້ອງຕົ້ນ)

  • Now Brief ກັບມາໃຊ້ງານໄດ້: ຟີເຈີສະຫຼຸບຂໍ້ມູນຂ່າວສານ ແລະ ສະພາບອາກາດ Now Brief ທີ່ມີໂຄ້ດພື້ນຖານຢູ່ໃນ One UI 7 ຢູ່ແລ້ວ, ຈະຖືກເປີດໃຊ້ງານໃນອຸປະກອນລຸ້ນເກົ່າທີ່ຮອງຮັບໃນ One UI 8 ລວມເຖິງ Galaxy Z Flip 6 ແລະ ລຸ້ນຊັ້ນນຳອື່ນໆ ທີ່ເປີດຕົວໃນປີ 2024.
  • ຮອງຮັບ Log Video Recording: ຟີເຈີບັນທຶກວິດີໂອໃນຮູບແບບ Log ຊຶ່ງເປີດຕົວຄັ້ງທຳອິດໃນ Galaxy S25 Series ແລະ ຈະພ້ອມໃຊ້ງານໃນ Galaxy S24 Series ທີ່ອັບເດດເປັນ One UI 7 ຈະຖືກລວມຢູ່ໃນ One UI 8 ນຳ.
  • Quick Share ປັບປຸງໃໝ່: ເມນູ Quick Share ສຳລັບການແຊຣ໌ໄຟລ໌ກັບອຸປະກອນ Android ອື່ນໆ ໄດ້ຮັບການປັບປຸງ ໂດຍແບ່ງອອກເປັນສອງແທັບຊັດເຈນຄື “ຮັບ” ແລະ “ສົ່ງ”. ໃນແທັບ “ຮັບ” ຜູ້ໃຊ້ສາມາດຕັ້ງຄ່າໃຫ້ອຸປະກອນເຫັນໄດ້ຊົ່ວຄາວ ແລະ ປິດການເຫັນເມື່ອໃຊ້ງານແລ້ວ, ຊຶ່ງເປັນທາງອອກທີ່ດີກວ່າຕົວເລືອກການເຫັນແບບຖາວອນ ຫຼື ຈຳກັດເວລາ 10 ນາທີໃນປັດຈຸບັນ.
  • UI ເລັກນ້ອຍໃນ Quick Settings: ມີການປ່ຽນແປງເລັກນ້ອຍໃນແຜງ Quick Settings ໂດຍປຸ່ມບາງປຸ່ມອາດມີການແຮເງົາ ແຕ່ຍັງບໍ່ແນ່ຊັດວ່າເປັນດີໄຊໃໝ່ ຫຼື ບັກ ເນື່ອງຈາກພົບໃນ Galaxy Z Flip 6 ພຽງເຄື່ອງດຽວຈາກການທົດສອບ.
  • UI ໃນແອັບ Gallery ປ່ຽນ: ໃນແອັບ Gallery ຕົວເລືອກຕ່າງໆ ທີ່ປະກົດເມື່ອແຕະປຸ່ມເມນູຈະຖືກລ້ອມຮອບດ້ວຍວົງກົມ, ເຮັດໃຫ້ເບິ່ງໜ້າສົນໃຈຂຶ້ນ ແຕ່ຟັງຊັນການເຮັດວຽກຍັງຄືເກົ່າ.

Android 16 ເປັນພື້ນຖານ ແຕ່ຟີເຈີໃໝ່ຫຼັກອາດຈຳກັດສະເພາະ Pixel

ເນື່ອງຈາກ One UI 8 ສ້າງຢູ່ເທິງ Android 16 ຄາດວ່າຈະມີການປ່ຽນແປງຢູ່ເບື້ອງຫຼັງການເຮັດວຽກຂອງລະບົບປະຕິບັດການຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ຟີເຈີໃໝ່ທີ່ຜູ້ໃຊ້ສຳຜັດໄດ້ໂດຍກົງສ່ວນໃຫຍ່ອາດມີສະເພາະໃນອຸປະກອນ Pixel ແລະ ອຸປະກອນທີ່ໃຊ້ Android ລ້ວນໆ ເນື່ອງຈາກຟີເຈີບາງຢ່າງທີ່ Google ເປີດຕົວ ອາດມີຢູ່ແລ້ວໃນອຸປະກອນ Samsung ຕາມທຳນຽມທີ່ຜ່ານມາ ເຊັ່ນ: ວິດເຈັດໜ້າຈໍລັອກ ຊຶ່ງຈະມາພ້ອມກັບ Android 16 ແຕ່ Samsung ມີຟີເຈີນີ້ໃນ One UI 7 ຢູ່ແລ້ວ.

One UI 8 ຈະມາເມື່ອໃດ?

ປັດຈຸບັນ One UI 8 ຍັງຢູ່ໃນຂັ້ນຕອນການພັດທະນາ, ດັ່ງນັ້ນຈຶ່ງອາດມີຟີເຈີ ແລະ ການປັບປຸງເພີ່ມເຕີມທີ່ Samsung ກຳລັງວາງແຜນຈະໃສ່ເຂົ້າມາ. ເຖິງຢ່າງໃດກໍຕາມ, ຄາດການວ່າການປ່ຽນແປງອາດບໍ່ຫຼາຍປານໃດ ເນື່ອງຈາກ One UI 7 ຖືເປັນການອັບເດດຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງຂອງ One UI ໃນຊ່ວງຫຼາຍປີທີ່ຜ່ານມາ.

ມີຄວາມເປັນໄປໄດ້ວ່າ Samsung ອາດບໍ່ມີເວລາເພີ່ມຟີເຈີໃໝ່ໆ ຫຼາຍໃນ One UI 8 ເນື່ອງຈາກ Galaxy Z Fold 7 ແລະ Galaxy Z Flip 7 ຈະເປີດຕົວພ້ອມ One UI 8 ຕິດຕັ້ງມາລ່ວງໜ້າ, ແລະ ມີຂໍ້ມູນວ່າ One UI 8 ອາດພ້ອມໃຊ້ງານໃນອຸປະກອນປັດຈຸບັນພາຍໃນສາມເດືອນຂ້າງໜ້າ ໂດຍມີຄວາມເປັນໄປໄດ້ທີ່ Samsung ຈະບໍ່ເປີດໃຫ້ຜູ້ໃຊ້ທົດສອບ Beta ສຳລັບຊອຟແວໃໝ່ນີ້.

ໂດຍລວມແລ້ວ One UI 8 ທີ່ກຳລັງຈະມາເຖິງ ເບິ່ງຄືວ່າຈະເປັນການອັບເດດທີ່ບໍ່ເນັ້ນຟີເຈີໃໝ່ຫຼາຍ ແຕ່ເປັນການປັບປຸງ ແລະ ນຳຟີເຈີທີ່ມີຢູ່ແລ້ວໃຫ້ສາມາດໃຊ້ງານໄດ້ໃນອຸປະກອນທີ່ຫຼາກຫຼາຍຂຶ້ນ. ທ່າມກາງຄວາມວຸ້ນວາຍໃນການແກ້ໄຂບັນຫາການປ່ອຍອັບເດດ One UI 7, ການມາເຖິງຂອງ One UI 8 ຈຶ່ງເປັນສິ່ງທີ່ໜ້າຈັບຕາເບິ່ງວ່າ Samsung ຈະສາມາດມອບປະສົບການໃຊ້ງານທີ່ລາບລື່ນໃຫ້ກັບຜູ້ໃຊ້ງານໄດ້ຫຼືບໍ່.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ