site cov (59)
ພິທີອະຣາດທະນາພຣະບາງພຸທທະລາວັນຕ໌ ລົງຈາກຫໍ ໃນວັນທີ 17 ເມສາ 2025 ເພື່ອເປັນສິຣິມຸງຄຸລ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ

ພິທີອະຣາດທະນາພຣະບາງພຸທທະລາວັນຕ໌ ລົງຈາກຫໍ ເພື່ອຂຶ້ນຣາຊຣົຖແຫ່ອອກຈາກຫໍພຣະບາງ ໄປສູ່ ວັດໃໝ່ ສຸວັນນະພູມາຣາມ ນະຄອນຫລວງພຣະບາງ;

 

ໃນວັນພະຫັດ ວັນທີ 17 ເມສາ 2025 ເພື່ອເປັນສິຣິມຸງຄຸລແກ່ຜູ້ຄົນບ້ານເມືອງແລະປະເທດຊາດ ໃນວາຣະດິຖີຖະເຫລີງສົກບຸນປີໃຫມ່ລາວ ຈຸລະສັງກາດ 1387 ( ຄສ 2025 ) ພິທີຫົດສົງພຣະບາງພຸທທະລາວັນຕ໌

 

 

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ, ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນຕຸດສົງການປີໃໝ່.

ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ, ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຈາກນັ້ນ, ໄດ້ອັງເຊີນອົງພະບາງ ຂຶ້ນປະທັບໃນຫວໍ່ເທີງຣາດສະລົດ ແລະ ໄດ້ມີຂະບວນແຫ່ ເຄື່ອນຈາກຫໍພະບາງ ໃນຫໍພີພິທະພັນແຫ່ງຊາດຫຼວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ;
ຊຶ່ງເລີ້ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ, ບຸດສະບົກ ຫຼື ຣາດສະລົດພະບາງ, ຂະບວນສາມະເນນ-ພະສົງ, ຂະບວນການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ
ຊຶ່ງນຳພາໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ. ໃນແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ, ທຸກຄົນຕ່າງກໍມີຄວາມເບີກບານມ່ວນຊື່ນ ມີໃບໜ້າທີ່ຍີ້ມແຍ້ມ ແຈ່ມໃສ.
ພໍຮອດວັດໃໝ່ສຸວັນນະພູມມາລາມແລ້ວ ໄດ້ອັງເຊີນອົງພະບາງປະທັບໃນຫໍສົງ.
ຈາກນັ້ນ, ພະເຖລານຸເຖຣະ ໄດ້ນໍາພາຊາວພຸດທະສາຊະນິກະຊົນ ກ່າວຄຳຄາລະວະແດ່ອົງພະບາງ ແລ້ວຜູ້ເຂົ້າຮ່ວມໄດ້ຮັບຟັງທໍາມະເທດສະໜານຳນວນ 1 ກັນ ກ່ອນດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ.
ການຫົດສົງອົງພະບາງ ຈະໄດ້ດຳເນີນເປັນເວລາ 3 ມື້ 3 ຄືນ (ຈົນເຖີງວັນທີ່ 20 ເມສາ) ຈຶ່ງຈະມີພິທີອາລາດຖະນາອັງເຊີນ ອົງພະບາງຂຶ້ນປະດິດສະຖານໄວ້ຫໍພະບາງຕາມເດີມ,
ສໍາລັບຕອນຄໍ່າ ຈະມີການຄົບງັນຕາມປະເພນີ ພ້ອມທັງຊົມການສະແດງສິລະປະ ຈາກນັກສະແດງ ຂອງໂຮງລະຄອນພະລັກພະລາມຕື່ມອີກ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ