site cov (65)
ຮ່ອງກົງລະງັບສົ່ງໄປສະນີໄປຍັງສະຫະລັດ ຫຼັງທຣຳຂຶ້ນພາສີ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ

ລັດຖະບານຮ່ອງກົງປະກາດລະງັບບໍລິການຮັບສົ່ງພັດສະດຸທາງໄປສະນີໄປຍັງສະຫະລັດຯ ໂດຍມີຜົນທັນທີ

 

ນັບເປັນມາດຕະການໂຕ້ກັບລ່າສຸດທ່າມກາງສົງຄາມການຄ້າລະຫວ່າງສະຫະລັດຯ ແລະ ຈີນ ທີ່ທະວີຄວາມຕຶງຄຽດຂຶ້ນຢ່າງຕໍ່ເນື່ອງ.

 

ຖະແລງການຈາກລັດຖະບານທີ່ເຜີຍແຜ່ໃນວັນນີ້ (16 ເມສາ) ລະບຸວ່າ ການຕັດສິນໃຈຄັ້ງນີ້ເປັນຜົນຈາກຄຳສັ່ງຂອງປະທານາທິບໍດີໂດນັລດ໌ ທຣຳ ທີ່ຍົກເລີກຂໍ້ຍົກເວັ້ນພາສີນຳເຂົ້າທີ່ຮຽກວ່າ de minimis ຊຶ່ງເດີມໃຊ້ກັບພັດສະດຸຕ່າງປະເທດທີ່ມີມູນຄ່າບໍ່ເກີນ 800 ໂດລາສະຫະລັດ.

 

ໂດຍລະບຸວ່າມາດຕະການດັ່ງກ່າວເປັນການໃຊ້ອຳນາດຢ່າງບໍ່ເປັນທຳ ແລະ ຂົ່ມເຫັງປະເທດອື່ນ.

 

ສະຫະລັດຯ ໃຊ້ມາດຕະການທີ່ບໍ່ສົມເຫດສົມຜົນ, ຂົ່ມຂູ່ ແລະ ເຮັດກັບສິນຄ້າພາສີຢ່າງໄຮ້ຄວາມຍຸຕິທຳ ພ້ອມເຕືອນປະຊາຊົນວ່າ ອາດຕ້ອງແບກຮັບພາລະຄ່າຈັດສົ່ງທີ່ສູງລິ່ວຈາກມາດຕະການກົດດັນຂອງສະຫະລັດຯ.

 

ພາຍໃຕ້ມາດຕະການໃໝ່ນີ້ ບໍລິສັດໄປສະນີຮ່ອງກົງ (Hongkong Post) ຈະຢຸດຮັບພັດສະດຸທາງເຮືອທັນທີ ແລະ ຈະຢຸດຮັບພັດສະດຸທາງອາກາດຕັ້ງແຕ່ວັນທີ 27 ເມສາເປັນຕົ້ນໄປ

 

ເຖິງຢ່າງໃດກໍຕາມ, ເອກະສານຫຼືຈົດໝາຍທີ່ບໍ່ແມ່ນພັດສະດຸຍັງສາມາດສົ່ງໄດ້ຕາມປົກກະຕິ.

 

ການລະງັບບໍລິການດັ່ງກ່າວໝາຍຄວາມວ່າບຸກຄົນທົ່ວໄປ ແລະ ພາກທຸລະກິດໃນຮ່ອງກົງຈະຕ້ອງຫັນໄປພຶ່ງບໍລິການຂົນສົ່ງເອກະຊົນ ເຊັ່ນ: FedEx ແລະ DHL ຊຶ່ງຈະເຮັດໃຫ້ຕົ້ນທຶນເພີ່ມສູງຂຶ້ນຈາກພາສີ-ອາກອນຂອງສະຫະລັດຯ ທີ່ກຳລັງມີຜົນບັງຄັບໃຊ້.

 

ເມື່ອຕົ້ນເດືອນເມສາທີ່ຜ່ານມາ, ທຣຳໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ເພີ່ມອັດຕາພາສີສິນຄ້ານຳເຂົ້າທີ່ມີມູນຄ່າບໍ່ເກີນ 800 ໂດລາຈາກຈີນ ແລະ ຮ່ອງກົງ ໂດຍອ້າງວ່າຂໍ້ຍົກເວັ້ນເດີມຖືກໃຊ້ເພື່ອຫຼີກລ່ຽງພາສີນຳເຂົ້າ ແລະ ການກວດສອບອາກອນ.

 

ເດີມທີມາດຕະການນີ້ຈະເຮັດໃຫ້ພັດສະດຸເຫຼົ່ານີ້ຕ້ອງເສຍພາສີ 30% ຕັ້ງແຕ່ວັນທີ 2 ພຶດສະພາ ແຕ່ຄຳສັ່ງລ່າສຸດຂອງທຣຳໃນສັບປະດາທີ່ຜ່ານມາກັບເພີ່ມອັດຕາເປັນ 120% ຫຼື ຄິດເປັນຄ່າທຳນຽມຕໍ່ຊິ້ນ 100 ໂດລາ ແລະ ຈະເພີ່ມເປັນ 200 ໂດລາ ໃນວັນທີ 1 ມິຖຸນາ.

 

ຮ່ອງກົງ, ຊຶ່ງເຄີຍເປັນສູນກາງການຄ້າເສລີລະດັບໂລກ ທີ່ບໍ່ມີພາສີຂາຍ ແລະ ມີພາສີນຳເຂົ້າໃນລະດັບຕ່ຳ, ເຄີຍໄດ້ຮັບສະຖານະທາງການຄ້າພິເສດຈາກສະຫະລັດຯ ຊຶ່ງເອື້ອໃຫ້ສິນຄ້າໄດ້ຮັບພາສີຕ່ຳກວ່າປົກກະຕິ ແລະ ມີຂັ້ນຕອນທາງສຸລະກອນແຍກຈາກຈີນແຜ່ນດິນໃຫຍ່.

 

ເຖິງຢ່າງໃດກໍຕາມ, ສະຖານະພິເສດດັ່ງກ່າວຖືກຖອນຖອນໃນປີ 2020 ລະຫວ່າງການດຳລົງຕຳແໜ່ງຂອງທຣຳ ທ່າມກາງຂໍ້ກັງວົນກ່ຽວກັບເສລີພາບທີ່ເສື່ອມຖອຍລົງພາຍຫຼັງການບັງຄັບໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດໃນຮ່ອງກົງໂດຍລັດຖະບານປັກກິ່ງ.

 

ໃນຂະນະທີ່ຄວາມຕຶງຄຽດລະຫວ່າງສະຫະລັດຯ ກັບຈີນທະວີຄວາມຮຸນແຮງຂຶ້ນ, ຮ່ອງກົງກໍຕົກຢູ່ໃນວົງລ້ອມຂອງຄວາມຂັດແຍ້ງ ໂດຍຕ້ອງປະເຊີນກັບພາສີ 145% ເຊັ່ນດຽວກັບທີ່ໃຊ້ກັບສິນຄ້າຈາກຈີນ ເຖິງແມ່ນວ່າຮ່ອງກົງຈະຍັງບໍ່ໃຊ້ມາດຕະການພາສີຕອບໂຕ້ 125% ກັບສິນຄ້າສະຫະລັດຯ ກໍຕາມ.

 

ຈອນ ລີ ຜູ້ບໍລິຫານສູງສຸດຂອງຮ່ອງກົງ ໄດ້ແຖລງຕອບໂຕ້ສະຫະລັດຯ ຢ່າງເຂັ້ມຂຸ້ນເມື່ອວັນອັງຄານທີ່ຜ່ານມາວ່າ ການປາບປາມຂອງສະຫະລັດຯ ຕໍ່ຈີນ ແລະ ຮ່ອງກົງເຂົ້າສູ່ພາວະບ້າຄັ່ງແລ້ວ.

 

ພວກເຂົາໃຊ້ນະໂຍບາຍການຄ້າເປັນອາວຸດ ດ້ວຍການເຮັດກັບພາສີຕອບໂຕ້ທີ່ບໍ່ເປັນທຳ 145% ຕໍ່ຮ່ອງກົງ.

 

ນີ້ເປັນຫຼັກຖານຊັດເຈນວ່າສະຫະລັດຯ ເຕັມໄປດ້ວຍອະຄະຕິ ແລະ ເຜີຍໃຫ້ເຫັນທາດແທ້ຂອງຄວາມເປັນເຈົ້າໂລກທີ່ພວກເຂົາອ້າງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ