Tou-Vientianepost (14)
ຕົກໃຈກັນໝົດ ສາວເປືອຍກາຍ ແກ້ເຄື່ອງນຸ່ງຍ່າງກາງທາງ ເຜີຍສາເຫດຍ້ອນເຈັບໃຈ ຢາກແກ້ແຄ້ນວ່າທີ່ເຈົ້າບ່າວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 April, 2023

​ຂ່າວຕ່າງປະເທດ ກາຍ​ເປັນກະແສຮືຮາໃນໂລກໂຊຊ້ຽວຈີນ ຫຼັງຈາກຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ ສາວເປືອຍກາຍແກ້ເຄື່ອງນຸ່ງຍ່າງກາງທາງ ຫຼັງ​ຈັບໄດ້ວ່າວ່າ​ທີ່​ເຈົ້າ​ບ່າວ​​ນອກໃຈກ່ອນ​ແຕ່ງ​ງານ​

ຕາມ​ຂ່າວ​ແຈ້ງວ່າ, ​ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 17 ​ເດືອນເມສາ 2023, ຢູ່​ຖະໜົນ​ສາຍ​ໜຶ່ງ​ໃນ​ແຂວງ​ຈ່ຽງຊູ​ຂອງ​ຈີນ, ຜູ້​ຄົນທີ່ສັນຈອນໄປມາຕາມທ້ອງຖະໜົນຕ່າງກໍ່ຕົກໃຈ ແລະ​ສັບສົນ​ເມື່ອ​ເຫັນ​ຍິງຄົນໜຶ່ງ​ເປືອຍ​ກາຍ​ຢູ່​ກາງ​ທາງ. ຍິງຄົນນີ້ຢູ່ໃນອາລົມທີ່ແປປວນຫຼາຍ, ຫຼົງທາງ, ແລະບໍ່ສາມາດຄວບຄຸມການກະທຳ ແລະ ຄຳເວົ້າຂອງຕົນເອງໄດ້.

ກາຍເປັນວ່າການກະທຳຂອງຍິງສາວຄົົນນີ້ກາຍເປັນເລື້ອງໜ້າສະເທືອນໃຈ ເຊິ່ງຍິງຄົນນີ້ມີຄວາມຮັກກັບຊາຍຄົນນີ້ດ້ວຍຄວາມຈົງຮັກພັກດີ ແລະ ຮັກກັນມາຫຼາຍປີ ທັງສອງວາງແຜນທີ່ຈະແຕ່ງງານກັນເພື່ອເລີ່ມຕົ້ນການສ້າງຄອບຄົວ. ແລະ​ໄດ້​ຮັບ​ຄວາມ​ຍິນຍອມເຫັນ​ດີ​ຈາກ​ທັງ​ສອງ​ຄອບ​ຄົວແລ້ວ ໂດຍງານ​ແຕ່ງ​ງານຈະ​ມີ​ກຳນົດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ພຶດສະພາທີ່ຈະມາຖຶງ​ນີ້

ຢ່າງໃດກໍຕາມ, ກ່ອນວັນແຕ່ງງານບໍ່ເທົ່າໃດມື້ ຍິງສາວຄົນນີ້ກໍ່ບັງເອີນໄປພົບເຫັນວ່າວ່າທີ່ເຈົ້າບ່າວກຳລັງມີສຳພັນຮັກກັບຜູ້ຍິງຄົນອື່ນ. ເຊິ່ງເຂົາສອງຄົນນັ້ນມີຄວາມພັນກັນເປັນເວລາດົນນານແລ້ວ. ແຕ່ໂຕເອງບໍ່ຮູ້ຫຍັງເລີຍ ບໍ່ພຽງແຕ່ເທົ່ານັ້ນ ວ່າທີ່ເຈົ້າບ່າວຍັງໃຊ້ເງິນຂອງໂຕເອງເພື່ອຈ່າຍຄ່າລ້ຽງດູຍິງອີກຄົນດ້ວຍເງິນຂອງໂຕເອງອີກດ້ວຍ. ແລະໄດ້ຂັບລົດທີ່ໂຕເອງຫາກໍ່ຊື້ໃຫ້ວ່າທີ່ເຈົ້າບ່າວ ແຕ່ເຈົ້າບ່າວພັດເອົາລົດໄປອອກເດດກັບຍິງຄົນນັ້ນ

ວ່າທີ່ເຈົ້າສາວໄດ້ເວົ້າວ່າຕົນເອງ ໄດ້ໃຂ້ເປັນເວລາຫຼາຍປີທີ່ຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນມາລ້ຽງດູວ່າທີ່ເຈົ້າບ່າວ. ຫວັງວ່າຈະລົງເອີຍຢ່າງມີຄວາມສຸກກັບວ່າທີ່ເຈົ້າບ່າວ. ແຕ່ຄາດບໍ່ເຖິງວ່າການທີ່ຕົນເອງຍອມເສຍສະລະຫລາຍຂະໜາດນີ້ ແຕ່ກັບມາໄດ້ຕອນຈົບທີ່ປວດໃຈທີ່ສຸດ

ພາຍຫຼັງທີ່ຕົນເອງຮູ້ຄວາມຈິງ, ກໍ່ໄດ້ນັດພົບວ່າທີ່ເຈົ້າບ່າວເພື່ອລົມກັນ ແຕ່ເມື່ອໄດ້ລົມກັນທັງຕົນເອງແລະວ່າທີ່ເຈົ້າບ່າວບໍ່ສາມາດສະຫງົບສະຕິອາລົມໄດ້ ຍ້ອນຄວາມທີ່ຕົນເອງໃຈຮ້າຍ ຄາໃຈ​ ແລະ​ ​ຄຽດ​ແຄ້ນກໍ່ເລີຍຈີກເສື້ອຕົນເອງແລະເປືອຍກາຍຍ່າງກາງຫົນທາງ ແລະຄິດວ່າສິ່ງທີ່ເຮັດນີ້ຈະຊ່ວຍແກ້ແຄ້ນວ່າທີ່ເຈົ້າບ່າວໄດ້ ເພື່ອຈະເຮັດໃຫ້ວ່າທີ່ເຈົ້າບ່າວອັບອາຍ ແລະ ເສຍໃຈ

ເຊິ່ງການ​ກະທຳດັ່ງກ່າວນີ້ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທີ່​ຢູ່​ອ້ອມຂ້າງ​ເປັນ​ຈຳນວນ​ຫລວງຫລາຍ. ບາງ​ຄົນ​ອາຍ​ທີ່​ໄດ້​ເຫັນ​ຕົນ​ເປືອຍ​ກາຍ​ແລະ​ຫລີກ​ລ່ຽງ​ບໍ່​ແນມ​ເບິ່ງ ແຕ່ໃນ​ຂະ​ນະ​ທີ່​ບາງ​ຄົນກໍ່​ເອົາ​ໂທລະ​ສັບ​ຂຶ້ນມາ​ເພື່ອ​ຖ່າຍ​ຮູບ​ແລະ​ວິ​ດີ​ໂອ​. ເພາະຄິດວ່າຕົນເອງນີ້ມີບັນຫາທາງດ້ານຈິດໃຈ, ແນວໃດກໍ່ຕາມ, ໃນທາງກົງກັນຂ້າມ, ມີຄົນໃຈດີຫຼາຍຄົນເຂົ້າມາຫາແລະເພື່ອປອບໃຈ, ນຸ່ງເສື້ອໃຫ້, ແລະຊັກຊວນໃຫ້ຕົນກັບບ້ານດ້ວຍການຊ່ວຍເຫລືອຈາກຄົນໃຈດີແລະເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ.

ຈາກນັ້ນ ໃນທີ່ສຸດ ຕົນເອງກໍ່ຍອມກັບບ້ານໃນທີ່ສຸດ ຢ່າງໃດກໍ່ຕາມພາບຂອງເຫດການດັ່ງກ່າວໄດ້ແພ່ກະຈາຍໄປຢ່າງໄວວາໃນໂລກໂຊຊ້ຽວ ແລະຊາວເນັດກໍ່ໄດ້ສະແດງຄວາມຄິດເຫັນເປັນຈຳນວນຫຼາຍກ່ຽວກັບການກະທຳຂອງຕົນ.

ວ່າການເຮັດເຊັ່ນນັ້ນບໍ່ໄດ້ເຮັດໃຫ້ຜູ້ຊາຍອັບອາຍ. ເຊິ່ງຊາວເນັດໄດ້ເວົ້າວ່າ ແຕ່ມັນເຮັດໃຫ້ຜູ້ຍິງຕ່າງຫາກທີ່ຕ້ອງອັບອາຍແລະຖືກວິພາກວິຈານ.ການ​ອ່ານ​ຂ່າວ​ນີ້​ແລ້ວໃຈສະຫຼາຍແທນ ຍິງຄົນນີ້ຄົງເຈັບປວດ ແລະ ຄຽດແຄ້ນຫຼາຍ ເຊິ່ງຢາກບອກຍິງຄົນນີ້ວ່າ ການແກ້ແຄ້ນທີ່ດີທີ່ສຸດແມ່ນການຖິ້ມຜູ້ຊາຍທີ່ທໍລະຍົດແລະຕ້ອງມີຊີວິທີ່ເດີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ