
OpenAI ເປີດຕົວ Codex CLI, ເຄື່ອງມື AI ຂະໜາດນ້ອຍທີ່ຊ່ວຍເຮັດວຽກແລະຂຽນໂຄ້ດໄດ້ຈາກເທີມິນອລຂອງຜູ້ໃຊ້ເອງ, ປອດໄພ, ໃຊ້ງານງ່າຍ, ບໍ່ຕ້ອງສົ່ງຂໍ້ມູນເຂົ້າສູ່ລະບົບ.
OpenAI ປະກາດເປີດຕົວເຄື່ອງມື AI ຕົວໃໝ່ຫຼາຍຢ່າງໃນຊ່ວງທີ່ຜ່ານມາ, ໜຶ່ງໃນນັ້ນແມ່ນ Codex CLI, ອີກໜຶ່ງ AI Agent ຂະໜາດນ້ອຍ ທີ່ສາມາດສະໜັບສະໜູນການເຮັດວຽກແລະຂຽນໂຄ້ດສຳລັບໂປຣແກຣມໄດ້ຜ່ານຄອມພິວເຕີຂອງຜູ້ໃຊ້ເອງ, ຊ່ວຍໃຫ້ສາມາດໃຊ້ງານແລະປະຕິບັດການທັງໝົດໄດ້ຢ່າງປອດໄພແລະຍືດຫຍຸ່ນ.
Codex CLI ສາມາດເລີ່ມຕົ້ນການໃຊ້ງານໄດ້ງ່າຍ, ພຽງດາວໂຫຼດແລະຕັ້ງຄ່າຄຳສັ່ງຜ່ານ API key ພຽງເລັກນ້ອຍກໍສາມາດໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງປັບແຕ່ງແກ້ໄຂເພີ່ມເຕີມ, ພ້ອມຮອງຮັບອິນພຸດຫຼາຍຮູບແບບ ຕັ້ງແຕ່ໄຟລ໌ຕົວອັກສອນລ້ວນ, ຮູບພາບໜ້າຈໍ, ຮູບພາບຮ່າງ, ຫຼືອ່ານໂຄ້ດທີ່ເຮັດວຽກຢູ່ໃນອຸປະກອນ, ກໍສາມາດອ່ານ, ເຂົ້າເຖິງ, ແລະແປງເປັນໂຄ້ດຄຳສັ່ງໄດ້ທັນທີ.
ລະບົບສາມາດໃຊ້ງານຮ່ວມກັບຟັງຊັນໄດ້ຫຼາກຫຼາຍ ຕັ້ງແຕ່ການອ່ານ, ແກ້ໄຂ, ຂຽນທັບ, ໄປຈົນຮັນໂຄ້ດເຫຼົ່ານີ້ໂດຍອັດຕະໂນມັດພາຍໃຕ້ຄຳອະນຸຍາດຈາກຜູ້ໃຊ້ງານ ໂດຍອາໄສການເຊື່ອມໂຍງ API ຈາກໂມເດລຂອງທາງບໍລິສັດຢ່າງ GPT-o3, GPT-o4mini ໄປຈົນ GPT-4.1 ທີ່ຈະເປີດໃຫ້ບໍລິການໃນອະນາຄົດຕໍ່ໄປ.
ຈຸດເດັ່ນສຳຄັນຂອງ Codex CLI ຄື ເນື້ອໃນການເຮັດວຽກຂອງໂຄ້ດທັງໝົດຈະຢູ່ແຕ່ພຽງໃນ Terminal ຂອງຜູ້ໃຊ້ແລະອຸປະກອນເທິງເຄື່ອງເທົ່ານັ້ນ, ຂໍ້ມູນທັງໝົດຈະຖືກນຳມາປະມວນຜົນແລະເກັບໄວ້ພາຍໃນອຸປະກອນທີ່ໃຊ້ງານ, ຈຶ່ງບໍ່ຕ້ອງກັງວົນການຮົ່ວໄຫຼຂອງຂໍ້ມູນຫຼືເນື້ອໃນທີ່ມີຄວາມລະອຽດອ່ອນ.
ນີ້ເຮັດໃຫ້ Codex CLI ມີຄວາມປອດໄພສູງຫຼາຍ ແລະຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານ AI ເຂົ້າຊ່ວຍສະໜັບສະໜູນວຽກໄດ້ ໂດຍບໍ່ຕ້ອງກັງວົນວ່າໂຄ້ດຂອງຕົນຈະຖືກນຳໄປໃຊ້ໃນການເທຣນ AI ຕໍ່ໄປ.
ສຳລັບທ່ານທີ່ສົນໃຈ Codex CLI ສາມາດເຂົ້າເຖິງແລະດາວໂຫຼດໄດ້ຟຣີຜ່ານຊ່ອງທາງເວັບໄຊ Github.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














