Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 April, 2025

Office 2019 ໃກ້ຈະໝົດອາຍຸແລ້ວ ໂດຍຜູ້ໃຊ້ Microsoft Office ເວີຊັນເກົ່າ ທັງ Office 2016 ແລະ Office 2019 ຈະສິ້ນສຸດການສະໜັບສະໜູນໃນມື້ດຽວກັນກັບວັນທີ່ Windows 10 ສິ້ນສຸດຢ່າງເປັນທາງການ. ນັ້ນໝາຍຄວາມວ່ານັບຈາກມື້ນີ້ທ່ານມີເວລາພຽງແຕ່ 6 ເດືອນເທົ່ານັ້ນທີ່ຍັງອັບເດດຄວາມປອດໄພໃນ Office 2016 ແລະ Office 2019.

ຕາມບລັອກຊຸມຊົນດ້ານເຕັກນິກຂອງ Microsoft ເປີດເຜີຍວ່າຈະຢຸດການສະໜັບສະໜູນ Office 2016 ແລະ 2019 ໃນວັນທີ 14 ຕຸລາ 2025. ຕັ້ງແຕ່ວັນດັ່ງກ່າວ, Microsoft ຈະຢຸດສະໜັບສະໜູນ Office ເວີຊັນເກົ່າ ແລະ “ຈະບໍ່ໃຫ້ການແກ້ໄຂດ້ານຄວາມປອດໄພ, ການແກ້ໄຂຂໍ້ບົກຜ່ອງ, ຫຼື ການສະໜັບສະໜູນດ້ານເຕັກນິກສຳລັບຜະລິດຕະພັນເຫຼົ່ານີ້ອີກຕໍ່ໄປ”.

ສຳລັບຜູ້ທີ່ໃຊ້ Office 2016 ແລະ Office 2019 ປະກາດນີ້ໝາຍຄວາມວ່າ:

  • Office 2016 ແລະ Office 2019 ຍັງຄົງໃຊ້ງານໄດ້ປົກກະຕິ
  • ແຕ່ຈະສ່ຽງຕໍ່ຊ່ອງໂຫວ່ ເພາະບໍ່ມີການອັບເດດດ້ານຄວາມປອດໄພ
  • Office 2016 ແລະ Office 2019 ບໍ່ມີການສະໜັບສະໜູນທາງເຕັກນິກແລ້ວ

ໂປຣແກຣມສຳນັກງານໃດຄວນໃຊ້ແທນ? ຫຼັງຈາກ Office 2019 ໝົດອາຍຸ:

  1. ອັບເກຣດເປັນ Microsoft 365 (ແບບສະໝັກສະມາຊິກລາຍເດືອນ/ປີ)

    • ໄດ້ຮັບ Office ເວີຊັນຫຼ້າສຸດສະເໝີ (Word, Excel, PowerPoint, Outlook ຯລຯ)
    • ໃຊ້ງານໄດ້ຫຼາຍອຸປະກອນ (PC, Mac, ມືຖື)
    • ມີພື້ນທີ່ OneDrive 1TB
    • ອັບເດດຟີເຈີແລະຄວາມປອດໄພອັດຕະໂນມັດ
    • ມີ Copilot ແລະ AI ຈາກ Microsoft ໃຫ້ໃຊ້ນຳ. ເຖິງຢ່າງໃດກໍຕາມ, ແມ້ວ່າການໃຊ້ Copilot ເພື່ອເຮັດວຽກກັບເອກະສານ Microsoft 365 ຈະມີປະໂຫຍດຫຼາຍ, ແຕ່ກໍມີຂໍ້ຈຳກັດ. ຕົວຢ່າງ, ເຖິງແມ່ນວ່າທ່ານຈະຈ່າຍເງິນສຳລັບ Microsoft 365, ແຕ່ Copilot ໃນ Microsoft 365 ຈະໃຊ້ລະບົບເຄຣດິດ AI ທີ່ມີການໃຊ້ງານຈຳກັດດ້ວຍ.
    • ວິທີນີ້ເໝາະສຳລັບຄົນທີ່ຕ້ອງການໃຊ້ Office ແບບຕໍ່ເນື່ອງ ແລະ ຢາກໄດ້ຟີເຈີໃໝ່ສະເໝີ.
  1. ຊື້ Office 2021 (ແບບຊື້ຂາດ)
    • ບໍ່ມີຄ່າສະໝັກລາຍເດືອນ/ປີ
    • ໄດ້ Word, Excel, PowerPoint (ບໍ່ມີ OneDrive, Outlook ຫຼື Teams)
    • ໄດ້ຮັບອັບເດດຄວາມປອດໄພ ແຕ່ບໍ່ມີຟີເຈີໃໝ່ເໝືອນ Microsoft 365
    • ເໝາະສຳລັບຄົນທີ່ໃຊ້ງານທົ່ວໄປ ແລະ ບໍ່ຢາກຈ່າຍແບບລາຍເດືອນ/ລາຍປີ, ຈ່າຍຄັ້ງດຽວໃຊ້ຍາວໆ.
  2. ໃຊ້ທາງເລືອກຟຣີ ເຊັ່ນ Office Online ຫຼື Google Workspace
    • Office Online (Word/Excel/PowerPoint) ໃຊ້ງານຜ່ານບຣາວເຊີ, ຟຣີ ຜ່ານ office.com ແຕ່ຕ້ອງມີອິນເຕີເນັດ
    • Google Docs/Sheets/Slides ໃຊ້ງານຟຣີ, ມີຟີເຈີພື້ນຖານພຽງພໍສຳລັບງານເອກະສານທົ່ວໄປ, ລາຍລະອຽດຄລິກທີ່ Google Workspace
    • ວິທີນີ້ເໝາະສຳລັບຜູ້ໃຊ້ທີ່ເຮັດວຽກເບົາໆ ຫຼື ບໍ່ຕ້ອງການຕິດຕັ້ງໂປຣແກຣມ.

ເຖິງຢ່າງໃດກໍຕາມ, ທາງທີ່ດີທີ່ສຸດສຳລັບຜູ້ໃຊ້ Office 2016 ແລະ Office 2019 ຄືການອັບເດດແລະອັບເກຣດໂດຍໄວທີ່ສຸດ. ຕອນນີ້ຜູ້ທີ່ໃຊ້ເວີຊັນເກົ່າຢູ່ກໍຄວນກຽມວາງແຜນສຳຮອງຂໍ້ມູນກ່ອນອັບເກຣດໄປເວີຊັນໃໝ່ກວ່າ ຫຼື ຈະໄປໃຊ້ໂປຣແກຣມສຳນັກງານຕົວອື່ນ, ຊຶ່ງມີເວລາກຽມຕົວເຖິງ 6 ເດືອນກ່ອນສິ້ນສຸດການສະໜັບສະໜູນ Office ເວີຊັນເກົ່າ.

ອ້າງອີງ: Makeuseof

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ