ເນປີດໍ 21 ເມສາ. – ລັດຖະບານທະຫານມຽນມາກຽມວາງຜັງເມືອງນະຄອນເນປີດໍໃໝ່ ຫຼັງຈາກໄດ້ຮັບຄວາມເສຍຫາຍຢ່າງໜັກຈາກແຜ່ນດິນໄຫວ ຈົນຫຼາຍກະຊວງຕ້ອງຍ້າຍສຳນັກງານໄປນະຄອນຢ່າງກຸ້ງຊົ່ວຄາວ
ລັດຖະບານທະຫານມຽນມາກຽມວາງຜັງເມືອງຂອງນະຄອນເນປີດໍໃໝ່ ຫຼັງເກີດແຜ່ນດິນໄຫວຮຸນແຮງຂະໜາດ 7.7 ເມື່ອທ້າຍເດືອນມີນາ.
ສ້າງຄວາມເສຍຫາຍຕໍ່ອາຄານບ້ານເຮືອນໃນຫຼາຍພື້ນທີ່ຂອງປະເທດ ລວມເຖິງໃນເມືອງຫຼວງແຫ່ງນີ້ດ້ວຍ.
ອາຄານສຳນັກງານຕ່າງໆ ຂອງລັດຖະບານໃນນະຄອນເນປີດໍກວ່າ 70% ເສຍຫາຍຈາກແຜ່ນດິນໄຫວຄັ້ງລ່າສຸດ ລວມເຖິງອາຄານກະຊວງແຮງງານ ກະຊວງການວາງແຜນ ແລະ ສານສະຫະພາບ.
ພົນເອກອາວຸໂສມິນ ອ່ອງ ຫຼ່າຍ ຜູ້ນຳລັດຖະບານທະຫານມຽນມາ ກ່າວວ່າ ອາຄານທີ່ພັງຖະຫຼົ່ມລົງມາລະຫວ່າງເກີດແຜ່ນດິນໄຫວນັ້ນ ໄດ້ຮັບຜົນກະທົບໜັກຫຼາຍເນື່ອງຈາກສ້າງເທິງຊັ້ນດິນອ່ອນ (soft soil).
ຂະນະທີ່ອາຄານສຳນັກງານຕ່າງໆ ຈະຖືກສ້າງໃໝ່ ແລະ ຕ້ອງທົນຕໍ່ແຜ່ນດິນໄຫວທີ່ຈະເກີດຂຶ້ນໃນອະນາຄົດ ໂດຍຈະມີການທົດສອບຊັ້ນດິນກ່ອນສ້າງດ້ວຍ.
ນະຄອນເນປີດໍ ເປັນເມືອງທີ່ຖືກສ້າງຂຶ້ນມາໃໝ່ໃນປີ 2005 ຈາກເດີມທີ່ເປັນທີ່ພຽງທຳມະດາ ແລະ ມຽນມາກໍບໍ່ເຄີຍເປີດເຜີຍເຫດຜົນທີ່ຊັດເຈນໃນການຍ້າຍເມືອງຫຼວງຈາກນະຄອນຢ່າງກຸ້ງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ມາຍັງນະຄອນເນປີດໍແຫ່ງນີ້.
ຄາດວ່າ ການສ້ອມແປງນະຄອນເນປີດໍຈາກຄວາມເສຍຫາຍທີ່ເກີດເພາະແຜ່ນດິນໄຫວອາດໃຊ້ເວລາຫຼາຍປີ ເຮັດໃຫ້ກະຊວງຕ່າງປະເທດ ແລະ ກະຊວງການທ່ອງທ່ຽວ ຕັດສິນໃຈຍ້າຍສຳນັກງານໄປຍັງນະຄອນຢ່າງກຸ້ງ ທີ່ຢູ່ຫ່າງອອກໄປ 366 ກິໂລແມັດແລ້ວ ຂະນະທີ່ໜ່ວຍງານອື່ນໆ ຍ້າຍສຳນັກງານໄປຍັງໂຖງກາງແຈ້ງຊຶ່ງສ້າງຈາກໂຄງເຫຼັກ.
ແຜ່ນດິນໄຫວຮຸນແຮງເມື່ອວັນທີ 28 ມີນາ ກໍ່ໃຫ້ເກີດແຮງສັ່ນສະເທືອນຮຸນແຮງໄປໄກເຖິງປະເທດໄທ ແລະ ຈີນ ເຮັດໃຫ້ມີຜູ້ເສຍຊີວິດໃນມຽນມາຫຼາຍກວ່າ 3,500 ຄົນ ບາດເຈັບອີກກວ່າ 5 ພັນຄົນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |