Copy of site cover (9)
ແມນຢູ ເສຍຄາບ້ານ! ວູລຟ໌ບຸກມາຍິງປະຕູໄຊຈາກລູກຟຣີຄິກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 21 April, 2025
ໝວດ: ກິລາ

ແມນເຊສເຕີ ຢູໄນເຕັດ ພາດພັ້ງຄາບ້ານອີກຄັ້ງ ຫຼັງຈາກໂດນ ປາໂບລ ຊາຣາເບຍ ຕົວສຳຮອງຂອງ ວູລຟ໌ແຮມຕັນ ຍິງລູກຟຣີຄິກສວຍງາມເປັນປະຕູໄຊ ສົ່ງໃຫ້ “ໝາປ່າ” ບຸກມາເອົາຊະນະແບບໄປ-ກັບ ພ້ອມທັງເຮັດຄະແນນໄລ່ທັນ “ປີສາດແດງ” ໃນຕາຕະລາງ ພຣີເມຍລີກ 2024/25

ຣູເບນ ອາໂມຣິມ ຫົວໜ້າຜູ້ຝຶກສອນຂອງປີສາດແດງຕັດສິນໃຈປັບທີມຂ້ອນຂ້າງຫຼາຍໂດຍສົ່ງ ໄຕເລີ ເຟຣດຣິກສັນ ກອງຫຼັງດາວຮຸ່ງອາຍຸ 20 ປີລົງຕົວຈິງ ແລະ ໄດ້ສະແດງຜົນງານທີ່ດີ. ແຕ່ສຳລັບແນວຮຸກຖືວ່າໜ້າຜິດຫວັງໂດຍສະເພາະ ຣາສມຸສ ຮອຍລຸນດ໌. ຂະນະທີ່ ຄຣິສເຕຍນ ເອຣິກເຊັນ ໄດ້ພະຍາຍາມຍິງຟຣີຄິກ ແລະ ຄັອບບີ້ ເມນູ ລຸ້ນຍິງຊ່ວງທ້າຍເຄິ່ງຫຼັງ ແຕ່ບໍ່ຜ່ານການປ້ອງກັນຂອງ ແດນຽລ ເບັນທ໌ລີ່ຍ໌ ທີ່ໄດ້ຮັກສາປະຕູແທນ ໂຊເຊ່ ຊາ ຊຶ່ງບາດເຈັບຕອນວອມອັບ

ເຖິງແມ່ນວ່າແພ້ຢູ່ເຮືອນ ແຕ່ ແມນຯ ຢູໄນເຕັດ ເກັບໄດ້ 38 ຄະແນນເຊັ່ນດຽວກັນກັບ ວູລຟ໌. ຂະນະທີ່ ອິບສວິຊ ທີມອັນດັບ 3 ຈາກທ້າຍຕາຕະລາງມີພຽງແຕ່ 21 ຄະແນນໃນຂະນະທີ່ເຫຼືອອີກແຄ່ 5 ນັດສຸດທ້າຍ ສົ່ງຜົນໃຫ້ຄະແນນຂາດ ແລະ ຕົກຊັ້ນຢ່າງເປັນທາງການແລ້ວ

ລາຍຊື່ນັກເຕະທັງສອງທີມ

ແມນຯ ຢູໄນເຕັດ: ອັນເດຣ ໂອນານ່າ – ນູສແຊຣ໌ ມາຊຣາວີ, ວິກຕໍ ລິນເດີເລິຟ (ເລນີ່ ໂຢໂຣ່ ນ.79), ໄຕເລີ ເຟຣດຣິກສັນ – ແພັດຕຣິກ ດອກູ (ດີໂອໂກ້ ດາໂລຕ໌ ນ.59), ມານູເອລ ອູກາເຕ້ (ບຣູໂນ່ ແຟຣ໌ນັນດ໌ສ ນ.59), ຄຣິສເຕຍນ ເອຣິກເຊັນ, ແຮຣີ່ ອາມາສສ໌ – ອາເລຮານໂດຣ ກາຣ໌ນາໂຊ່, ຣາສມຸສ ຮອຍລຸນດ໌ (ຊິໂດ ໂອບີ ນ.70), ຄັອບບີ້ ເມນູ (ເມສັນ ເມົາທ໌ ນ.59)

ວູລຟ໌ແຮມຕັນ: ແດນຽລ ເບັນທ໌ລີ່ຍ໌ – ຊານຕິອາໂກ້ ບົວໂຢ່, ເອັມມານູແອລ ອັກບາດູ, ໂຕຕິ ໂກເມສ – ເນນສັນ ເຊເມໂດ້ (ໂຣດຣິໂກ້ ໂກເມສ ນ.74), ອັນເດຣ, ຊູເອົາ ໂກເມສ, ຣາຢັນ ເອັຕ-ນູຣີ (ແມັຕ ໂດເຮີຕີ້ ນ.82) – ມາຣ໌ແຊລ ມູເນຕຊີ່, ມາເຕອຸສ ຄຸນຢ່າ (ນາສເຊີຣ໌ ຊິກ້າ ນ.90+4) – ຢໍເກ້ ສຕຣານດ໌ ລາຣ໌ເຊ່ນ (ປາໂບລ ຊາຣາເບຍ ນ.74)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ