site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 April, 2025
ໝວດ: ຂ່າວ

ເກົາຫຼີໃຕ້ເລັ່ງປາບປາມການປອມແປງສິນຄ້າຕ່າງປະເທດ ສວມປ້າຍເປັນສິນຄ້າຜະລິດຈາກເກົາຫຼີ ເພື່ອຫຼີກລ່ຽງພາສີຂອງສະຫະລັດ ໂດຍສ່ວນໃຫຍ່ເປັນສິນຄ້າທີ່ມາຈາກຈີນ

 

ໜ່ວຍງານພາສີອາກອນເກົາຫຼີໃຕ້ ເປີດເຜີຍເມື່ອວັນຈັນທີ 21 ເມສາ ວ່າຈາກການສືບສວນພິເສດໄດ້ກວດພົບການລະເມີດແຫຼ່ງກຳເນີດສິນຄ້າມູນຄ່າລວມ 29.5 ພັນລ້ານວອນ.

 

ໃນໄຕມາດທຳອິດຂອງປີນີ້ ໂດຍ 97% ຂອງການລະເມີດດັ່ງກ່າວກ່ຽວຂ້ອງກັບການສົ່ງອອກສິນຄ້າໄປຍັງສະຫະລັດ

 

ໂດຍເມື່ອປຽບທຽບກັບທັງປີ 2024 ທີ່ຜ່ານມານັ້ນ ມີມູນຄ່າການລະເມີດລວມຢູ່ທີ່ 34.8 ພັນລ້ານວອນ, ຊຶ່ງໃນຈຳນວນນີ້ 62% ເປັນສິນຄ້າທີ່ສົ່ງອອກໄປຍັງສະຫະລັດຯ ເຈົ້າໜ້າທີ່ເກົາຫຼີໃຕ້ລະບຸວ່າ ອາດມີຄວາມພະຍາຍາມເພີ່ມຂຶ້ນຈາກບໍລິສັດຕ່າງຊາດໂດຍສະເພາະຈາກຈີນ ທີ່ພະຍາຍາມໃຊ້ເກົາຫຼີໃຕ້ ຊຶ່ງເປັນພັນທະມິດສຳຄັນຂອງສະຫະລັດຯ ແລະ ມີຂໍ້ຕົກລົງການຄ້າເສລີກັບສະຫະລັດຯ ເພື່ອເປັນຊ່ອງທາງລຽບພາສີ ແລະ ຂໍ້ຈຳກັດຕ່າງໆ ຫຼັງຈາກທີ່ທຣຳໄດ້ເລີ່ມກຳນົດອັດຕາພາສີສູງກັບສິນຄ້າຫຼາຍປະເພດ ແລະ ປະເທດຕ່າງໆ ຊຶ່ງເລີ່ມມີຜົນບັງຄັບໃຊ້ໃນເດືອນມີນາ

 

ໂດຍໃນເດືອນນີ້ ທຣຳໄດ້ກຳນົດພາສີ 25% ກັບເກົາຫຼີໃຕ້ ກ່ອນຈະລະງັບໄວ້ກ່ອນເປັນເວລາ 3 ເດືອນ ຂະນະດຽວກັນສະຫະລັດຯ ໄດ້ຂຶ້ນພາສີກັບຈີນສູງເຖິງ 145% ຈາກການຕອບໂຕ້ກັນໄປມາລະຫວ່າງສອງປະເທດ ຊຶ່ງນັກເສດຖະສາດຊີ້ວ່າການຕອບໂຕ້ດັ່ງກ່າວໄດ້ກະທົບຄວາມສຳພັນທາງການຄ້າລະຫວ່າງ 2 ປະເທດທີ່ເສດຖະກິດໃຫຍ່ທີ່ສຸດໃນໂລກຢ່າງຮຸນແຮງ

 

ທັງນີ້ ຜົນການສອບສວນລ່າສຸດພົບວ່າ ມີວັດສະດຸ ແຄໂທດ ຊຶ່ງເປັນສ່ວນປະກອບສຳຄັນໃນແບັດເຕີຣີແບບລິເທຍມໄອອອນ ມູນຄ່າ 3.3 ພັນລ້ານວອນ ຖືກນຳເຂົ້າຈາກຈີນແລະສົ່ງອອກໄປຍັງສະຫະລັດຯ ໂດຍປອມແປງວ່າເປັນສິນຄ້າຈາກເກົາຫຼີໃຕ້ ເພື່ອຫຼີກລ່ຽງພາສີທີ່ມີຢູ່ກ່ອນແລ້ວຕັ້ງແຕ່ເດືອນມັງກອນ ກ່ອນທີ່ນະໂຍບາຍພາສີຂອງທຣຳຈະເລີ່ມມີຜົນບັງຄັບໃຊ້

 

ນອກຈາກນີ້ໃນເດືອນມີນາ ພົບວ່າມີກ້ອງວົງຈອນປິດມູນຄ່າ 19.3 ພັນລ້ານວອນ ຖືກນຳເຂົ້າຈາກຈີນໃນຮູບແບບຊິ້ນສ່ວນ ແລ້ວນຳມາປະກອບໃໝ່ໃນເກົາຫຼີໃຕ້ເພື່ອຫຼີກລ່ຽງຂໍ້ຈຳກັດຂອງສະຫະລັດ ຕໍ່ອຸປະກອນສື່ສານຈາກຈີນ ຊຶ່ງລ່າສຸດທາງພາສີອາກອນເກົາຫຼີໃຕ້ ໄດ້ຈັດຕັ້ງທີມສະເພາະກິດເພື່ອກວດສອບ ແລະ ປ້ອງກັນການສົ່ງອອກທີ່ຜິດກົດໝາຍ ແລະ ມີແຜນຈະຈັດທຳມາດຕະການຕອບສະໜອງທີ່ຊັດເຈນຍິ່ງຂຶ້ນເພື່ອປົກປ້ອງບໍລິສັດໃນປະເທດແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ