ຂ່າວຈາກມະນິລາ, 21 ເມສາ – ທະຫານຟິລິບປິນ ແລະ ອາເມລິກາຫຼາຍກວ່າ 14,000 ຄົນ ໄດ້ເລີ່ມການຝຶກຊ້ອມການສູ້ຮົບປະຈຳປີລະຫວ່າງສອງປະເທດໃນມື້ນີ້,
ທ່າມກາງຄວາມກັງວົນດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ.
ການຝຶກຊ້ອມປະຈຳປີພາຍໃຕ້ລະຫັດຊື່ “ບາລິກາຕັນ” ໃນພາສາຟິລິບປິນ, ເຊິ່ງແປວ່າ “ຄຽງບ່າຄຽງໄຫລ່”, ຈະດຳເນີນເປັນເວລາ 3 ອາທິດ, ຈົນເຖິງວັນທີ 9 ພຶດສະພາ.
ການຝຶກຊ້ອມດັ່ງກ່າວຈະເປັນການສະແດງແສນຍານຸພາບຂອງອຸປະກອນທາງທະຫານຂອງສະຫະລັດ, ລວມເຖິງຂີປະນາວຸດຕ້ານເຮືອຮົບ “ເອັນມີຊິສ” (NMESIS) ແລະ ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ “ໄຮມາສ” (HIMARS).
ໃນຂະນະດຽວກັນ, ຟິລິບປິນຈະທົດສອບຂີປະນາວຸດທີ່ທັນສະໄໝຂອງຕົນເອງໃນການຝຶກຊ້ອມດ້ວຍລູກປືນຈິງຮ່ວມກັບກອງທັບສະຫະລັດ.
ເຈົ້າໜ້າທີ່ກ່າວວ່າ ທະຫານສະຫະລັດປະມານ 9,000 ຄົນ ແລະ ທະຫານຟິລິບປິນ 5,000 ຄົນ ເຂົ້າຮ່ວມໃນການຝຶກຊ້ອມປີນີ້.
ນອກຈາກນັ້ນ, ກຸ່ມທະຫານຂະໜາດນ້ອຍຈາກ ອົສຕຣາລີ, ຍີ່ປຸ່ນ, ອັງກິດ, ຝຣັ່ງ ແລະ ແຄນາດາ ກໍ່ເຂົ້າຮ່ວມການຝຶກຊ້ອມເຊັ່ນກັນ, ໂດຍມີອີກ 16 ປະເທດເຂົ້າສັງເກດການ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |