
ໃນໂລກອອນໄລນ໌, ໄດ້ມີການແຊຣໂພສຂອງຜູ້ໃຊ້ເຟສບຸກລາຍໜຶ່ງ. ເຊິ່ງແມ່ນຜູ້ຊາຍອາຍຸປະມານ 30 ປີ, ໄດ້ໂພສຮູບລົງເປັນຮູບພາບຂອງທີ່ຊາຍຄົນນີ້ນອນແຊ່ນ້ໍາຢູ່ໃນອ່າງ ເຕັມໄປດ້ວຍທະນາບັດໃບ 1,000 ບາດ ພ້ອມແໜບເງິນຈຳນວນຫຼາຍແໜບ ແລະຍັງໄດ້ໃສ່ຄຳໃນຄໍ, ນິ້ວມື, ແລະແຂນ.
ໂດຍຊາຍໜຸ່ມຄົນນີ້ ໂພສຂໍ້ຄວາມປະກອບພາບ ໂດຍລະບຸວ່າ ອິດສະລະພາບທາງດ້ານການເງິນ ບໍ່ຈໍາເປັນຕ້ອງຕື່ນແຕ່ 8 ໂມງເຊົ້າ ເພາະຈະນອນເທົ່າໃດກໍ່ໄດ້ເທົ່າທີ່ຢາກນອນ. ບໍ່ຕ້ອງລໍຖ້າວັນເສົາວັນອາທິດ ເພາະທຸກໆມື້ແມ່ນມື້ພັກ ສາມາດໄປບ່ອນໃດກໍໄດ້ທີ່ຕ້ອງການຢາກໄປ ຊີວິດບໍ່ຈໍາເປັນຕ້ອງເຊື່ອຟັງຄໍາສັ່ງຂອງໃຜ. ເປັນຫຍັງເຮົາຕ້ອງມານັ່ງໃຫ້ຄົນອື່ນສັ່ງໃຫ້ເຮົາເຮັດວຽກ? ຂະໜາດພໍ່ແມ່ຍັງບໍ່ໄດ້ມາສັ່ງເລີຍຖືກບໍ່?
ຖ້າເຈົ້າຢາກເຮັດຫຍັງ ເຈົ້າກໍ່ເຮັດໄດ້ເລີຍ. ບໍ່ມີຄົນລວຍຄົນໃດລວຍຈາກການເປັນພະນັກງານດ໋ອກ.ແຕ່ຈົ່ງເຮັດໃຫ້ເງິນຢູ່ໃນບັນຊີອງເຈົ້າໃຫ້ມີຈຳນວນຫຼາຍເທົ່າກັບຫມາຍເລກໂທລະສັບມືຖືຂອງເຈົ້າ ແລ້ວຊີວິດຈະງ່າຍຂຶ້ນຫຼາຍ. (ຊ່ວງນີ້ອາກາດຮ້ອນຫຼາຍ ເລີຍຕ້ອງໄດ້ແຊ່ອ່າງເລື້ອຍໆ ອິອິ)
ໂດຍໂພສດັ່ງກ່າວໃນແຜ່ລາມອອກໄປຢ່າງໄວ ແລະຖືກແຊຣອອກໄປປະມານ 1 ພັນຄັ້ງ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ. ຫຼາຍຄົນແທັກເຟສບຸກໄປຫາໜ່ວຍງານຂອງອົງການຕ່າງໆ ເຊັ່ນ: ຫ້ອງການຕ້ານການຟອກເງິນ (AMLO), ກົມລາຍຮັບ, ຕໍາຫລວດໄທ. ລວມທັງແທັກຫາທ່ານ Chuwit Kamolvisit ອະດີດນັກການເມືອງທີ່ມັກເປີດເຜີຍຄົນຕ່າງໆອີກດ້ວຍ
ໂດຍການກວດສອບ ໜຸ່ມຄົນນີ້, ເອີ້ນຕົນເອງວ່າ ເຮ່ຍ ມັກຈະໂພສຮູບພ້ອມກັບເງິນສົດຈຳນວນຫຼາຍ, ໂມງຫຼູຫຼາ, ຄຳ ແລະ ຂອງມີຄ່າອື່ນໆ. ແລະ ໄດ້ໂພສຂໍ້ຄວາມກ່ຽວກັບຄວາມສຳເລັດໃນຊີວິດມາແລ້ວຫຼາຍຄັ້ງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














