
ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ
ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 23 ເມສາ 2023 ເວລາ 23:30 ນາທີ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີ ຈຶ່ງຕັ້ງຈຸດກວດກາ ເຂດບ້ານ ພູດິນແດງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ໄດ້ກັກຕົວ ຜູ້ຖືກຫາ 1
ຄົນຊື່ ທ້າວໄຊຍັນ ໄຊຊະນະ (ໂຖຍ) ອາຍຸ 33 ປີກຳມະກອນ ບ້ານວັດທອງ ເມືອງລະມາມ ແຂວງເຊກອງ ພ້ອມເຄື່ອງຂອງ ກາງຢາບ້າ 12.020 ເມັດ, ລົດໃຫ່ຍ 1 ຄັນຍີ່ຫໍ້ ລົດຕູ້ສະຕາເເລັກ ທະບຽນ ກກ 7471 ຈຳປາສັກ, ໂທລະສັບ 2 ໜ່ວຍ ມາດຳເນີນຄະດີ.
ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 7 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














