site cov (83)
ນັກວິໄຈຈາກສະຫະລັດອາເມລິກາ ຄິດຄົ້ນໃຊ້ຄື້ນ Wi-Fi ຈັບພາບຄົນອອກມາເປັນພາບ 3 ມິຕິ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 April, 2025

ເບິ່ງເລົາເຕີ Wi-Fi ຄືເກົ່າບໍ່ໄດ້ອີກຕໍ່ໄປ, ລ່າສຸດນັກວິໄຈຈາກມະຫາວິທະຍາໄລໃນສະຫະລັດອາເມລິກາ ພັດທະນາເຕັກໂນໂລຢີກວດຈັບຄົນແບບ 3 ມິຕິໃໝ່ລ່າສຸດ ໂດຍໃຊ້ພຽງແຕ່ສັນຍານ Wi-Fi ທີ່ມີຢູ່ທຸກຄົວເຮືອນ, ເຮັດວຽກໃນບ່ອນມືດໄດ້ສະບາຍໆ.

 

ສຳລັບງານວິໄຈໃໝ່ນີ້ມີຊື່ວ່າ ‘DensePose from WiFi’ ພັດທະນາຂຶ້ນໂດຍທີມວິໄຈຈາກມະຫາວິທະຍາໄລ Carnegie Mellon University (CMU) ໃນສະຫະລັດຯ.

 

ໂດຍເຕັກໂນໂລຢີນີ້ຈະສາມາດກວດຈັບຄົນທັງຮູບຮ່າງ ແລະ ທ່າທາງຂອງມະນຸດແບບ 3 ມິຕິໄດ້, ບໍ່ຈຳເປັນຕ້ອງໃຊ້ກ້ອງ ຫຼື ອຸປະກອນພິເສດໃດໆ ໃນການກວດຈັບ ແຕ່ໃຊ້ສັນຍານ Wi-Fi ທີ່ໄດ້ມາຈາກເລົາເຕີທີ່ມີຕິດຕັ້ງຢູ່ທົ່ວໄປ.

 

ຂໍ້ດີຂອງການໃຊ້ສັນຍານ Wi-Fi ຄືສາມາດເຮັດວຽກໃນບ່ອນມືດໄດ້ ແລະ ຍັງສາມາດກວດຈັບມະນຸດທະລຸກຳແພງໄດ້ອີກດ້ວຍ.

 

ການມາຂອງງານວິໄຈນີ້ກໍ່ອາດນຳໄປສ້າງນະວັດຕະກຳໃໝ່ໆ ເຊັ່ນ:

 

  • ການດູແລສຸຂະພາບ: ກວດຈັບການຫາຍໃຈ, ການລົ້ມ ຫຼື ທ່າທາງການຍ່າງຜິດປົກກະຕິຂອງຜູ້ສູງອາຍຸທີ່ຮັກສາຕົວ ແຕ່ຕ້ອງການຄວາມເປັນສ່ວນຕົວ
  • ຮັກສາຄວາມປອດໄພ: ກວດຈັບຜູ້ບຸກລຸກທີ່ອາດລັກລອບເຂົ້າມາໃນຕົວເຮືອນ ໃນເວລາກາງຄືນ ຫຼື ເປັນສະຖານທີ່ມືດໆ
  • ສະມາດໂຮມຍຸກໃໝ່: ກວດຈັບການເຄື່ອນໄຫວຂອງຄົນໃນເຮືອນ ແລະ ເຮັດວຽກຮ່ວມກັບເຊັນເຊີ ເພື່ອເປີດ ຫຼື ປິດເຄື່ອງໃຊ້ໄຟຟ້າ

 

ຫຼັກການເຮັດວຽກຂອງ ‘DensePose from WiFi’ ຄືໃຊ້ສັນຍານຈາກຄື້ນສະທ້ອນກັບຮ່າງກາຍຂອງມະນຸດ ກໍ່ໃຫ້ເກີດຮູບແບບຂອງຄື້ນທີ່ຈະຖືກປ່ຽນໄປຕາມການເຄື່ອນໄຫວ ແລະ ເຮັດວຽກຮ່ວມກັບໂມເດລ AI ‘DensePose’ ທີ່ຖືກພັດທະນາຂຶ້ນໂດຍ Meta.

 

ຜົນລັບທີ່ໄດ້ຄືໂມເດລ 3 ມິຕິຮ່າງກາຍມະນຸດທີ່ເຄື່ອນໄຫວຢ່າງແມ່ນຢຳ.

 

ຈາກງານວິໄຈໃໝ່ນີ້, ເຕັກໂນໂລຢີການກວດຈັບຄົນດ້ວຍສັນຍານ Wi-Fi ນັ້ນກໍ່ບໍ່ແມ່ນຂອງແປກໃໝ່, ແຕ່ເລົາເຕີແບຣນ Linksys ກໍ່ເຄີຍເປີດຕົວບໍລິການ Linksys Aware ທີ່ແຈ້ງເຕືອນວ່າ ມີການເຄື່ອນໄຫວພາຍໃນເຮືອນເທົ່ານັ້ນ, ແຕ່ບໍ່ໄດ້ສະແດງອອກມາເປັນພາບ 3 ມິຕິ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ